ພັກ ປປ ລາວຜູ້ຈັດຕັ້ງນຳພາທຸກໄຊຊະນະຂອງການປະຕິວັດລາວ

ພັກ ປປ ລາວຜູ້ຈັດຕັ້ງນຳພາທຸກໄຊຊະນະຂອງການປະຕິວັດລາວ

ພັກ ປປ ລາວຜູ້ຈັດຕັ້ງນຳພາທຸກໄຊຊະນະຂອງການປະຕິວັດລາວ
ໂດຍ:ພູວຽງຄຳ ສະຫາຍ ບຸນມີ ວິໄລຈິດກໍາມະການຄະນະພັກເລຂາໜ່ວຍພັກຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະການລົງທຶນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 (22/3/1955-22/3/2025)

ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປະຈຳປີ 2024ທີ່ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມາວ່າ:ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດລາວທີ່ຈະມາເຖິງນີ້ໃນນາມສະມາຊິກພັກຄົນໜຶ່ງ ແລະທັງຮັບຜິດຊອບເປັນຫົວໜ້າຫ້ອງການຄະນະພັກກະຊວງ, ມີຄວາມພາກພູມໃຈ ແລະຂໍສະແດງຄວາມຮູ້ບຸນຄຸນ ພ້ອມສະແດງຄວາມຍ້ອງຍໍຊົມເຊີຍແລະ ສັນລະເສີນ ຕໍ່ຜົນງານອັນຍິ່ງໃຫຍ່ ໃນການຊີ້ນຳ-ນຳພາຮອບດ້ານ ຂອງພັກປະຊາຊົນປະຕິວັດລາວໃນການນຳພາການປະຕິວັດຊາດປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ຊຶ່ງພັກເຮົາເວລາໃດກໍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຢຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນຢ່າງສະເໝີຕົ້ນສະເໝີປາຍເປັນແນວຄິດຊີ້ນຳຂອງພັກ, ສົມທົບແໜ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ຮູ້ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ.

ໃນຖານະທີ່ຮັບຜິດຊອບວຽກງານພັກ ແລະ ພະນັກງານ, ຕະຫຼອດໄລຍະຜ່ານມາອົງຄະນະພັກ ກະຊວງແຜນການ ແລະການລົງທຶນ ພາຍໃຕ້ການນໍາພາ-ຊີ້ນຳຂອງພັກເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງແຜນການ ແລະການລົງທຶນ ໄດ້ມີຜົນສຳເລັດຫຼາຍດ້ານໃນການຍົກສູງ-ເຊີດຊູບົດບາດການນຳພາຂອງພັກໃນວຽກການປັບປຸງ, ກໍ່ສ້າງ, ຂະຫຍາຍພັກ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບສະພາບການພັດທະນາໃນໄລຍະໃໝ່ຕາມທິດກະທັດຮັດ, ສົມເຫດ, ສົມຜົນ, ຮັບປະກັນໃຫ້ລະບົບການຈັດຕັ້ງຂອງຕົນມີຄວາມເຂັ້ມແຂງໜັກແໜ້ນ, ສາມາດນຳພາການປະຕິບັດໜ້າທີ່ການເມືອງ ຂອງຂະແໜງແຜນການ ແລະການລົງທຶນ ຕາມສິດ, ໜ້າທີ່ ແລະພາລະບົດບາດຂອງຕົນ ໃນການເປັນເສນາທິການໃນວຽກງານຄຸ້ມຄອງເສດຖະກິດມະຫາພາກ, ແຜນການ, ການຄົ້ນຄວ້າວິໄຈການພັດທະນາ ແລະ ຝຶກອົບຮົມ, ການດຶງດູດການລົງທຶນ ແລະ ການພັດທະນາເຂດເສດຖະກິດພິເສດ, ການຮ່ວມມື ແລະ ການຍາດແຍ່ງການຊ່ວຍເຫຼືອຈາກສາກົນ, ວຽກງານປະເມີນຜົນ ແລະວຽກງານສະຖິຕິ.ພັກເຮົາໄດ້ກຳນົດແນວທາງນະໂຍບາຍທີ່ຖືກຕ້ອງ, ມີຄວາມສະຫຼາດສ່ອງໃສ ແລະ ມີໄຫວພິບທີ່ຄ່ອງແຄ້ວສອດຄ່ອງໃນແຕ່ລະຍຸກສະໄໝ ຊຶ່ງເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ມີການພັດທະນາຮອບດ້ານເປັນກ້າວໆມາ ເວົ້າລວມ,ເວົ້າສະເພາະຂະແໜງແຜນການ ແລະ ການລົງທຶນ ພວກເຮົາມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງພາຍໃຕ້ຮົ່ມທຸງຂອງພັກ ພ້ອມທັງສາມາດເສີມຂະຫຍາຍກຳລັງແຮງສັງລວມ ແລະ ມູນເຊື້ອອັນດີງາມຂອງຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ໄດ້ຮັບຜົນສຳເລັດທີ່ສຳຄັນ ໃນຫຼາຍໆດ້ານ ໂດຍສະເພາະການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງພັກໃນແຕ່ລະໄລຍະ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແຕ່ລະຄັ້ງມີຜົນສຳເລັດອັນຈົບງາມ.

ຂ້າພະເຈົ້າຢັ້ງຢືນວ່າ, ຍ້ອນມີການນໍາພາ-ຊີ້ນຳອັນຖືກຕ້ອງຢ່າງໃກ້ຊິດຂອງພັກໃນຂັ້ນຕ່າງໆເຮັດໃຫ້ການປະຕິບັດໜ້າທີ່ວຽກງານການຄຸ້ມຄອງ-ກໍ່ສ້າງພະນັກງານຂອງຂະແໜງແຜນການ ແລະການລົງທຶນ ມີຄວາມເປັນເອກະພາບສູງ, ຮັກສາໄດ້ຄວາມສະຫງົບ ໂດຍສະເພາະການສັບຊ້ອນ, ຈັດວາງບຸກຄະລາກອນ ສອດຄ່ອງກັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ນຳໃຊ້ຖືກຕ້ອງ, ເໝາະສົມກັບຕໍາແໜ່ງງານ, ສອດຄ່ອງກັບລະດັບຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດຂອງພະນັກງານ-ລັດຖະກອນ, ພ້ອມທັງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມຜູ້ທີ່ມີຫົວຄິດປະດິດສ້າງ, ມີພອນສະຫວັນ ແລະຜູ້ມີຜົນງານດີເດັ່ນ ບັນຈຸເຂົ້າໃນຕໍາແໜ່ງສໍາຄັນຂອງພັກ-ລັດ.

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີນີ້ ຂໍອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດທຸກຂັ້ນ ຈົ່ງມີພະລານາໄມສົມບູນສືບຕໍ່ຊີ້ນໍາ-ນຳພາໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າແລະສີວິໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ