ພັກເຮົາຍາມໃດກໍຖືຊາວໜຸ່ມປຽບເໝືອນແຂນຂວາຂອງພັກ

ພັກເຮົາຍາມໃດກໍຖືຊາວໜຸ່ມປຽບເໝືອນແຂນຂວາຂອງພັກ

ພັກເຮົາຍາມໃດກໍຖືຊາວໜຸ່ມປຽບເໝືອນແຂນຂວາຂອງພັກ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/4/1955-14/4/2025)

 

 ຊຶ່ງທັງ 2 ເຫດການປະຫວັດສາດ ທີ່ເກີດຂຶ້ນ ໃນໄລຍະເວລາໄລ່ເລ່ຍກັນ ແລະ ມີຄວາມໝາຍສໍາຄັນຢ່າງຍິ່ງ.

ພັກເຮົາກໍາເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ, ເພື່ອປົດປ່ອຍຊາດ ນໍາພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ; ພັກເຮົາສືບທອດມາຈາກພັກກອມມູນິດອິນດູຈີນ ໂດຍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ນໍາພາຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ທຸກຊົນຊັ້ນຜ່ານເສັ້ນທາງຢ່າງລະອິດລະອ້ຽວ, ຍືດເຍື້ອຍາວນານ, ແຕ່ໃນທີ່ສຸດກໍສາມາດຍາດໄຊຊະນະໄດ້, ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ, ສາມາດນໍາພາປະຊາຊົນອອກຈາກແອກປົກຄອງຂອງພວກສັກດີນາລ່າເມືອງຂຶ້ນ, ກາຍເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະຂອງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດຂອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ຖານະບົດບາດ ຊື່ສຽງຂອງ ສປປ ລາວ ນັບມື້ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໄດ້ສະແດງຄວາມຮູ້ສຶກຂອງຕົນຜ່ານສື່ມວນຊົນເມື່ອບໍ່ດົນນີ້ວ່າ: ຕະຫຼອດໄລຍະ 70 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືວ່າຊາວໜຸ່ມແມ່ນອະນາຄົດ, ແມ່ນຄວາມຫວັງຂອງພວກເຮົາ, ແມ່ນຜູ້ສືບຕໍ່ນຳເອົາຄັນທຸງອັນສະຫງ່າລາສີຂອງພັກ ໄປເຖິງໄຊຊະນະທີ່ສົມບູນ, ຊາວໜຸ່ມເປັນກຳລັງອັນໃຫຍ່ຫຼວງ, ມີຖານະບົດບາດສຳຄັນທີ່ສຸດໃນການແບກຫາບທຸກຂົງເຂດວຽກງານ ທີ່ໜັກໜ່ວງ, ເປັນຕົ້ນແມ່ນການເພີ່ມພູນຜະລິດຜົນ, ສູ້ຮົບ, ວິທະຍາສາດ ແລະ ອື່ນໆ, ໃນປະຫວັດສາດຂອງຊາດລາວ ໄດ້ຢັ້ງຢືນໄວ້ຢ່າງຈະແຈ້ງວ່າ ວິລະກໍາຂອງຊາວໜຸ່ມລາວ ໃນພາລະກິດຕໍ່ສູ້ກູ້ຊາດ ຊາວໜຸ່ມລາວບັນດາເຜົ່າຜູ້ຮັກຊາດ ແມ່ນກຳລັງສືບທອດທີ່ດີ ແລະ ໄວ້ເນື້ອເຊື່ອໃຈຂອງພັກປະຊາຊົນ ປະຕິວັດລາວ ເປັນກຳລັງແຮງຕົ້ນຕໍ, ແກ່ນສານການຜະລິດຂອງສັງຄົມ, ເປັນແຂນຂວາທີ່ເອົາການເອົາງານຂອງພັກ ທັງແມ່ນກະດູກສັນຫຼັງຂອງປະເທດຊາດ.

ໃນເງື່ອນໄຂໃໝ່ຂອງການປະຕິວັດ ກໍຄືປັດຈຸບັນ ພວກເຮົາພວມຢູ່ໃນທ່າມກາງທີ່ໂລກ, ພາກພື້ນໄດ້ມີຫຼາຍເຫດການທີ່ສຳຄັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ຄວາມໝັ້ນຄົງ, ຄວາມກ້າວໜ້າດ້ານເຕັກນິກ-ເຕັກໂນໂລຊີ, ນະວັດຕະກຳ, ໄພທຳມະຊາດ, ໂຣກລະບາດ ແລະ ອື່ນໆ ຊຶ່ງສ້າງຜົນກະທົບທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕໍ່ແນວຄິດ-ຈິດຕະສາດຂອງຄົນໃນສັງຄົມ ເວົ້າລວມ, ເວົ້າສະເພາະຖັນແຖວຊາວໜຸ່ມ; ເພື່ອເຮັດສໍາເລັດພາລະກິດປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງດ້ານສັງຄົມ ໂດຍຢືນຕໍ່ໜ້າສະພາບການທີ່ມີສິ່ງທ້າທາຍທົດສອບນາໆປະການ ຕໍ່ຊາວໜຸ່ມ ຊຶ່ງເປັນກຳລັງແຮງຕົ້ນຕໍຂອງສັງຄົມ. ດັ່ງນັ້ນ, ຄະນະພັກແຕ່ລະຂັ້ນ ຈຶ່ງຕ້ອງໄດ້ສືບຕໍ່ເພີ່ມທະວີໃນການເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງພັກ ເຂົ້າໃນການກໍ່ສ້າງຊາວໜຸ່ມ ໃນສະພາບການໃໝ່ ໂດຍສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວຊາວໜຸ່ມ ໃຫ້ແຂງແຮງ ແລະ ກວ້າງຂວາງກວ່າເກົ່າ; ສືບຕໍ່ປັບປຸງກົງຈັກ, ກໍ່ສ້າງບຸກຄະລາກອນຊາວໜຸ່ມຂັ້ນຕ່າງໆໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີທາດແທ້ການເມືອງໜັກແໜ້ນ, ໃນນີ້ສຸມໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນໃຫ້ແຂງແຮງກວ່າເກົ່າ; ຍູ້ແຮງຂະບວນການຕະລຸມບອນ ຂອງຊາວໜຸ່ມ ເຂົ້າໃນການພັດທະນາປະເທດຊາດ, ຫຼຸດຜ່ອນປະກົດການຫຍໍ້ທໍ້ ເທື່ອລະກ້າວ.

ຂ້າພະເຈົ້າ ໃນນາມຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເວົ້າລວມ, ເວົ້າສະເພາະ ອົງການຈັດຕັ້ງຊາວໜຸ່ມ ຂອງຄະນະໂຄສະນາອົບຮົມສູນກາງພັກ ຖືເອົາໂອກາດນີ້ ຂໍສະແດງຄວາມຮູ້ບຸນຄຸນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນຳພາຂອງພັກ ພ້ອມທັງຈະສຸມທຸກສະຕິປັນຍາ ຄວາມຮູ້-ຄວາມສາມາດຂອງຕົນ ເພື່ອພາລະກິດປະຕິວັດ ແລະ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ອວຍພອນໄຊອັນປະເສີດ ມາຍັງຖັນແຖວຊາວໜຸ່ມທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງມີພະລານາໄມສົມບູນສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໝຸ່ມ ເວົ້າລວມ, ເວົ້າສະເພາະ ການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງຊາວໜຸ່ມ ຄອສພ ທີ່ຈະເປີດຂຶ້ນໃນໄວໆນີ້ ແນໃສ່ໃຫ້ມີການຫັນປ່ຽນ ແລະ ທວງທ່າທີ່ກ້າວໜ້າໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຊາວຫນຸ່ມ-ເຍົາວະຊົນ ໃນໄລຍະໃໝ່ ເພື່ອໃຫ້ສົມດັ່ງຄໍາເວົ້າຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກໄດ້ມອບນາມມະຍົດໃຫ້ຊາວໝຸ່ມທີ່ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝຂອງພວກເຮົາ ອິນຊີທັງຫຼາຍຈົ່ງບິນໃຫ້ສູງ ບິນໃຫ້ໄປແສນໄກ ໃຕ້ທ້ອງຟ້າສີຄາມຂອງປະເທດຊາດ ແລະ ນຳເອົາອະນາຄົດອັນສົດໃສມາໃຫ້ແກ່ຄົນຮຸ່ນໜຸ່ມພວກເຮົາ”.

(ຂ່າວ-ພາບ: ມີໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ