ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ
ພັກ, ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການທີ່ສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ເພີ່ມການຜະລິດໃຫ້ຫຼາຍ ຄໍ້າປະກັນສະບຽງອາຫານໃຫ້ສັງຄົມຢ່າງທົ່ວເຖິງ-ພຽງພໍ ແລະ ສົ່ງອອກສູ່ຕະຫຼາດສາກົນ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”.
ສະມາຄມທລະກດກະສກາຮວມມກບທະນາຄານສງເສມກະສກາຜະລດສະບຽງອາຫານໃຫຍນຍງ - image 1
 

 

ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ໃຫ້ສໍາພາດຕໍ່ຜູ້ສື່ຂ່າວ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເມື່ອບໍ່ດົນຜ່ານມານີ້ວ່າ: ສະມາຄົມນັກທຸລະກິດລາວ ເຮັດໜ້າທີ່ ເຕົ້າໂຮມນັກທຸລະກິດ ເຂົ້າຮ່ວມຕ່ອງໂສ້ການຜະລິດທີ່ມີຕະຫຼາດຮອງຮັບ, ກຸ່ມຜູ້ຜະລິດ ໄດ້ແກ່: ຟາມລ້ຽງສັດ, ໝູ, ງົວ, ໄກ່, ປາ ຊຶ່ງຈໍານວນຜູ້ຜະລິດສັດ ແມ່ນຕ້ອງການອາຫານສັດ ແລະ ຮັບຊື້ຈໍານວນຫຼາຍ ຄື: ສາລີ, ມັນຕົ້ນ, ເຂົ້າ, ຮໍາ. ຈຶ່ງຂໍເຊີນຊວນບັນດາຜູ້ປະກອບການ, ຊາວກະສິກອນ ທີ່ມີ ດິນ, ແຮງງານ, ທ່າແຮງ, ມູນເຊື້ອດຸໝັ່ນ ໃນການປູກ-ການລ້ຽງ ເຂົ້າຮ່ວມຜະລິດ ເປັນການຄໍ້າປະກັນການຂາຍທີ່ມີຕະຫຼາດຮອງຮັບ ໃຫ້ກັບຜູ້ຜະລິດ, ຈະເກັບຊື້ຜົນຜະລິດທັງໝົດ ໃນລາຄາຕາມທ້ອງຕະຫຼາດ; ຖ້າຫາກວ່າ ຜູ້ປະກອບການ ມີຄວາມຕ້ອງການລ້ຽງສັດ ກໍມີຜູ້ສະໜອງແນວພັນສັດ, ພືດຕ່າງໆ ພ້ອມທັງແນະນໍາເຕັກນິກ,ວິທີລ້ຽງ-ປູກ, ປຸຍ, ກົນຈັກໜັກ ພ້ອມດ້ວຍຕົ້ນທຶນ. ເພື່ອໃຫ້ໄດ້ຮັບຜົນດີ ແບບຕົ້ນທຶນຕໍ່າ ແຕ່ຜົນຜະລິດສູງ; ຖ້າຫາກວ່າ ທ່ານໃດຫາກມີຄວາມສົນໃຈ ສະມາຄົມທຸລະກິດກະສິກໍາລາວ ພ້ອມເປີດຮັບສະໝັກເຂົ້າເປັນສະມາຊິກ ແຕ່ວ່າ ຕ້ອງແມ່ນຜູ້ທີ່ມີຄວາມດຸໝັ່ນເຮັດແທ້ທໍາຈິງມາກ່ອນ ກົງກັນຂ້າມ ຜູ້ທີ່ບໍ່ມີປະສົບການ ແມ່ນຈະມີຄໍາແນະນໍາໃຫ້ ເພື່ອໄປຮຽນຮູ້-ຝຶກ ແລະ ທົດລອງ ໃຫ້ເປັນສາກ່ອນແລ້ວຈຶ່ງລົງມືເຮັດ. ຜູ້ປະກອບການ(ຝ່າຍຜະລິດ) ສາມາດປູກພາຍໃນປະເທດ ຈະມີຄວາມສະດວກຫຼາຍ ແລະ ຈະບໍ່ເສຍຄ່າຂົນສົ່ງ. ຄຽງຄູ່ກັັນນັ້ນ ຖ້າວ່າ ທຶນບໍ່ພຽງພໍ ກໍສາມາດເຮັດໃບສັນຍາຄໍ້າປະກັນໃຫ້, ການໃຊ້ຈ່າຍເງິນ ແມ່ນຜ່ານບັນຊີ ລະບົບໂອນທາງທະນາຄານ.

ທ່ານ ບຸນຊອບ ຟອງສະນິດ ຮອງຜູ້ອໍານວຍການທະນາຄານນະໂຍບາຍ ໃຫ້ສໍາພາດ ວ່າ: ດີໃຈທີ່ໄດ້ຮ່ວມມື ກັບສະມາຄົມທຸລະກິດກະສິກໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ພາຍໃຕ້ໂຄງການ: “ສົ່ງເສີມກະສິກໍາລາວ ໃຫ້ມີຄວາມເຂັ້ມແຂງ” ຍ້ອນເຫັນໄດ້ຄວາມສໍາຄັນ ຂອງທຸລະກິດກະສິກໍາລາວ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກ ດ້ານການເງິນ-ເງິນຕາ ຕິດພັນກັບວຽກງານການຜະລິດ ເປັນສິນຄ້າ ທົດແທນການນໍາເຂົ້າ, ສົ່ງເສີມໃຫ້ທຸລະກິດດັ່ງກ່າວ ເຂັ້ມແຂງ, ມີຜູ້ຜະລິດ-ຜູ້ສະໜອງ-ຜູ້ຊົມໃຊ້ ຕ່າງກໍໄດ້ຮັບຜົນປະໂຫຍດ. ສະນັ້ນ ໃນໂອກາດອັນໃກ້ໆນີ້ ຈະໄດ້ຫັນປ່ຽນ ຈາກ ທະນາຄານພັດທະນາກະສິກໍາ ມາເປັນ ທະນາຄານພັດທະນາຊົນນະບົດ ເພື່ອມີຄວາມມຸ່ງຫວັງ ພັດທະນາຊຸກຍູ້ວຽກງານກະສິກໍາ ເພື່ອຄໍ້າປະກັນ ຊີວິດການເປັນຢູ່ຂອງສັງຄົມ. ທ່ານ ບຸນຊອບ ຟອງສະນິດ ກ່າວຕື່ມ ວ່າ: ຄວາມຄິດຂ້າພະເຈົ້າ ມີຄື: ປະຊາຊົນມີດິນ, ມີແຮງງານ, ສະມາຄົມ ມີຕະຫຼາດ-ເຕັກນິກ, ມີລະບົບຈັດການບໍລິຫານທີ່ດີ, ທະນາຄານມີ ປັດໃຈແຫຼ່ງທຶນ. ໃນນາມສະຖາບັນການເງິນ ກໍຄື ທະນາຄານ ເວລາໃດ ກໍຕ້ອງການຢາກສະໜອງແຫຼ່ງທຶນ ທີ່ຕອບສະໜອງຄວາມຕ້ອງການແທ້ໆ. ຍ້ອນແນວນັ້ນ ການຮ່ວມມືຜະລິດແບບຕ່ອງໂສ້ ຈຶ່ງແມ່ນເປົ້າໝາຍຫຼັກຂອງທະນາຄານ ພາຍໃຕ້ໂຄງການນີ້ ເຊື່ອໝັ້ນວ່າ ພວກເຮົາຈະສົ່ງເສີມສອງສົ້ນ ໝາຍຄວາມວ່າ ຜູ້ເຮັດການຕະຫຼາດ, ຜູ້ຜະລິດຫຼັກ ຈະເປັນຜູ້ສະໜອງເຕັກນິກ-ອອກແບບ ພ້ອມທັງເກັບຊື້, ອອກແບບໃນແຕ່ລະລາຍການ ຂອງສິນຄ້າ. ຄຽງຄູ່ກັນນັ້ນ ເມື່ອສ້າງຕະຫຼາດມາແລ້ວ ຕ້ອງເພີ່ມປະລິມານການຜະລິດ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ. ສະນັ້ນຈຶ່ງມີຄວາມຈໍາເປັນຂະຫຍາຍສະມາຊິກ ພາຍໃຕ້ໂຄງການ ສະມາຊິກຈະຕ້ອງມີຄວາມຮູ້ ແລະ ເບິ່ງຄວາມສາມາດ, ເງື່ອນໄຂຂອງຕົນວ່າ ຈະສາມາດເຂົ້າເປັນສະມາຊິກ ເປັນສ່ວນໜຶ່ງຂອງຜູ້ຜະລິດ ມີໜ້ອຍກໍຜະລິດໜ້ອຍ, ມີຫຼາຍກໍຜະລິດຫຼາຍ ແລະ ລວມກຸ່ມກັນ ເປັນສະຫະກອນກໍໄດ້, ສຸດທ້າຍແລ້ວ ກໍແມ່ນໄດ້ປະລິມານສິນຄ້າ ທີ່ຕອບສະໜອງກັບຕະຫຼາດ (ໂຄງການ), ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຕະຫຼາດ ຍັງຫຼາກຫຼາຍ ແລະ ເປີດກວ້າງ ທາງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ພາຍໃຕ້ການຮ່ວມມືດັ່ງກ່າວ ຄິດວ່າເປັນ ການຮ່ວມມືທີ່ດີຫຼາຍ ໂອກາດນີ້ ຂໍເຊີນຊວນ ພໍ່ແມ່ປະຊາຊົນ ທີ່ຕ້ອງການຢາກເຂົ້າຮ່ວມໃນວຽກງານການຜະລິດ (ປູກ-ລ້ຽງ) ຕ້ອງເລືອກເອົາຕາມຄວາມເໝາະສົມ ແລະ ຄວາມສາມາດ ຂອງແຕ່ລະພາກສ່ວນ.

ດັ່ງນັ້ນ, ຖ້າຫາກວ່າ ທ່ານໃດ ມີຄວາມມັກ-ຮັກວຽກງານປູກ-ລ້ຽງ ໃຫ້ເຂົ້າໄປສອບຖາມ ຫຼືປຶກສານໍາພາກສ່ວນທີ່ກ່ຽວຂ້ອງໄດ້ ເພາະວ່າ ເຮັດວຽກງານກະສິກໍາ ຈະສາມາດນໍາພາຄອບຄົວ ແລະ ສັງຄົມຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຢູ່ດີ-ກິນດີ ທັງມີລາຍຮັບເຂົ້າສູ່ຄອບຄົວຕະຫຼອດປີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ