ເປີດຫ້ອງວາງຂາຍລົດໃໝ່ ແລະ ແນະນຳ ລົດຍີ່ຫໍ້ SOUEAST 4 ລຸ້ນ

ເປີດຫ້ອງວາງຂາຍລົດໃໝ່ ແລະ ແນະນຳ ລົດຍີ່ຫໍ້ SOUEAST 4 ລຸ້ນ

ເປີດຫ້ອງວາງຂາຍລົດໃໝ່ ແລະ ແນະນຳ ລົດຍີ່ຫໍ້ SOUEAST 4 ລຸ້ນ
ພິທີເປີດຫ້ອງວາງຂາຍລົດ SOUEAST ແລະ ແນະນຳ ລົດຍີ່ຫໍ້ SOUEAST ທັງ 4 ລຸ້ນ ຂອງ ບໍລິສັດ AutoAsia ຈໍາກັດ ໄດ້ຈັດຂຶ້ນໃນຕອນແລງວັນທີ 18 ພຶດສະພານີ້ ທີ່ຫ້ອງວາງຂາຍລົດ SOUEAST ບ້ານວັດໄຕໃຫຍ່ທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເປດຫອງວາງຂາຍລດໃໝ ແລະ ແນະນຳ ລດຍຫ SOUEAST 4 ລນ - image 1
 

 

ທ່ານ ອະນຸສິດ ສະກຸນຄຳ ຜູ້ຈັດການຍີ່ຫຍໍ້ SOUEASTຂອງ ບໍລິສັດ AutoAsia ກ່າວວ່າ: ການເປີດຫ້ອງວາງຂາຍລົດ SOUEAST ໃໝ່ ແລະ ແນະນຳລົດຍີ່ຫໍ້ SOUEAST ທັງ 4 ລຸ້ນພ້ອມກັນຄື: ລຸ້ນ S06, S06DM (PHEV), S07 ແລະ ເດັ່ນທີ່ສຸດຄືລຸ້ນ S08DM (PHEV) ທີ່ອັດແໜ້ນກັບເຕັກໂນໂລຊີທີ່ທັນ ສະໄໝ ແລະ Design ທີ່ສະຫງ່າງາມ, Slogan ຂອງ SOUEAST ຄື "Ease Your Life" ນັ້ນພວກເຮົາໄດ້ ອອກແບບລົດໃຫ້ທ່ານໄດ້ເລືອກໃນຫຼາກຫຼາຍຮູບແບບຂອງເຄື່ອງຈັກ, ຕອບໂຈດຕາມຄວາມສະດວກຂອງຜູ້ຊົມໃຊ້ ເຊັ່ນ: ຂັບເຄື່ອນດ້ວຍລະບົບໄຟຟ້າ 100% (BEV), ຂັບເຄື່ອນແບບປະສົມ ໄຟຟ້າ-ນ້ຳມັນ (PHEV), ແລະ ແບບນ້ຳມັນ, ຫ້ອງວາງຂາຍແຫ່ງນີ້ໄດ້ຖືກອອກແບບຕົບແຕ່ງເພື່ອໃຫ້ສອດຄ່ອງກັບຮູບແບບຫ້ອງວາງຂາຍທີ່ທາງ ບໍລິສັດ SOUEAST ກໍານົດມາ ເພື່ອມອບຄວາມຮູ້ສຶກທີ່ອົບອຸ່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ. ໂດຍຖືເອົາສະຖານທີ່ແຫ່ງນີ້ເປັນຈຸດສໍາຜັດ, ສໍາຄັນໃນການພົວພັນລະຫວ່າງພະນັກງານ ແລະ ລູກຄ້າທີ່ມາ ໃຊ້ບໍລິການ, ບໍລິສັດ AutoAsia ຂອງພວກເຮົາຈະຖ່າຍທອດ ແລະ ສົ່ງມອບປະສົບ ການຈາກທີມງານຜູ້ບໍລິ ຫານທີ່ມີຄວາມຊຳນານກ່ຽວກັບດ້ານບໍລິການ ທຸລະກິດຈຳໜ່າຍລົດມາຫຼາຍກວ່າ 38 ປີໃຫ້ແກ່ລູກຄ້າ, ບໍ່ວ່າຈະ ເປັນເລື່ອງຂອງການຂາຍທີ່ຈະຄອຍໃຫ້ຄຳແນະນຳກ່ຽວກັບຜະລິດຕະພັນເປັນຢ່າງດີ, ການບໍລິການຫຼັງການຂາຍຈາກຊ່າງ ເຕັກນິກທີ່ໄດ້ຮັບການຝຶກອົບຮົບໄດ້ມາດຕະຖານເພື່ອໃຫ້ການສ້ອມແປງກວດເຊັກລົດ ຂອງທ່ານມີປະສິດທິພາບ ແລະ ຖືກຈຸດ, ການຕອບສະໜອງເລຶ່ອງອາໄຫຼ່, ການບໍລິການເລື່ອງສິນເຊຶ່ອ, ປະກັນໄພ ແລະ ດ້ານອື່ນໆທີ່ທາງບໍລິສັດໂອໂຕເອ ເຊຍຂອງພວກເຮົາໄດ້ກຽມຄວາມພ້ອມໃນທຸກດ້ານຂໍ້ສຳຄັນເມື່ອທ່ານຊື້ລົດຈາກຕົວແທນຈຳໜ່າຍທີ່ເປັນທາງການທ່ານຈະໄດ້ຮັບສິດຄຸ້ມຄອງການຮັບປະກັນຢ່າງແທ້ຈິງຈາກໂຮງງານບໍ່ວ່າຈະເປັນການ update firmware, ການ Claim ຕໍ່ຊິ້ນສ່ວນທີ່ ພົບເຫັນຂໍ້ບົກຜ່ອງ, ການ Recall ເອີ້ນລົດມາເຂົ້າເຊັກຄືນ ຫຼື ຊິ້ນສ່ວນອາໄຫຼ່ທີ່ອາດເກີດຈາກຄວາມບົກຜ່ອງຕ່າງໆທີ່ຕາມ ມາແມ່ນຢູ່ໃນຄວາມຮັບຜິດຊອບຂອງພວກເຮົາທີ່ຈະປະສານຈາກທາງບໍລິສັດ SOUEAST ເພື່ອຮັບປະກັນໃຫ້ລູກຄ້າບໍ່ມີ ຄວາມເປັນຫ່ວງຕໍ່ບັນຫາທີ່ຕາມມາ ທັງອຳນວຍຄວາມສະດວກ, ສະບາຍ ແລະ ເພື່ອສົ່ງມອບຄຸນນະພາບການບໍລິການ ໃຫ້ລູກຄ້າຢ່າງອຸ່ນໃຈ ແລະ ໝັ້ນໃຈ ສ້າງຄວາມເພິ່ງພໍໃຈໃຫ້ສູງສຸດເພື່ອມອບລົດທີ່ມີຄຸນນະພາບ, Technology ສູງ, ເປັນມິດກັບສິ່ງແວດລ້ອມ, ໃຫ້ຄວາມປອດໄພສູງສຸດ ໃນລາຄາທີ່ຈັບຕ້ອງໄດ້.

ເປດຫອງວາງຂາຍລດໃໝ ແລະ ແນະນຳ ລດຍຫ SOUEAST 4 ລນ - image 2
 

ທ່ານກ່າວໃຫ້ຮູ້ຕື່ມວ່າ: ບໍລິສັດ SOUEASTMotorCorporation ກໍ່ຕັ້ງຂຶ້ນໃນປີ 1995 ເປັນໜຶ່ງ ໃນບໍລິສັດຜະລິດລົດທີ່ເກົ່າແກ່ທີ່ສຸດໃນ ສປ ຈີນ ໂດຍເປັນບໍລິສັດຮ່ວມທຶນກັບ Fujian Motor Industry Group ແລະ ຕໍ່ມາໄດ້ຮວ່ມມືກັບ Mitsubishi Motor. ເລີ່ມສົ່ງລົດອອກຂາຍ ໄປຕ່າງປະເທດໃນປີ 2004. ຫຼັງຈາກ Mitsubishi ຢຸດຕິການຮ່ວມມືໃນປີ 2021, SOUEAST ໄດ້ຖືກເຂົ້າຊື້ ແລະ ປັບໂຄງສ້າງໃໝ່ພາຍ ໃຕ້ບໍລິສັດ CheryAutomobile ໃນປີ 2024, ປັດຈຸບັນ SOUEAST ມີຈໍາໜ່າຍຫຼາຍກວ່າ 80 ປະເທດທົ່ວ ໂລກ ແລະ ມີແຜ່ນຈະຂະຫຍາຍໄປທົ່ວທຸກປະເທດໃນ ASEAN ໄວໆນີ້. ໂດຍມຸ່ງເນັ້ນການຜະລິດລົດທີ່ຕອບ ໂຈດຫຼາກຫຼາຍຄວາມຕ້ອງການ ແລະ ຮູບເເບບໃໝ່ໆ, ໂດດເດັ່ນດ້ານດີໄຊໃຫ້ຄວາມສຳຄັນເຖິງຄຸນນະພາບໃນ ລາຄາທີ່ຄຸ້ມຄ່າເພື່ອຂະຫຍາຍຕະຫຼາດໄປສູ່ຕ່າງປະເທດໃຫ້ຫຼາຍຂຶ້ນ, ປີທີ່ຜ່ານມາມີ SOUEAST ຫຼາຍໆທີ່ໄດ້ ລຸ້ນຄວ້າລາງວັນອັນຊົງກຽດລະດັບໂລກ, ນັ້ນບົ່ງບອກເຖິງກະແສຕອບຮັບ ແລະ ຄວາມໄວ້ວາງໃຈທີ່ວ່ອງໄວ, ເນັ້ນເຖິງຄວາມສຳເລັດອັນຍິ່ງໃຫຍ່.

ເປດຫອງວາງຂາຍລດໃໝ ແລະ ແນະນຳ ລດຍຫ SOUEAST 4 ລນ - image 3
 

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ