ເມື່ອບໍ່ດົນມານີ້ ທີ່ຫໍປະຊຸມບ້ານຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບ ການກໍ່ສ້າງສ້ອມແປງຍົກລະດັບເສັ້ນທາງຢູ່ພາຍໃນບ້ານຂຶ້ນ. ໂດຍມີທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ທ່ານ ບຸນສົງ ລາດຊະວົງ ປະທານຄະນະກວດກາພັກເມືອງຜູ້ຊີ້ນໍາບໍລິເວນຫ້ວຍເລິກ-ວັງປາ, ທ່ານ ສົມພາວັນ ຫອມສົມບັດນາຍບ້ານໆຫ້ວຍເລິກ, ທ່ານ ຊົງຍົດ ຈັນທະວົງ ບໍລິສັດ ກິດຕິກອນ ກໍ່ສ້າງຂົວທາງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງ.
ທ່ານ ສົມພາວັນ ຫອມສົມບັດ ໄດ້ລາຍງານວ່າ: ການກໍ່ສ້າງ ສ້ອມແປງຍົກລະດັບເສັ້ນທາງຜັງບ້ານຫ້ວຍເລິກ ໄດ້ເລີ່ມປະຕິບັດມາແຕ່ວັນທີ 1 ເມສາ 2023 - ວັນທີ 30 ກໍລະກົດ 2023 ຈຶ່ງສໍາເລັດ. ບໍລິສັດໄດ້ປະຕິບັດບັນດາໜ້າວຽກ ຕາມມາດຖານເຕັກນິກຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືຶອງວາງອອກ ຊຶ່ງປະຕິບັດໜ້າວຽກລວມມີ ເສັ້ນທາງທັງໝົດ 17 ເສັ້ນ ມີຄວາມຍາວ 3.900 ກວ່າແມັດ. ໃນນີ້, ເສັ້ນທາງຫຼັກ 4 ເສັ້ນ ມີຄວາມກວ້າງ 5 ແມັດ ຍາວ 1.700 ກວ່າແມັດ ແລະ ເສັ້ນທາງຮ່ອມ 13 ເສັ້ນ. ໃນນີ້, ມີຄວາມກວ້າງ 4,5 ແມັດ ມີ 6 ເສັ້ນ ຍາວ 1.300 ກວ່າແມັດ ແລະ ກວ້າງ 4 ແມັດ ມີ 7 ເສັ້ນ ຍາວ 930 ກວ່າແມັດ. ນອກຈາກນີ້, ຍັງໄດ້ຂຸດຮ່ອງລະບາຍນໍ້າ ຂະໜາດ (1,58 ແມັດ + 1,00 ແມັດ) x 1,00 ແມັດ ຍາວ 150 ແມັດ ລວມມູນຄ່າທັງໝົດ 825 ລ້ານກວ່າກີບ ໂດຍແມ່ນທຶນຂອງປະຊາຊົນພາຍໃນບ້ານຮ້ອຍສ່ວນຮ້ອຍ.
ທ່ານ ສົມພາວັນ ຫອມສົມບັດ ຕາງໜ້າອົງການປົກຄອງບ້ານ (ເຈົ້າຂອງໂຄງການ) ແລະ ທ່ານ ຊົງຍົດ ຈັນທະວົງ (ຜູ້ຮັບເໝົາ) ໄດ້ເຊັນບົດບັນທຶກ ມອບ-ຮັບ ໂຄງການດັ່ງກ່າວ.
ໂອກາດນີ້, ທ່ານ ອໍາຄາ ລັດສະໝີ ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນ ທີ່ໄດ້ປະກອບສ່ວນທຶນຮອນເຂົ້າໃນການກໍ່ສ້າງເສັ້ນທາງພາຍໃນບ້ານ ແລະ ຮຽກຮ້ອງໃຫ້ອົງການປົກຄອງບ້ານສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນພາຍໃນບ້ານໃຫ້ຮັບຮູ້ ແລະ ເຈົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ເຂົ້າໃຈຕໍ່ແນວທາງການພັດທະນາເສດຖະກິດ-ສັງຄົມຂອງລັດ ທີ່ວາງອອກໃນແຕ່ລະໄລຍະ. ສໍາຄັນແມ່ນການສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈຕໍ່ການປົກປັກຮັກສາອະນາໄມເສັ້ນທາງ, ການຮັກສາຄວາມສະອາດຕາມຮ່ອງລະບາຍນໍ້າ, ທໍ່ນໍ້າຂ້າມທາງ ໃຫ້ແຕ່ລະຄອບຄົວເປັນເຈົ້າການບົວລະບັດຮັກສາຢູ່ໜ້າເຮືອນຂອງໃຜລາວ ໃຫ້ມີຄວາມສະອາດງາມຕາ, ຜູ້ຮັບຜິດຊອບວຽກງານໂຍທາຂັ້ນບ້ານ ຕ້ອງໄດ້ເປັນເຈົ້າການໃນການຕິດຕາມກວດກາເສັ້ນທາງຢູ່ພາຍໃນບ້ານໃຫ້ເປັນປະຈໍາ, ບ່ອນໃດທີ່ມີການເປ່ເພໃຫ້ຮີບຮ້ອນນໍາສະເໜີ ແລະ ປຶກສາຫາລືກັບອົງການປົກຄອງບ້ານ ເພື່ອຮີບຮ້ອນຊອກຫາວິທີແກ້ໄຂ ເພື່ອໃຫ້ເສັ້ນທາງນຳໃຊ້ໄດ້ຢ່າງຍາວນານ.
ຂ່າວ-ພາບ: ແກ່ນທ້າວ.

ຄໍາເຫັນ