ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ພຶດສະພາ ນີ້ ທີ່ສຳນັກງານສູນກາງພັກໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດ ທີ່ພັກເຮົາຫາກໍຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ; ພ້ອມກັນນັ້ນ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນໄລຍະທ້າຍສະໄໝ,ບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພວມຂຸ້ນຂ້ຽວສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຕົນ ໃຫ້ສໍາເລັດຕາມແຜນທີ່ວາງອອກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.ໃນທ່າມກາງສະພາບການຂອງສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະຢູ່ພາຍໃນປະເທດເຮົາເຖິງວ່າສະພາບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນຄ່ອຍຜ່ອນຄາຍລົງ ແລະ ມີທ່ວງທ່າຂະຫຍາຍຕົວດີຂຶ້ນແຕ່ກໍຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການທີ່ຕ້ອງໄດ້ເອົາໃຈໃສ່.

ກອງປະຊຸມສູນກາງຄັ້ງນີ້ ຈະໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານສຳຄັນດັ່ງນີ້ :

ໜຶ່ງ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

ສອງ, ຄົ້ນຄວ້າມີຄໍາເຫັນຊີ້ນໍາຕໍ່ຮ່າງເອກະສານ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຊຶ່ງປະກອບມີ 5 ເອກະສານຄື: ຮ່າງໂຄງການການເມືອງຂອງພັກ; ຮ່າງລາຍງານການເມືອງ; ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ; ກົດລະບຽບຂອງພັກ ສະບັບປັບປຸງ; ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ XI.

ສາມ, ຕີລາຄາກ່ຽວກັບ ຜົນດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກໃຫ້ບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ຕໍ່ການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆ, ເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.

ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 5 ວັນ ຈົນເຖິງວັນທີ 23 ພຶດສະພາ 2025 ຈຶ່ງຈະປິດລົງ.

(ຂ່າວ: ຫສພ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).

ເພີ່ມເຕີມ