ທ່ານ ນາງ ບົວວຽງ ເພັດທະລານຄໍາ ກໍາມະການສູນກາງແນວລາວສ້າງຊາດ ຮອງຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມພິທີສະເຫຼີມ ສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້, ຂ້າພະເຈົ້າໄດ້ຮັບໜ້າທີ່ເປັນກຳມະການສູນກາງແນວລາວສ້າງຊາດມາໄດ້ 4 ສະໄໝ, ຜ່ານມາໄດ້ສຸມເຫື່ອແຮງສະຕິປັນຍາປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດ ເປັນຕົ້ນວຽກງານສາສະໜາ ຊຶ່ງເຂົ້າຮ່ວມງານຄັ້ງນີ້ມີຕາງໜ້າ 50 ຊົນເຜົ່າ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີບັນດາເຜົ່າເປັນອັນໜຶ່ງດຽວກັນ.
ໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ພໍດີກົງກັບວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ, ສື່ມວນຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການພັດທະນາປະເທດຊາດ, ມີຈັນຍາບັນ, ຈັນທໍາ, ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຂໍອວຍພອນໄຊອັນປະເສີດແດ່ການນຳພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຊີ້ນໍາໆພາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຂໍອວຍພອນການນໍາແນວລາວສ້າງຊາດທຸກຂັ້ນ ແລະ ສື່ມວນຊົນທຸກທົ່ວໜ້າ ຈົ່ງສືບຕໍ່ເປັນກະບອກສຽງອັນແຫຼມຄົມ, ໂຄສະນາແນວທາງການເມືອງຂອງພັກ-ລັດ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.
ຂ່າວ: ພູວັນ
ຄໍາເຫັນ