ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ
ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ , ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ , ຄາດຄະເນຜົນຜະລິດ 122,748 ໂຕນ .
ຄາມວນ ເກບກຽວເຂານາປສາເລດພຽງ 39.362 ເຮກຕາ - image 1
 

ຜ່ານການຈັດຕັ້ງປະຕິບັດເນື້ອທີ່ນາລວມທັງໝົດໄດ້ 91,637 ເຮັກຕາ ເທົ່າກັບ 98.75 % ຂອງເນື້ອທີ່ແຜນການປີ, ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 7,691 ເຮັກຕາ , ເນື້ອທີ່ຍັງເຫຼືອ 83,946 ເຮັກຕາ . ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 60,638 ເຮັກຕາ , ເນື້ອທີ່ເສຍຫາຍ 6,220 ເຮັກຕາ , ເນື້ອທີ່ຍັງເຫຼືອ 54,418 ເຮັກຕາ ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 31,059 ເຮັກຕາ, ເນື້ອທີ່ເສຍຫາຍ 1,471 ເຮັກຕາ , ເນື້ອທີ່ຍັງເຫຼືອ 29,528 ເຮັກຕາ .

ມາຮອດປັດຈຸບັນການເກັບກ່ຽວເຂົ້ານາປີ (ນາຫວ່ານ + ນາດໍາ) ສໍາເລັດແລ້ວ 39,362 ເຮັກຕາ ເທົ່າກັບ 46.89%. ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວແລ້ວ 24,946 ເຮັກຕາ ເທົ່າກັບ 45.84 % ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ແລ້ວ 14,416 ເຮັກຕາ ເທົ່າກັບ 48.82% ຂອງເນື້ອທີ່ເກັບກ່ຽວຕົວຈິງ.

(ຂ່າວ-ພາບ : ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ວັນທີ່ 13 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກັມ ຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖື ທີ່ຊາວຫຼວງພະບາງສືບທອດກັນມາແຕ່ບູຮານນະການ.ພິທີແຫ່ຊ້າງຮຽງເກີຍນີ້, ຖືເປັນພິທີສ່ຽງ-ທວາຍວ່າ: ໃນປີນັ້ນ, ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫຼື ຫຍຸ້ງຍາກຫຍັງແດ່ ເກີດຂຶ້ນກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສດິນຟ້າອາກາດໃນການເຮັດກະສິກຳ, ກະກຽມຮັບມືກັບເຫດການອາດຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).
ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ  ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

​ ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ສະເຫຼີມສະຫຼອງບຸນກຸດສົງ ການ ຫຼື ຕຸດສົງການປີໃໝ່ລາວ ແມ່ນມີລັກສະນະເຈືອປົນກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດຖືເປັນບຸນປະເພນີຂອງປະເທດລາວຂອງເຮົາທີ່ມີແຕ່ບູຮານນະການ ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື 14-15-16 ເມສາຂອງທຸກໆປີ
ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ ນີ້ ຊຶ່ງໂຄງການດັ່ງກ່າວ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ,
ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກທຸລະກິດ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ແຂວງຄຳມ່ວນ ແລະ ແກ້ໄຂຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 8 ເມສານີ້ ທີ່ສຳນັກງານນານົກລັດຖະມົນຕີ,ຕາງໜ້າຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ແລະ ທ່ານ ສິລີລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະຫຼອງສົ່ງທ້າຍປີ ເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ຂຶ້ນໃນວັນທີ 9 ເມສານີ້, ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງ ພະອາຈານຖາວອນ ໄທພິມມະທອງ ປະທານສົງວັດຈັນທະບູລີສີສັດຕະນະພຸດ, ມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ພ້ອມ ດ້ອຍພັນລະຍາ, ມີພະເຖລານຸເຖລະ, ບັນ ດາຮອງຫົວໜ້າ ຄອສພ, ຫົວໜ້າກົມ-ຮອງ ກົມ, ອະດີດພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ, ແຂກຖືກເຊີນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມຍິນດີຕໍ່ການບັນລຸຂໍ້ຕົກລົງຢຸດຍິງ ເປັນເວລາ 2 ອາທິດ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ໃນວັນທີ 7 ເມສາ 2026 ຜ່ານມາ ຊຶ່ງຖືເປັນບາດກ້າວອັນສຳຄັນ ໃນການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ໃນພາກພື້ນ ແລະ ໃນໂລກ.
ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວໄລຍະປີ 1986-2025 ໃນວັນທີ 6 ເມສາຜ່ານມາ ທີ່ ສວສ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ພ້ອມດ້ວຍອະດີດການນຳ ສສກ, ສວສ, ຫົວໜ້າກົມປະກັນຄຸນນະພາບການສຶກສາ ຄະນະອັກສອນສາດ ມຊ, ວິທະຍາໄລສົງອົງຕື້, ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ຄະນະຮຽບຮຽງ, ຄະນະກວດແກ້ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ເພີ່ມເຕີມ