ເປີດກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX

ເປີດກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX

ເປີດກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX
ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໄດ້ເປີດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫໍປະ ຊຸມແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ເລັດ ໄຊຍະພອນ ກຳມະກາງສູນກາງພັກ ປະທານຄະນະບໍລິ ຫານງານສູນກາງສະຫະພັນກຳມະບານລາວ (ສກລ), ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາຄະນະບໍລິຫານງານ ສກລ, ປະທານສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ 389 ສະຫາຍ ຍິງ 91 ສະຫາຍທີ່ເປັນຕົວແທນໃຫ້ສະມາຊິກ ສກລ ທົ່ວປະເທດ.
ເປດກອງປະຊມໃຫຍຜແທນກາມະບານລາວທວປະເທດ ຄງທ IX - image 1
 

 

ສະຫາຍ ເລັດ ໄຊຍະພອນ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX ໃນຄັ້ງນີ້ພາຍໃຕ້ຫົວຂໍ້ “ຍົກສູງການນຳພາວຽກງານກຳມະບານ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະ ກອນພັດທະນາສີມືແຮງງານໃຫ້ເຂັ້ມແຂງຮອບດ້ານ ຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໜ່” ແລະ ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ຕົກລົງບັນຫາສໍາຄັນດັ່ງນີ້: ຈະໄດ້ພ້ອມກັນສະຫຼຸບຕີລາຄາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວຄັ້ງທີ VIII ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2026-2030 ຈະໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດ ທະນາວຽກງານກຳມະບານ 5 ປີ ຄັ້ງທີ IV ຊຶ່ງປະກອບມີ 9 ແຜນງານ 51 ໂຄງການ ແລະ ກໍານົດແຜນພັດທະ ນາວຽກງານກໍາມະບານລາວ 5 ປີ ຄັ້ງທີ V; ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຮ່າງປັບປຸງກົດລະ ບຽບສະຫະພັນກຳມະບານລາວ ສະໄໝທີ IX; ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຮ່າງປັບປຸງເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ; ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານ ສກລ ສະໄໝທີ VIII; ຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ອົງການພາຄີກ່ຽວກັບການຈັດຕັ້ງປະຕິບັດວຽກງານກຳມະບານທີ່ພົ້ນເດັ່ນໄລຍະຜ່ານມາ. ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະ ນະບໍລິຫານງານ ສກລ ສະໄໝທີ IX ເພື່ອນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະຫະ ພັນກຳມະບານລາວຄັ້ງນີ້ໃຫ້ສຳເລັດຜົນຕາມຄາດໝາຍທີ່ກຳນົດໄວ້, ຈະໄດ້ຮັບຮອງເອົາຮ່າງມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດຄັ້ງທີ IX ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມໝາຍຄວາມສຳຄັນຜູ້ແທນກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ເພື່ອເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວໃນຂອບເຂດທົ່ວປະເທດໃຫ້ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ເປດກອງປະຊມໃຫຍຜແທນກາມະບານລາວທວປະເທດ ຄງທ IX - image 2
 

ຂ່າວ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ