ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ
ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20ກໍລະກົດ 2025) ໄດ້ໝູນວຽນມາອີກວາລະໜຶ່ງ,ທ່ານ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ກ່າວວ່າ:ຂ້າພະເຈົ້າ, ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນການເຕີບໃຫຍ່ຂອງ ສະຫະພັນແມ່ຍິງລາວເຮົາ ຊຶ່ງກ່ອນໜ້ານີ້ ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່ຢ່າງຈົດຈໍ່ ໃນການປຸກລະດົມ ຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກົດປະຕິວັດ ແລະຖືແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງສໍາຄັນ ຂອງພັກ.

 

 

ນັບແຕ່ມື້ອົງການຈັດຕັ້ງແມ່ຍິງລາວໄດ້ຮັບການສ້າງຕັ້ງຂຶ້ນມາ ສະຫະພັນແມ່ຍິງລາວມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກ ຂອງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ,ໃຫ້ແທດເໝາະກັບຄວາມຮຽກຮ້ອງຕົວຈິງຂອງວຽກງານໃນໄລຍະໃໝ່.ແມ່ຍິງລາວບັນດາເຜົ່າໄດ້ຄຽງບ່າຄຽງໄລ່ກັບເພດຊາດອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ, ວັດຖຸປັດໄຈປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ ເວົ້າລວມ, ເວົ້າສະເພາະພາລະກິດປ່ຽນແປງໃໝ່ຂອງພັກເຮົາ. ດັ່ງປະທານ ໄກສອນ ພົມວິຫານ ໄດ້ມີທິດຊີ້ນຳຕໍ່ເອື້ອຍນ້ອງແມ່ຍິງ ເພື່ອປຸກລະດົມຂົນຂວາຍເອື້ອຍນ້ອງແມ່ຍິງ ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ. ເພີ່ນໄດ້ຊີ້ນໍາ ວ່າ: "ກ່ອນອື່ນຕ້ອງເຂົ້າໃຈຈະແຈ້ງວ່າ: ວຽກງານຂົນຂວາຍແມ່ຍິງເປັນໜ້າທີ່ປະຕິວັດອັນຍາວນານອັນໜຶ່ງ, ມັນບໍ່ພຽງແຕ່ກ່ຽວພັນເຖິງເພດຍິງທີ່ກວມເຄິ່ງໜຶ່ງຂອງປະຊາກ່ອນເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງເຖິງທັງໝົດສັງຄົມ ເວົ້າສະເພາະ ຢູ່ແຕ່ລະຄອບຄົວ ທັງຕິດພັນຢ່າງສະໜິດແໜ້ນເຖິງການປົປັກຮັກສາ ແລະການຂະຫຍາຍເຊື້ອພັນຂອງຊາດອີກດ້ວຍ. ດັ່ງນັ້ນ ການຂົນຂວາຍແມ່ຍິງ ຈຶ່ງກວມເອົາທຸກຂົງເຂດ ເຊັ່ນ: ການເມືອງ, ເສດຖະ ກິດ, ສັງຄົມ, ວັດທະນະທຳ ແລະເຜົ່າຊົນ."

ໃນໄລຍະດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການ ຂອງພັກ ຍິ່ງມີຄວາມຈຳເປັນປຸກລະດົມແມ່ຍິງລາວບັນດາເຜົ່າໃຫ້ປະກອບສ່ວນຫຼາຍກວ່າເກົ່າຊຶ່ງແມ່ຍິງເຜົ່າຕ່າງໆມີຄວາມຮັບຜິດຊອບອັນໜັກໜ່ວງ ແລະເປັນເພດທີ່ມີຄວາມສາມາດອັນໃຫຍ່ຫຼວງ.ປະທານ ໄກສອນ ພົມວິຫານໄດ້ເນັ້ນໜັກອີກຕື່ມວ່າ: "ໃນໄລຍະໃໝ່ຂອງການປະຕິວັດ, ແມ່ຍິງລາວເຮົາມີກຽດທີ່ໄດ້ເປັນແມ່ຍິງພິລະອາດຫານ, ແມ່ຍິງທີ່ດຸໝັ່ນຂະຫຍັນພຽນ, ຊື່ສັດບໍລິສຸດ, ສະຫງຽມຄ່ຽມຄົມ, ເຮັດວຽກບ້ານກໍເຮືອງ, ເຮັດວຽກເມືອງກໍເດັ່ນ."

ມາໃນປັດຈຸບັນ, ສະພາບການແວດລ້ອມສາກົນ ແລະພາກພື້ນ ໄດ້ຜັນແປໄປຢ່າງວ່ອງໄວ ແລະສະຫຼັບສັບຊ້ອນຊຶ່ງມີດ້ານທີ່ເປັນເງື່ອນໄຂສະດວກພື້ນຖານ ແລະດ້ານທີ່ເປັນສິ່ງທ້າທາຍທົດສອບເປັນຕົ້ນການແກ້ງແຍ່ງແຂ່ງຂັນພາຍໃຕ້ກະແສໂລກາພິວັດນັບມື້ນັບຮຸນແຮງຂຶ້ນ; ຍິ່ງໄປກວ່ານັ້ນອິດທິກຳລັງປໍລະປັກ ແລະພວກຄົນບໍ່ດີ ຍັງບໍ່ປະລະກົນອຸບາຍຫັນປ່ຽນໂດຍສັນຕິຕໍ່ປະເທດເຮົາ ຊຶ່ງນັບມື້ນັບເລິກແລບແນບນຽນກວ່າເກົ່າ. ແຕ່ຍ້ອນມີ ຂະບວນການເຄື່ອນໄຫວວຽກງານຂອງເອື້ອຍນ້ອງແມ່ຍິງລາວເຮົາເປັນກຳລັງແຮງໜຶ່ງປະກອບສ່ວນ ຈຶ່ງເຮັດໃຫ້ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ-ສັງຄົມໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ທັງໝົດທີ່ກ່າວມານັ້ນ,ແມ່ນການປະກອບສ່ວນອັນແຂງແຮງຂອງເອື້ອຍນ້ອງແມ່ຍິງລາວ ຊຶ່ງພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ ດັ່ງຄຳເວົ້າທີ່ວ່າ "ບ່ອນໃດທີ່ມີການຈັດຕັ້ງສະຫະພັນແມ່ຍິງທີ່ເຂັ້ມແຂງ, ໜັກແໜ້ນ, ບ່ອນນັ້ນສາມາດປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນໄດ້ຢ່າງມີຜົນສຳເລັດ; ເອື້ອຍນ້ອງແມ່ຍິງ ຍັງໄດ້ປະຕິບັດໜ້າທີ່ສໍາຄັນໃນການເບິ່ງແຍງ, ອົບຮົມບົ່ມສອນລູກຫຼານ, ເຕົ້າໂຮມຄວາມສາມັກຄີ, ສ້າງສະຖາບັນຄອບຄົວໃຫ້ມີຄວາມຜາສຸກ".

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ