ພັກປະຊາຊົນປະຕິວັດລາວ ມີຜົນງານອັນໃຫຍ່ຫຼວງໃນການນໍາພາພັດທະນາແຂວງເຊກອງ

ພັກປະຊາຊົນປະຕິວັດລາວ ມີຜົນງານອັນໃຫຍ່ຫຼວງໃນການນໍາພາພັດທະນາແຂວງເຊກອງ

ພັກປະຊາຊົນປະຕິວັດລາວ ມີຜົນງານອັນໃຫຍ່ຫຼວງໃນການນໍາພາພັດທະນາແຂວງເຊກອງ
ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກກໍໄດ້ນໍາພາ-ຊີ້ນໍາທຸກຂົງເຂດວຽກງານ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນານັບມື້ເຕີບໃຫຍ່ເຂັ້ມແຂງ,

 ອັນພົ້ນເດັ່ນກວ່າໝູ່ ແມ່ນຄວາມເປັນເອກະລາດ, ອໍານາດອະທິປະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນ, ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ກໍໄດ້ຮັບການແກ້ໄຂ ແລະ ມີທ່າອ່ຽງດີຂຶ້ນຕາມລໍາດັບ.

ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ໃຫ້ສໍາພາດເມື່ອບໍ່ດົນຜ່ານມານີ້ ວ່າ: ຫວນຄືນ 41 ປີຜ່ານມາ, ຄະນະພັກ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໄດ້ຕໍ່ສູ້ປົກປັກຮັກສາເຂດນໍ້າແດນດິນຂອງຕົນຢ່າງພິລະອາດຫານບໍ່ຍອມຈໍານົນຕໍ່ສັດຕູ (ຈັກກະພັດໂຕຮ້າຍກາດ) ປີ 1945 ເລີ່ມມີຮູບຮ່າງໜໍ່ແໜງກໍ່ສ້າງເຂດທີ່ໝັ້ນປະຕິວັດຢູ່ເມືອງດາກຈຶງ, ຊຶ່ງໃນໄລຍະນັ້ນມີຊື່ວ່າ: ສະຫະເມືອງຕາເວັນອອກ ປະກອບດ້ວຍ 7 ເມືອງ ຄື: ເມືອງດາກຈຶງ, ກະລຶມ, ເຊກອງໃຕ້, ເຊກອງເໜືອ, ຕະໂອ້ຍ, ວຽງທອງ ແລະ ເມືອງຊານໄຊ. ປີ 1957 ສູນກາງພັກ ໄດ້ຕົກລົງສ້າງຕັ້ງເປັນສະຫະເມືອງ ເພື່ອວາງແຜນການຕໍ່ສູ້ທາງດ້ານການເມືອງ-ການທະຫານ ໂດຍອີງໃສ່ສັນຍາເຊີແນວເປັນຫຼັກ ໄດ້ເຄື່ອນໄຫວປຸກລະດົມຄວາມສາມັກຄີບັນດາເຜົ່າເປັນກົກ.

ວັນທີ 28 ສິງຫາ 1961 ສູນກາງພັກ ໄດ້ຕົກລົງສ້າງຕັ້ງເປັນແຂວງຕາເວັນອອກ ແລະ ເປັນໄລຍະຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດຜູ້ຮຸກຮາກ ໂດຍພາຍໃຕ້ການເປັນຄັນທຸງຂອງບັນດາທ່ານການນໍາສະຫະເມືອງຕາເວັນອອກໃນເວລານັ້ນ ແລະ ໄດ້ຮັບການສະໜັບສະໜູນອຸ້ມຊູຊ່ວຍເຫຼືອຢ່າງແຮງກ້າ ຂອງປະຊາຊົນບັນດາເຜົ່າ; ຜ່ານຂະບວນວິວັດຂອງການຕໍ່ສູ້ກູ້ຊາດ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ, ລະອິດລະອ້ຽວ ແລະ ເຕັມໄປດ້ວຍຄວາມເສຍສະຫຼະເລືອດເນື້ອເຫື່ອແຮງຂອງບັນພະບູລຸດ ເພື່ອພາລະກິດປະຕິວັດອັນສູງສົ່ງ, ເພື່ອປະເທດຊາດບ້ານເກີດເມືອງນອນອັນແສນຮັກຂອງຕົນ, ລວມກັບປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດສາມາດຍາດໄດ້ຄວາມເປັນເອກະລາດ ແລະ ໄຊຊະນະມາສູ່ ປະຊາຊົນຢ່າງແທ້ຈິງ. ຈາກແປວໄຟສົງຄາມຕ້ານຈັກກະພັດ ຍ້ອນການນໍາພາຂອງພັກ, ເຫັນໄດ້ຄວາມໂຫດຮ້າຍປ່າເຖື່ອນຂອງສັດຕູ; ລູກຫຼານຊາວແຂວງຕາເວັນອອກວິລະຊົນ (ແຂວງເຊກອງ) ຈຶ່ງມີຄວາມຄຽດແຄ້ນ, ໄດ້ອຸທິດຕົນ ທັງເລືອດເນຶ້ອເຫື່ອໄຄ, ເສຍສະຫຼະພັດພາກຈາກຄອບຄົວ ອອກໄປເປັນທະຫານຮັບໃຊ້ການປົດປ່ອຍຊາດ ຢູ່ບັນດາກົມກອງ-ເຫຼົ່າລົບຕ່າງໆ ແຕ່ໃຕ້ຮອດເໜືອ ລ້ວນແຕ່ມີລູກຫຼານຊາວແຂວງເຊກອງໄດ້ປະກອບສ່ວນ ຈົນໄດ້ຮັບນາມມະຍົດວິຊົນແຫ່ງຊາດ, ນັກຮົບແຂ່ງຂັນຈໍານວນຫຼາຍສະຫາຍ, ຍ້ອນການເສຍສະຫຼະເລືອດເນື້ອ ຂອງລູກຫຼານຄືແນວນັ້ນ, ພັກ-ລັດຖະບານ ຈຶ່ງຕົກລົງມອບນາມມະຍົດໃຫ້ແຂວງຕາເວັນອອກ (ເຊກອງປັດຈຸບັນ) ເປັນແຂວງວິລະຊົນ. ພ້ອມນີ້, ຍັງມີບັນດາເມືອງ, ຕາແສງ, ບ້ານ ແລະ ບຸກຄົນ ກໍໄດ້ຮັບນາມມະຍົດວິລະຊົນແຫ່ງຊາດເປັນຈຳນວນຫຼວງຫຼາຍ.

ແຂວງເຊກອງ ຜືນແຜ່ນດິນຢູ່ທາງພາກໃຕ້ດ້ານຕາເວັນອອກຂອງ ສປປ ລາວ, ເປັນເຂດປະຕິວັດລາວໃຕ້ ທີ່ປະທານ ຄໍາໄຕ ສີພັນດອນ, ທ່ານ ສະໝານ ວິຍະເກດ ເຄີຍດໍາລົງຊີວິດເຄື່ອນໄຫວປະຕິວັດ ແລະ ທັງເປັນເຂດເສັ້ນທາງໂຮ່ຈິມິນຫຼາຍເສັ້ນທາງຜ່ານອອກສູ່ສະໜາມຮົບປົດປ່ອຍພາກໃຕ້ຫວຽດນາມ.

ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ສູນກາງພັກ ໄດ້ອອກຄໍາສັ່ງສະບັບເລກທີ 160 ໃຫ້ເຕົ້າໂຮມແຂວງຕາເວັນອອກ ເຂົ້າກັບແຂວງວາປີຄໍາທອງ ແລະ ແຂວງສາລະວັນ ໂດຍໃສ່ຊື່ວ່າ: ແຂວງສາລະວັນ. ແຕ່ເນື່ອງຈາກເນື້ອທີ່ຂອງແຂວງສາລະວັນກວ້າງໃຫຍ່, ເປັນເຂດທຸລະກັນດານພູສູງຊັນ, ເສັ້ນທາງເຂົ້າເຖິງບັນດາເມືອງມີຄວາມຫຍຸ້ງຍາກລໍາບາກ, ເຮັດໃຫ້ການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນເຂດເບື້ອງຕາເວັນອອກມີຄວາມຫຍຸ້ງຍາກ-ບໍ່ທົ່ວເຖິງ ໂດຍປະຕິບັດຕາມດໍາລັດ ສະບັບເລກທີ 041/ປສລ, ລົງວັນທີ 14 ເມສາ 1984 ວ່າດ້ວຍການແບ່ງແຂວງສາລະວັນ ອອກເປັນ 2 ແຂວງ ຄື: ແຂວງເຊກອງ ແລະ ແຂວງສາລະວັນ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງ ມາຮອດປັດຈຸບັນ ແຂວງເຊກອງ ກໍມີອາຍຸໃກ້ຈະຄົບເກືອບ 41 ປີ. ກ່ອນໜ້ານີ້ 41 ປີ ແມ່ນເປັນເຂດພູດອຍຫ່າງໄກສອກຫຼີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ເຊື່ອຖືງົມງວາຍ, ພະນັກງານ-ລັດຖະກອນຍັງຂາດເຂີນດ້ານປະລິມານ ແລະ ຄຸນນະພາບ, ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມບໍ່ທັນມີຫຍັງ, ເສັ້ນທາງຄົມມະນາຄົມ (ທາງບົກ) ສຸດທີ່ຫຍຸ້ງຍາກທຸລະກັນດານ, ເຮືອນຊານ-ບ້ານຊ່ອງຂອງປະຊາຊົນ ລວມທັງສໍານັກງານ-ຫ້ອງການຕ່າງໆຂອງລັດ ຂອງແຂວງແມ່ນມຸງຫຍ້າ, ແອ້ມຝາກະຕີ, ຊົ້ນຢູ່ຕາມຮົ່ມໄມ້; ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ແມ່ນມີຄວາມຫຍຸ້ງຍາກຝືດເຄືອງ ແລະ ຂຶ້ນກັບທໍາມະຊາດ 100%. ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃໝ່, ຮັກຄວາມເປັນເອກະລາດອັນແຮງກ້າ ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໂດຍພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ກໍຄື ຄະນະພັກ, ອໍານາດການປົກຄອງແຂວງແຕ່ລະສະໄໝ ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກອຸປະສັກ ນາໆປະການ ແລະ ທັງເປັນການທົດສອບອັນຂ້ຽວຂາດສັບສົນທີ່ນັບບໍ່ຖ້ວນ.

ຕະຫລອດໄລຍະ 70 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ 41 ປີແຫ່ງການບຸກບືນສູ້ຊົນ ໂດຍມີມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ IV ຫາສະໄໝທີ X ເປັນເຂັມຊີ້ທິດເຍືອງທາງ ຊຶ່ງເຮັດໃຫ້ແຂວງເຊກອງ ໄດ້ຮັບການສ້າງສາພັດທະນານັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ມີການປ່ຽນແປງທີ່ໃຫຍ່ຫຼວງ, ອັນພົ້ນເດັ່ນທີ່ສຸດ ແມ່ນໄດ້ເສີມຂະຫຍາຍມູນເຊື້ອວິລະຊົນຂອງແຂວງ ກໍຄື ຂອງປະຊາຊົນບັນດາເຜົ່າ, ປັບປຸງກໍາລັງກອງຫຼອນ, ປກສ ບ້ານ, ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ໄປພ້ອມໆກັບການຍົກປະລິມານ ແລະ ຄຸນນະພາບ ຂອງກໍາລັງທ້ອງຖິ່ນເປັນປົກກະຕິ ຊຶ່ງສາມາດທັບມ້າງກົນອຸບາຍຂອງພວກຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ ເຮັດໃຫ້ແຂວງເຊກອງມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມໂດຍພື້ນຖານ. ແຂວງໄດ້ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງແຂວງກ້າວເຂົ້າສູ່ຄຸນນະພາບໃໝ່ ແລະ ຫັນປ່ຽນຈາກການຜະລິດທໍາມາຫາກິນແບບທໍາມະຊາດ ໄປສູ່ການຜະລິດສິນຄ້າເທື່ອລະກ້າວ.

ບັນດາພື້ນຖານໂຄງລ່າງ, ດ້ານເສດຖະກິດ ໄດ້ຮັບການປັບປຸງ, ແກ້ໄຂ ແລະ ກໍ່ສ້າງໃໝ່ເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນລະບົບເສັ້ນທາງຄົມມະນາຄົມຂົນສົ່ງ, ລະບົບໄຟຟ້າ, ນໍ້າປະປາ (ນໍ້າສະອາດ) ໄດ້ຮັບການລົງທຶນກໍ່ສ້າງ ແລະ ຂະຫຍາຍຕົວອອກສູ່ຊົນນະບົດຫ່າງໄກສອກຫຼີກ; ການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ ໂດຍສະເພາະການລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເປັນຕົ້ນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ, ໂຄງການກໍ່ສ້າງໄຟຟ້າພະລັງງານລົມ ແລະ ໂຄງການອື່ນໆ ທີ່ກໍາລັງລົງມືຈັດຕັ້ງປະຕິບັດ ຊຶ່ງໄດ້ປະກອບສ່ວນພັດທະນາຊຸມຊົນ, ສ້າງວຽກເຮັດງານທໍາ, ສ້າງອາຊີບໃຫ້ປະຊາຊົນ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ; ການພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າ, ພື້ນຖານໂຄງລ່າງດ້ານການສຶກສາ ແລະ ສາທາລະນະສຸກ ໄດ້ຮັບການຂະຫຍາຍຕົວອອກສູ່ຊົນນະບົດ, ຫຼາຍບ້ານ ແລະ ຫຼາຍກຸ່ມບ້ານ ໄດ້ມີໂຮງຮຽນ, ສຸກສາລາ ແລະ ຖົງຢາປະຈໍາບ້ານ; ຂະນະທີ່ປະຊາຊົນ ກໍໄດ້ເຂົ້າເຖິງການບໍລິການດ້ານການສຶກສາ ແລະ ການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງໂດຍພື້ນຖານ; ສິລະປະ-ວັນນະຄະດີ, ວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ໄດ້ຮັບການອະນຸລັກ, ສົ່ງເສີມ ແລະ ພັດທະນານັບມື້ດີຂຶ້ນ; ການປະຕິບັດນະໂຍບາຍຕອບບຸນແທນຄຸນໃຫ້ແກ່ພະນັກງານອາວຸໂສປະຕິວັດ, ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ການປະຕິວັດຊາດ ປະຊາທິປະໄຕໃນເມື່ອກ່ອນ ໄດ້ຮັບການເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ.

ສະຫາຍ ເຫລັກໄຫລ ສີວິໄລ ກ່າວຕື່ມວ່າ: 41 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງເຊກອງ ພວກເຮົາສາມາດຜ່ານພົ້ນຄວາມຫຍຸ້ງຍາກ, ການທົດສອບອັນລະອິດລະອ້ຽວ ແລະ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ສໍາຄັນຫຼາຍດ້ານ. ທັງໝົດເຫຼົ່ານີ້ ແມ່ນຍ້ອນການນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ ຂອງພັກປະຊາຊົນປະຕິວັດລາວ. ດັ່ງນັ້ນ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃຫ້ແໜ້ນແຟ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ພ້ອມກັນຫັນເອົາແນວທາງ ກໍຄື ມະຕິຕ່າງໆ ຂອງພັກ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງ ເພື່ອສ້າງທ່ວງທ່າການຂະຫຍາຍຕົວໃໝ່, ເຮັດໃຫ້ແຂວງເຊກອງຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຫຼຸດລົງເທື່ອລະກ້າວ.

(ແຫຼ່ງຂ່າວ: ແຂວງເຊກອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າເຮັດໃຫ້ພື້ນຖານວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນະທໍອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: “ວັດທະນາທຳແຫ່ງຊາດລາວ” ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫຼາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຢ້ອງຕ່າງໆ, ບຸນປະເພນີ, ການຟ້ອນລຳ, ການຫຼິ້ນດົນຕີ, ການຂັບລຳ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທຳ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບຳລຸງ ແລະ ຮັກສາ ສຸຂະພາບ ເປັນຕົ້ນ.
ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ຈັດຂຶ້ນໃນວັນທີ 29 ມັງກອນນີ້ ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ, ມີສະຫາຍຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານ ສຊປລ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ນວ, ແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ສຊປລ ເຂົ້າຮ່ວມທັງໝົດ 77 ສະຫາຍ ຍິງ 28 ສະຫາຍ.
ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ພິທີເປີດຫ້ອງຂາຍລົດ ຮາໂມນີໄອຄາບີວາຍດີ (Harmony ICAR BYD 4S Store) ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິວເສ່ຍລ່ຽງ Liu Xueliang ຜູ້ອຳນວຍການຝ່າຍຂາຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດ BYD, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄໍາ ເປັນໜຶ່ງຜະລິດຕະພັນລາວທີ່ມີເອະລັກສະເພາະ ແລະ ຮັກສາລົດຊາດທີ່ເປັນເອກະລັກແຈ່ວບອງຊຽງຂວາງແທ້ 100% ທີ່ນໍາມາວາງຂາຍຮ່ວມໃນງານເທດສະການອາຫານລາວ ປີ 2026 ເພື່ອໃຫ້ຜູ້ມາທ່ຽວໃນງານໄດ້ຊີມ ແລະ ຊື້ໄປຮັບປະທານໄວ້ຍາວນານ.
ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ແຂວງຫົວພັນ ໃນວັນທີ 28 ມັງກອນນີ້ ທີ່ຫ້ອງວ່າການແຂວງ ຊຶ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ວັນທີ 1 ກຸມພາ 1956 ແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະ ບຽບວິໄນ ໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ມີສີມືແຮງງານທີ່ດີ ປະກອບສ່ວນເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕັ້ງໜ້າປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ໃນວັນທີ 28 ມັງກອນ ນີ້ ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານຄະນະພັກກະຊວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ ສຳເລັດຊຸດຝຶກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ທັງໝົດ 300 ອົງ ໃນວັນ 25 ມັງກອນ ຜ່ານມາ, ໂດຍສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ