ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ
ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ບກຊຊບເປເຊນເຕລາວ ຈຳກດ ສດທາຫກບນກະຖນ ທວດປານາຄນນອຍ - image 1
 

 

ງານບຸນກະຖິນຄັ້ງນີ້, ຜູ້ບໍລິຫານ ແລະ ພະນັກງານ ບໍລິສັດບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາ ຕັ້ງກອງບຸນກະຖິນຂຶ້ນວັນທີ 31 ຕຸລາຜ່ານມາ ຢູ່ທີ່ສຳນັກງານໃຫຍ່ຮ້ານບິກຊີສາຂາສູນການຄ້າລາວ-ໄອເຕັກ ບ້ານໂພນທັນ ເມືອງໄຊເສດຖາ ນວ ນໍາໂດຍທ່ານ ວິຊານາ ເສີມ ໃໝ່ ປະທານບໍລິຫານບິກຊີຊຸບເປີເຊັນເຕີລາວ ຈໍາກັດ ພ້ອມດ້ວຍລູກຄ້າຂອງບິກຊີ ໄດ້ໂມທະນາເຮັດບຸນຮ່ວມກັນ ເພື່ອປະກອບສ່ວນທຶນເຂົ້າໃນການສ້າງສາພັດທະນາວັດປ່ານາຄູນນ້ອຍ. ພາຍຫຼັງຕັ້ງກອງບຸນ 1 ມື້ 1 ຄືນແລ້ວ. ໃນວັນທີ 1 ພະຈິກຜ່ານມາ ໄດ້ແຫ່ກອງກະຖິນ ມາຍັງວັດປ່ານາຄູນນ້ອຍ ແລະ ຮັບເອົາໂດຍພະອາຈານ ສີທົນ ໄຊຍະວົງສອນ ເຈົ້າອະທິການວັດປ່ານາຄູນນ້ອຍ.

ທ່ານ ວິຊານາ ເສີມໃໝ່ ກ່າວວ່າ: ການຈັດງານບຸນກະຖິນ ປະຈຳປີ 2025 ຂອງບໍລິສັດຄັ້ງນີ້,ເປັນກິດຈະກຳໜຶ່ງ ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມລາວ ໂດຍບໍລິສັດໄດ້ຈັດຂຶ້ນທຸກໆປີ ຕ່າງແຕ່ໃນແຕ່ລະປີຈະຈັດກິດຈະກຳແຕກຕ່າງກັນໄປ ໂດຍລວມແລ້ວທຸກກິດຈະກຳເປັນການປະກອບສ່ວນຊ່ວຍ ເຫຼືອສັງຄົມລາວ ແລະ ມີສ່ວນຮ່ວມໃນການສ້າງສາພັດທະນາປະເທດຊາດບ້ານເມືອງຂອງລາວ ເພື່ອໃຫ້ຈະເລີນຮຸ່ງເຮືອງສີວິໄລເປັນກ້າວໆ ແລະ ຍັງເປັນກິດຈະກຳໜຶ່ງທີ່ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວ ກໍຄືພຸດທະສາສະໜາ.

ບກຊຊບເປເຊນເຕລາວ ຈຳກດ ສດທາຫກບນກະຖນ ທວດປານາຄນນອຍ - image 2
 

ພະອາຈານ ສີທົນ ໄຊຍະວົງສອນ ກ່າວວ່າ: ບຸນກະຖິນຄັ້ງນີ້, ເຈົ້າພາບເຈົ້າສັດທາຫຼັກແມ່ນບໍລິສັດບິກຊີຊຸບເປີເຊັນເຕີລາວ ຈຳກັດ ແລະ ມີອອກຕົນຍາດໂຍມທັງຫຼາຍມາຮ່ວມນໍາ ຊຶ່ງລວມຍອດເງິນໄດ້ຫຼາຍກວ່າ 400 ລ້ານກີບ ແລະ ເງິນຈຳນວນດັ່ງກ່າວ ທາງວັດຈະໄດ້ໝູນໃຊ້ເຂົ້າໃນການສ້າງສາພັດທະນາວັດ ໂດຍສະເພາະເປັນທຶນສ້າງພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງເບຕົງເສີມເຫຼັກຈາກທາງໃຫຍ່ເຂົ້າຫາວັດ ທີ່ມີໄລຍະທາງຍາວ 300 ກວ່າແມັດ ເພື່ອສະດວກໃຫ້ແກ່ການສັນຈອນໄປ-ມາຂອງຄູບາອາຈານພາຍໃນວັດ, ອອກຕົນຍາດໂຍມ ແລະ ປະຊາຊົນທີ່ມາວັດ.

ຂ່າວ-ພາບ: ບຸນຕອມ-ບຸນອຸ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ