ປະຊາຊົນສອງແຂວງໄດ້ຮັບເຕົາປະຢັດ ແລະ ເຄື່ອງກັ່ນຕອງນ້ຳຈາກອົງການກາແດງແຫ່ງຊາດລາວ.

ປະຊາຊົນສອງແຂວງໄດ້ຮັບເຕົາປະຢັດ ແລະ ເຄື່ອງກັ່ນຕອງນ້ຳຈາກອົງການກາແດງແຫ່ງຊາດລາວ.
ໃນວັນທີ 6 ພະຈິກ ຜ່ານມາ ອົງການກາແດງແຫ່ງຊາດລາວ ໄດ້ນຳເອົາເຕົາ ແລະ ເຄື່ອງກັ່ນຕອງນໍ້າໄປຊ່ວຍປະຊາຊົນສອງແຂວງເປົ້າໝາຍ, ເຄື່ອງຈຳນວນດັ່ງກ່າວໄດ້ຮັບການສະໜັບໜູນຈາກສະພາກາແດງຫວຽດນາມ  ຮ່ວມມືກັບ ບໍລິສັດ ຊິບໂກ (SIPCO) ສສ ຫຽວດນາມ ໄດ້ຈັດພິທີມອບເຕົາປະຢັດ ແລະ ເຄື່ອງກັ່ນຕອງນ້ຳໃຫ້ແກ່ປະຊາຊົນທີ່ນອນໃນເປົ້າໝາຍຂອງໂຄງການຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ເປັນກຽດກ່າວມອບຂອງທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ຕາງໜ້າຮັບຂອງ ທ່ານ ບຸນຄຳ ໄຊເຢຍລໍວື້ ຄະນະປະຈຳພັກ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ ແລະ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ໂດຍຊ້ອງໜ້າ ທ່ານ ຟາມຫງອກຍານ ຜູ້ຕາງໜ້າບໍລິສັດຊິບໂກ ສສ ຫວຽດນາມ, ຄະນະຮັບຜິດຊອບໂຄງການ ແລະ ພະນັກງານທີ່ກຽ່ວຂ້ອງເຂົ້າຮ່ວມເປັນສັກຂີພິຍານ ການມອບເຄື່ອງໃນຄັ້ງນີ້ແມ່ນແນໃສ່ ຄອບຄົວທີ່ທຸກຍາກຂາດເຂີນ, ຄອບຄົວທີ່ໃຊ້ເຕົາໄຟແບບດັ່ງເດີມຕົ້ມນ້ຳກິນ ແລະ ຕ້ອງເປັນຄອບຄົວທີ່ມີຄວາມຕ້ອງການໃຊ້ເຕົາໄຟປະຢັດພະລັງງານ, ພາຍໃຕ້ໂຄງການຊ່ວຍເຫຼືອເຕົາໄຟປະຢັດພະລັງງານຈຳນວນ 300.000 ໜ່ວຍ ແລະ ເຄື່ອງກັ່ນ ຕອງນໍ້າ 100.000 ເຄື່ອງ ໃຫ້ ສປປ ລາວ ໃນນັ້ນ ແຂວງບໍລິຄໍາໄຊໄດ້ຮັບເຕົາປະຢັດຈໍານວນ 29. 461ໜ່ວຍ, ເຄື່ອງກັ່ນຕອງນ້ຳສະອາດ ຈຳນວນ 25.088 ເຄື່ອງ ແລະ ແຂວງຄໍາມ່ວນ ໄດ້ຮັບເຕົາປະຢັດ ຈຳນວນ 33.987ໜ່ວຍ, ເຄື່ອງກັ່ນຕອງນ້ໍາສະອາດ ຈໍານວນ 24.471 ເຄື່ອງ. 
ຂ່າວ: ກາແດງ

ຄໍາເຫັນ

ຂ່າວການຮ່ວມມື

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ຫວ່າງມໍ່ໆມານີ້, ອົງການຂໍ້ມູນຂ່າວສານໂລກ ຫຼື WDO ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງຂອງຈີນ. ອົງການດັ່ງກ່າວເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທໍາອິດທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນນີ້ບໍ່ພຽງແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສໍາລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈີຕອນຂອງອາຊຽນຊຶ່ງລວມທັງລາວອີກດ້ວຍ. ອົງການຈັດຕັ້ງສາກົນດັ່ງກ່າວທີ່ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງນັ້ນຈະນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ປະເທດອື່ນໆໃນອາຊຽນອີກດ້ວຍ.
ງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ

ງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ໂຮງຮຽນລຽວໂຕວ ຈັດງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ ພາຍໃຕ້ຫົວຂໍ້ "ບົດກະວີສາລາຫຼານຖິງ" ຂຶ້ນໃນວັນທີ 3 ເມສານີ້ ທີ່ໂຮງ ຮຽນລຽວໂຕວ, ເຂົ້າຮ່ວມມີທ່ານ ຫຼົວເວີ້ຍຈຽ້ນ ຫົວໜ້າສູນວັດທະນະທຳຈີນປະຈຳ ສປປ ລາວ, ມີທ່ານ ຫຼິ້ນຈຸ້ນສົງ ປະທານໂຮງຮຽນລຽວໂຕວ ພ້ອມດ້ວຍພະນັກງານຄູ-ອາຈານ, ນັກຮຽນພາຍໃນໂຮງຮຽນລຽວໂຕວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ກຕສ ພົບປະກັບ ກະຊວງພັດທະນາດີຈີຕອນ ການສື່ສານ ແລະ ສື່ມວນຊົນ ສ ຣັດເຊຍ

ກຕສ ພົບປະກັບ ກະຊວງພັດທະນາດີຈີຕອນ ການສື່ສານ ແລະ ສື່ມວນຊົນ ສ ຣັດເຊຍ

ໃນວັນທີ 3 ເມສານີ້ ທີ່ ໂຮງແຮມຄຣາວພລາຊາ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມຄະນະ ໄດ້ພົບປະສອງຝ່າຍ ຮ່ວມກັບທ່ານ ອາເລັກຊານເດີ ໂຊຍຕົບ (Alexander Shoitov) ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນ ສ ຣັດເຊຍ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 2-5 ເມສາ 2026.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບບັນດາທູດອາຊຽນ ປະຈໍາ ສປປ ລາວ

​ໃນວັນທີ 1 ເມສາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍ ເນື່ອງໃນໂອ ກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569

ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569

ໃນວັນທີ 2 ເມສານີ້, ຄະນະຜູ້ແທນຈາກແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຢືອງ ເຕິດ ຖັງ ກຳມະການຄະນະປະຈຳພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນແຂວງ ແລະ ຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນການນໍາພັກ-ລັດ ແຂວງຄໍາມ່ວນ ໃນໂອກາດ ປີໃໝ່ລາວ ພສ 2569 ໂດຍຈັດຂຶ້ນທີ່ຫ້ອງຮັບແຂກ ຫ້ອງວ່າການ ແຂວງ, ໃຫ້ກຽດເຂົ້າຮ່ວມໃນການອວຍພອນ ໃນຄັ້ງນີ້ ໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍການນໍາແຂວງ.

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ວັນທີ 31 ມີນາ ຜ່ານມານີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຜູ້ປະຈໍາການຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍ ຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ບໍລິສັດ ທາງລົດໄຟລາວ-ຈີນ ອວຍພອນພະນັກງານໜັງສືພິມປະຊາຊົນ

ບໍລິສັດ ທາງລົດໄຟລາວ-ຈີນ ອວຍພອນພະນັກງານໜັງສືພິມປະຊາຊົນ

ໃນວັນທີ 2 ເມສານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ບໍລິສັດ ທາງລົດໄຟລາວ-ຈີນ, ຕາງໜ້າ ໂດຍ ທ່ານ ຢິນ ເຈຍ (Yin Jia) ຮອງຫົວໜ້າພະແນກຂ່າວສານວັດທະນາທຳ ແລະ ປະສານງານ ຂອງບໍລິສັດ ດັ່ງກ່າວໄດ້ນຳເອົາກະຕ່າຂອງຂວັນ ມາມອບອວຍພອນພະນັກງານໜັງສືພິມປະຊາຊົນ, ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທີ່ໃກ້ຈະມາເຖິງໃນມໍ່ໆນີ້, ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືືພິມປະຊາຊົນ.
ວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ

ວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ

ພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ ຢູ່ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 1 ເມສານີ້, ໂດຍມີທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງເຊກອງ, ທ່ານ ເລ ຫງ໋ອກ ກວາງ ເລຂາພັກນະຄອນດານັງ ສສ ຫວຽດນາມ, ພ້ອມດ້ວຍຄະນະພັກ-ຄະນະນໍາທັງສອງຝ່າຍ, ມີຕາງໜ້າຈາກກະຊວງສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
3 ພາກສ່ວນ ເຂົ້າອວຍພອນຄະນະນໍາກະຊວງ ປກສ ໂອກາດວັນສ້າງຕັ້ງກຳລັງ ປກສ

3 ພາກສ່ວນ ເຂົ້າອວຍພອນຄະນະນໍາກະຊວງ ປກສ ໂອກາດວັນສ້າງຕັ້ງກຳລັງ ປກສ

ໃນວັນທີ 1 ເມສາ ຜ່ານມາ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ), ອົງການໄອຍະການປະຊາຊົນສູງສຸດ ນຳໂດຍ ທ່ານ ພົຈວ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ສະຖານທູດຣັດເຊຍ ນຳໂດຍ ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳລາວ ແລະ ສະຖານທູດຫວຽດນາມ ນຳໂດຍ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນຄະນະນຳກະຊວງ ປກສ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ທີ່ໃກ້ຈະມາເຖິງນີ້ ໂດຍເປັນກຽດຕ້ອນຮັບຂອງທ່ານ ພົທ ວັນທອງ ກອງມະນີ ຄະ ນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ພ້ອມຄະນະ.
ເພີ່ມເຕີມ