ພັກກອມມູນິດຈີນວາງຍຸດທະສາດເພື່ອຊຸກຍູ້ຄວາມທັນສະໄໝແບບຈີນໂດຍຜ່ານການປະຕິຮູບ

ພັກກອມມູນິດຈີນວາງຍຸດທະສາດເພື່ອຊຸກຍູ້ຄວາມທັນສະໄໝແບບຈີນໂດຍຜ່ານການປະຕິຮູບ
ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາ,ພັກກອມມູນິດຈີນໄດ້ປະກາດແຈ້ງການກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໂດຍຈັດວາງຍຸດທະສາດເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.

ເນື້ອໃນຂອງແຈ້ງການລະບຸວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 15 ຫາ 18 ກໍລະກົດ ຜ່ານມານີ້ໄດ້ຕີລາຄາສູງຕໍ່ພຶດຕິກຳຕົວຈິງທີ່ສຳເລັດຜົນ ແລະ ຜົນງານອັນຍິ່ງໃຫຍ່ຂອງຈີນໃນການລົງເລິກການປະຕິຮູບຢ່າງຮອບດ້ານໃນຍຸກໃໝ່, ພ້ອມທັງເຫັນວ່າ ປັດຈຸບັນ ແລະ ໄລຍະຕໍ່ໄປຂ້າງໜ້າແມ່ນໄລຍະສຳຄັນເປັນຂໍກະແຈໃນການຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງຢ່າງຮອບດ້ານ ແລະ ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງແຫ່ງຊາດອັນຍິ່ງໃຫຍ່ດ້ວຍຄວາມທັນສະໄໝແບບຈີນ, ຕ້ອງວາງການປະຕິຮູບໃຫ້ຢູ່ໃນຖານະທີ່ພົ້ນເດັ່ນກວ່າເກົ່າ,ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍປິ່ນອ້ອມຄວາມທັນສະໄໝແບບຈີນຢ່າງໜັກແໜ້ນ.

ແຈ້ງການລະບຸຕື່ມວ່າ: ກອງປະຊຸມຄົບຄະນະຄັ້ງນີ້ໄດ້ມີການຈັດວາງຢ່າງເປັນລະບົບຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເນັ້ນໜັກການສ້າງໂຄງປະກອບເສດຖະກິດຕະຫຼາດແບບສັງຄົມນິຍົມທີ່ມີລະດັບສູງ, ປັບປຸງໂຄງປະກອບກົນໄກທີ່ຊຸກຍູ້ການພັດທະນາເສດຖະກິດດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນ,ສ້າງໂຄງປະກອບກົນໄກທີ່ສະໜັບສະໜູນການປະດິດສ້າງຮອບດ້ານ,ປັບປຸງລະບົບການບໍລິການເສດຖະກິດມະຫາພາກໃຫ້ສົມບູນຂຶ້ນ, ປັບປຸງໂຄງປະກອບກົນໄກການພັດທະນາແບບເຊື່ອມໂຍງລະຫວ່າງຕົວເມືອງ ກັບ ຊົນນະບົດ, ປັບປຸງໂຄງປະກອບກົນໄກການເປີດປະຕູສູ່ພາຍນອກຢ່າງມີລະດັບສູງໃຫ້ສົມບູນຂຶ້ນ, ປັບປຸງລະບົບລະບຽບການປະຊາທິປະໄຕປະຊາຊົນທົ່ວຂະບວນການໃຫ້ສົມບູນຂຶ້ນ, ປັບປຸງລະບົບການປົກຄອງດ້ວຍກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ, ລົງເລິກການປະຕິຮູບໂຄງປະກອບກົນໄກວັດທະນະທຳ, ປັບປຸງລະບົບການຮັບປະກັນ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ສົມບູນຂຶ້ນ, ລົງເລິກການປະຕິຮູບໂຄງປະກອບຄວາມສີວິໄລທາງລະບົບນິເວດ, ຊຸກຍູ້ລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໃຫ້ຫັນເປັນແບບທັນສະໄໝ, ລົງເລິກການປະຕິຮູບດ້ານການປ້ອງກັນປະເທດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກສູງລະດັບການນຳພາຂອງພັກກຳອຳນາດໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.

ແຈ້ງການຍັງລະບຸຕື່ມອີກວ່າ:ກອງປະຊຸມຄົບຄະນະຄັ້ງນີ້ຍັງມີການຈັດວາງຢ່າງເປັນຮູບປະທຳກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍແນໃສ່ລັກສະນະພິເສດ ແລະ ຄວາມຮຽກຮ້ອງຕ້ອງການພາຍໃນຂອງຄວາມທັນສະໄໝແບບຈີນ. ກອງປະຊຸມເຫັນວ່າ ການເປີດປະຕູສູ່ພາຍນອກໄດ້ເປັນຂີດໝາຍຢ່າງຈະແຈ້ງຂອງຄວາມທັນສະໄໝແບບຈີນ. ຕ້ອງຢຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດທີ່ເປີດປະຕູ່ສູ່ພາຍນອກ, ຢຶດໝັ້ນຊຸກຍູ້ການປະຕິຮູບໂດຍຜ່ານການເປີດປະຕູສູ່ພາຍນອກ, ອີງໃສ່ທ່າແຮງທີ່ປະເທດຈີນເປັນຕະຫຼາດຂະໜາດໃຫຍ່, ຍົກສູງຄວາມສາມາດການປະເປີດປະຕູສູ່ພາຍນອກໃນການຮ່ວມມືສາກົນ, ສ້າງເປັນລະບົບເສດຖະກິດໃໝ່ແບບເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ. ຕ້ອງເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໝັ້ນທ່ຽງ,ລົງເລິກການປະຕິຮູບລະບົບການຄ້າກັບຕ່າງປະເທດ, ລົງເລິກການປະຕິຮູບລະບົບການຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການລົງທຶນຕໍ່ຕ່າງປະເທດ, ປັບປຸງການຈັດສັນການເປີດປະຕູສູ່ພາຍນອກຂອງເຂດແຄ້ວນໃຫ້ດີຂຶ້ນ, ປັບປຸງກົນໄກການຊຸກຍູ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ.

ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແມ່ນນະໂຍບາຍພື້ນຖານແຫ່ງຊາດຂອງຈີນ, ທ່ານສີຈິ້ນຜິງເອີ້ນວ່ານີ້ເປັນສິ່ງວິເສດສຳລັບຈີນຍຸກປັດຈຸບັນທີ່ຢ່ວງບາດກ້າວໃຫຍ່ເພື່ອທ່ວງທັນກັບຍຸກສະໄໝ ແລະ ເປັນເຄັດລັບສຳຄັນທີ່ຕັດສິນຄວາມທັນສະໄໝແບບຈີນຈະສຳເລັດຫຼື ຫຼົມແຫຼວ. ວົງນອກໄດ້ຕີລາຄາວ່າ: ກອງປະຊຸມຄົບຄະນະຄັ້ງນີ້ຍ່ອມຈະກາຍເປັນຫຼັກໝາຍໃໝ່ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການພັດທະນາປະເທດຂອງຈີນໃນໄລຍະຍາວ.

ຄໍາເຫັນ

ຂ່າວຕ່າງປະເທດ

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຂໍ້ມູນຈາກກະຊວງເສດຖະ ກິດ ແລະ ການເງິນຂອງຝຣັ່ງ ທີ່ເຜີຍແຜ່ໃນວັນ 19 ກັນຍາ ຜ່ານມາ ລະບຸວ່າ: ໜີ້ສິນສາທາລະນະຂອງ ຝຣັ່ງຈະສືບຕໍ່ເພີ່ມຂຶ້ນ, ໂດຍຄາດວ່າຈະບັນລຸ 119.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 115.6% ໃນປີ 2025.
ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ Moody's Ratings ຊຶ່ງບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນທາງການເງິນ ໄດ້ເປີດເຜີຍວ່າ, ການຂະຫຍາຍຕົວຢ່າງໄວວາຂອງສູນຂໍ້ມູນໃນມາເລເຊຍຈະນໍາໄປສູ່ຄວາມຕ້ອງການໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະ 10 ປີຂ້າງໜ້າ ແລະ ຂະແໜງພະລັງງານຕ້ອງອາໄສການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍການເຕີບໂຕຂອງສູນຂໍ້ມູນຈະຖືກຂັບເຄື່ອນຈາກລາຄາພະລັງງານທີ່ແຂ່ງຂັນໄດ້, ການສະໜອງທີ່ພຽງພໍ ແລະ ມາດຕະການສະໜັບສະໜູນຂອງລັດຖະບານ, ລວມທັງຄວາມຕ້ອງການທີ່ເພີ່ມຂຶ້ນທີ່ຊຸກຍູ້ໂດຍສິງກະໂປ.
ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະ​ແຫຼງ​ຂ່າວຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດກອງປະຊຸມ​ຖະ​ແຫຼງຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​​ໃຫ້​ຮູ້​ວ່າ, ໃນຖານະເປັນປະເທດການຄ້າສິນຄ້າທີ່ໃຫຍ່ທີ່ສຸດໃນໂລກ, ຈີນຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ຂອງການຄ້າໂລກ.
ກຳປູເຈຍ ເນລະເທດຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 70,000 ຄົນ

ກຳປູເຈຍ ເນລະເທດຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 70,000 ຄົນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ທັດ ສຸຂະ ໂຄສົກກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍ ໄດ້ລາຍງານການເນລະເທດຄົນເຂົ້າເມືອງຜິດກົດໝາຍ ຈຳນວນ 72,426 ຄົນ ລະຫວ່າງເດືອນກັນຍາ 2023 ຫາ ເດືອນກັນຍາ 2026 ຊຶ່ງໃນນັ້ນ, ມີຜູ້ທີ່ກ່ຽວຂ້ອງກັບການສໍ້ໂກງທາງອອນລາຍ ປະມານ 25,703 ຄົນ.
ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ກັນຍາ ຜ່ານມາ, ບໍລິສັດ Google ຂອງ ສະຫະລັດ ອາເມຣິກາ ໄດ້ຍອມຮັບເປັນເທື່ອທໍາອິດວ່າ: ໃນລະຫວ່າງການທົດລອງຄວາມສາມາດດ້ານຄວາມປອດໄພທາງອິນເຕີເນັດໃນເດືອນພຶດສະພາຜ່ານມາ, Gemini ຊຶ່ງເປັນແບບຈໍາລອງປັນຍາປະດິດ ຫຼື AI ຂອງຕົນເຄີຍເຈາະລະບົບປິດກັ້ນ ແລະ ລ່ວງລ້ຳເຂົ້າໃນລະບົບຂອງບໍລິສັດຕົວຈິງ 3 ແຫ່ງ.
ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຕາມຕາຕະລາງກ່ຽວກັບກຳ​ປັ່ນປີ 2026 ຂອງທ່າກໍາປັ່ນສາກົນ ຮະລອງ, ລະດູການທ່ອງທ່ຽວກຳ​ປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳ​ປັ່ນສາກົນ, ພານັກທ່ອງທ່ຽວ​ມາຈາກ ສະຫະລັດ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ.
ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ເພີ່ມເຕີມ