ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ພັກກໍານົດທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2025) ຄົບຮອບ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ພກການດທາດແທມນເຊອປະຕວດຂອງສະຫະພນກາມະບານລາວ - image 1
 

 

ຊຶ່ງທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ ໄດ້ສະແດງອອກພົ້ນເດັ່ນຜ່ານແຕ່ລະໄລຍະໂດຍສັງເຂບຄື: ໃນປີ 1893 ເປັນຕົ້ນມາ ປະເທດລາວຕົກຢູ່ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ກຳມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ພວກເຂົາບັງຄັບກຳມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫຼາຍໃຫ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ມີຄວາມສ່ຽງອັນຕະລາຍຕໍ່ການອອກແຮງງານ. ຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ ແລະ ປະຊາ ຊົນລາວບັນດາເຜົ່າໄດ້ອຶດຢາກຍາກແຄ້ນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການສັງຄົມ, ບໍ່ໄດ້ຮັບການສຶກສາຮໍ່າຮຽນ ແລະ ອື່ນໆ; ໂທດກຳອັນໂຫດຮ້າຍປ່າເຖື່ອນຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳຕໍ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນ ດາເຜົ່າໄດ້ສ້າງຄວາມເຈັບແສບ ແລະ ຄຽດແຄ້ນທີ່ສຸດສຳລັບຄົນລາວທຸກຄົນ.

ໂດຍສືບທອດມູນເຊື້ອຮັກຊາດອັນແຮງກ້າ, ເດັດຂາດບໍ່ຍອມຈຳນົນຂອງບັນພະບູລຸດລາວ, ຍ້ອນທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ແລະ ພວກສັກດີນາປະຕິການບໍ່ໄດ້, ກຳມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານຫຼາຍໆຄັ້ງ ເປັນຕົ້ນການຕໍ່ສູ້ຂອງກໍາມະກອນຢູ່ບໍ່ກົ່ວໂພນຕິ້ວ; ກໍາມະກອນໄຟຟ້າວຽງຈັນ; ກໍາມະກອນແລ່ນເຮືອຈັກຈໍາປາສັກ; ຫຼວງພະບາງ; ກໍາມະກອນສ້າງທາງເລກ 9 ແລະ ພາກສ່ວນອື່ນໆ, ເພື່ອຕ້ານຕໍ່ການເກັບສ່ວຍອາກອນ, ການບັງຄັບເກັບເກນໄປເປັນກຸລີ, ການທຸບຕີທໍລະມານ, ການຈັບກຸມຄຸມຂັງອັນປ່າເຖື່ອນຂອງພວກເຂົາ, ກໍາມະກອນຈຶ່ງໄດ້ລຸກຂຶ້ນຕໍ່ສູ້ໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດຂຶ້ນເອງ ໄດ້ກາຍເປັນຂະບວນແຜ່ລາມອອກຢ່າງກວ້າງຂວາງໃນທົ່ວປະເທດ ນຳພາໂດຍບັນພະ ບູລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ.

ພກການດທາດແທມນເຊອປະຕວດຂອງສະຫະພນກາມະບານລາວ - image 2
 

ມາຮອດວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ, ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ຊຶ່ງແມ່ນສະຫາຍ ໂຮ່ຈິມິນ ນັກຮົບຜູ້ລໍ້າເລີດ ເປັນຜູ້ຊີ້ນໍາໂດຍກົງ, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍຂອງການປະຕິວັດອິນດູຈີນອອກຢ່າງລະອຽດ; ຊີ້ໃຫ້ເຫັນຊາຕາກໍາຂອງປະຊາຊົນ 3ປະເທດທີ່ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ, ຍົກໃຫ້ເຫັນຂໍ້ຂັດແຍ່ງພື້ນຖານໃນອິນດູຈີນແມ່ນຂໍ້ຂັດແຍ່ງລະຫວ່າງກໍາມະກອນ-ຊາວນາ ແລະ ປະຊາຊົນຜູ້ອອກແຮງງານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ, ສັກດີນາ, ເຈົ້າທີ່ດິນ ແລະ ນາຍທຶນ. ບົນພື້ນຖານຂອງຂະບວນການກໍາມະກອນໃນ 3 ປະເທດອິນດູຈີນ, ພັກໄດ້ສ້າງຕັ້ງ ແລະ ນໍາພາໜ່ວຍກໍາມະບານຢູ່ບໍ່ກົ່ວ, ໂຮງໄຟຟ້າ ແລະ ທ່າເຮືອຢູ່ໃນລາວ ໂດຍແມ່ນໜ່ວຍກໍາມະບານໄດ້ເຄື່ອນໄຫວເຕົ້າໂຮມຄວາມສາມັກຄີຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ປຸກລະດົມຂົນຂວາຍກໍາມະກອນດໍາເນີນການຕໍ່ສູ້ ຊຶ່ງໄດ້ລະເບີດຂຶ້ນເປັນເທື່ອທໍາອິດຢູ່ບໍ່ກົ່ວໂພນຕິ້ວ ໃນລະຫວ່າງ ປີ 1932-1933, ອັນເປັນຂີດໝາຍແຫ່ງບາດລ້ຽວໃໝ່ ຂອງຂະບວນການຕໍ່ສູ້ຊົນຊັ້ນກໍາມະກອນລາວ ສະແດງໃຫ້ເຫັນວ່າໜ່ວຍກໍາມະບານໄດ້ເກີດມີໜໍ່ແໜງເຄື່ອນໄຫວປະຕິວັດ ໂດຍແມ່ນພັກກອມມູນິດອິນດູຈີນເປັນຜູ້ຂົນຂວາຍສ້າງຕັ້ງ ແລະ ຊີ້ນໍາ-ນໍາພາໃນເວລານັ້ນ. ຕໍ່ຈາກນັ້ນມາການປະຕິວັດຂອງປະເທດເຮົາກໍໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ.

ມາເຖິງປີ 1934 ທົ່ວແຄວ້ນລາວມີສະມາຊິກພັກກອມມູນິດ 32 ສະຫາຍ, ມີສະມາຊິກກຳມະບານຈໍານວນ 55 ສະຫາຍ, ພັກກອມມູນິດໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ຖືຊາວໄຮ່ນາເປັນກໍາລັງພື້ນຖານຂອງການປະຕິວັດ. ສະນັ້ນ, ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ກໍາເນີດເກີດຂຶ້ນແຕ່ຕໍ່າຫາສູງໃນທົ່ວປະເທດ, ຈາກຂະບວນການເກີດຂຶ້ນເອງ, ກາຍມາເປັນຂະບວນການທີ່ມີສະຕິທາງຊົນຊັ້ນ,ຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາທາງດ້ານເສດຖະກິດ-ສັງຄົມ, ຊຶ່ງຕິດແໜ້ນກັບການຕໍ່ສູ້ທາງດ້ານການ ເມືອງດ້ວຍຮູບການຕ່າງໆເຊັ່ນ: ຫວ່ານໃບປິວ, ອອກໜັງສືພິມໃຕ້ດິນ, ຄໍາຮຽກຮ້ອງ, ແຕ່ງບົດເພງທີ່ມີເນື້ອຮ້ອງຮັກຊາດ ໂດຍພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ, ກໍາມະກອນຢູ່ບໍ່ກົ່ວໂພນຕິ້ວ, ບໍ່ແໜ່ງໄດ້ປະກອບ ສ່ວນຢ່າງໃຫຍ່ຫຼວງທີ່ສຸດເຂົ້າໃນການປຸກລະດົມຂະບວນການລຸກຮືຂຶ້ນ ຢຶດອໍານາດການປົກຄອງຈາກພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງເວລານັ້ນ, ພັກໄດ້ຖືເອົາຊົນຊັ້ນກໍາມະກອນເປັນກໍາລັງແຮງຂອງພັກ.

ໄລຍະປີ 1946-1955: ພວກລ່າເມືອງຂຶ້ນແບບເກົ່າໄດ້ກັບຄືນມາຮຸກຮານລາວເປັນເທື່ອທີ 2 ໃນ ປີ 1946, ໃນໄລຍະນັ້ນກໍາລັງປະຕິວັດໄດ້ຫັນລົງສູ່ຊົນນະບົດຢ່າງກວ້າງຂວາງ, ຂະບວນກໍາມະກອນໄດ້ຂະຫຍາຍທຸກແຫ່ງຫົນໃນທົ່ວປະເທດ ຊຶ່ງໃນເວລານີ້ພັກເຮົາໄດ້ຖືເອົາແນວໂຮມແຫ່ງຊາດເປັນການເຕົ້າໂຮມຄວາມສາມັກຄີອັນ ກວ້າງຂວາງ, ຖືເອົາພັນທະພາບ, ກຳມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາຊົນເປັນກຳລັງແຮງພື້ນຖານຂອງພັກໃນການຜັນແຍກລ້ອມປ່ຽວ, ໂຄ່ນລົ້ມສັດຕູຂອງຊາດດ້ວຍການນັດຢຸດງານ, ທວງໃຫ້ຂຶ້ນເງິນເດືອນ ແລະ ຫຼຸດ ຜ່ອນຊົ່ວໂມງເຮັດວຽກ; ບັນດາສະມາຊິກພັກ, ສະມາຊິກກຳມະບານຮຸ່ນທຳອິດໄດ້ນຳພາຂະບວນການຕໍ່ສູ້ຂອງກຳມະກອນຕ້ານການເສຍສ່ວຍ, ການຈັບກຸມຄຸມຂັງບັນດາຜູ້ນຳຂອງແນວລາວຮັກຊາດ ທີ່ພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາທ້ອງຖິ່ນໄດ້ກະທຳ, ສາມາດຕໍ່ສູ້ລຶບລ້າງລັດທິລ່າເມືອງຂຶ້ນແບບເກົ່າ. ພາຍຫຼັງຈັກກະພັດລ່າເມືອງຂຶ້ນແບບເກົ່າປະລາໄຊ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງລາວໃນປີ 1955 ດ້ວຍການດໍາເນີນສົງຄາມ "ລ້າງຜານ" ເພື່ອຕ້ານກັບກົນອຸບາຍອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດແບບ ໃໝ່, ມາໃນວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຄັ້ງທໍາອິດຂອງພັກປະຊາຊົນລາວໄດ້ເປີດຂຶ້ນຢູ່ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນຊື່ວ່າ: "ພັກປະຊາຊົນລາວ" ຊຶ່ງພັກໄດ້ກໍານົດທາດແທ້, ຈຸດຢືນຂອງຕົນແຕ່ຫົວທີແມ່ນພັກຂອງ "ຊົນຊັ້ນກໍາມະກອນ ຖືລັດທິມາກ-ເລນິນ ເປັນລະບົບແນວຄິດຊີ້ນໍາ-ນໍາພາ ຖືເອົາກໍາລັງແຮງມາຈາກມະຫາຊົນ" ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກໃນໄລຍະນັ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ