ອັດຕາການປະກອບສ່ວນຂອງຜົນຜະລິດການຄົ້ນຄວ້າວິທະຍາສາດໃນຂົງເຂດພະລັງງານສະອາດທີ່ມີລາຄາເໝາະສົມ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງພາກພື້ນອາຊີປາຊິຟິກໄດ້ເພີ່ມຂຶ້ນທົບເທົ່າ.
ດັດຊະນີທຳມະຊາດ-ພະລັງງານ 2025 ສະແດງໃຫ້ເຫັນວ່າ: ດັດຊະນີດັ່ງກ່າວ, ໃນລະຫວ່າງປີ 2015 ຫາ 2023, ຜົນຜະລິດການຄົ້ນຄວ້າວິທະຍາສາດທົ່ວໂລກທີ່ກ່ຽວຂ້ອງກັບພະລັງງານສະອາດທີ່ລາຄາເໝາະສົມ ແລະ ສາມາດຕອບສະໜອງຄວາມຕ້ອງການໄດ້ເພີ່ມຂຶ້ນຫຼາຍກວ່າ 200%. ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ໃນບໍ່ເທົ່າໃດປີຜ່ານມາ, ອັດຕາການເຕີບໂຕຂອງຜົນຜະລິດການຄົ້ນຄວ້າວິທະຍາສາດໃນຂົງເຂດພະລັງງານສະອາດດັ່ງກ່າວໃນພາກພື້ນຕ່າງໆທົ່ວໂລກບໍ່ສະໝ່ຳສະເໝີກັນ. ໃນນັ້ນ, ອັດຕາການປະກອບສ່ວນຂອງພາກພື້ນອາຊີປາຊິຟິກໃນລະຫວ່າງປີ 2019 ຫາ 2023 ໄດ້ເພີ່ມຂຶ້ນທົບເທົ່າ, ສ່ວນພາກພື້ນອື່ນໆບໍ່ມີການປ່ຽນແປງຢ່າງຈະແຈ້ງ.
ໃນລະຫວ່າງປີ 2019 ຫາ 2024, ຜົນຜະລິດການຄົ້ນຄວ້າວິທະຍາສາດໃນຂົງເຂດພະລັງງານສະອາດທີ່ມີລາຄາເໝາະສົມ ແລະ ສາມາດຕອບສະໜອງຄວາມຕ້ອງການໄດ້ຂອງຈີນ ແມ່ນຫຼາຍກວ່າປະເທດອື່ນຢ່າງຫຼວງຫຼາຍ. ໃນໄລຍະດັ່ງກ່າວ, ອັດຕາການປະກອບສ່ວນຂອງຈີນໃນຂົງເຂດດັ່ງກ່າວຫຼາຍກວ່າຂອງອາເມຣິກາທີ່ຢູ່ອັນດັບ 3 ເຖິງ 3 ເທົ່າ.
ຄໍາເຫັນ