ທັດສະນະສຶກສາ ເບິ່ງກິດຈະກຳການປູກ, ການລ້ຽງຂອງຊາວກະສິກອນ ຢູ່ແຂວງອຸດົມໄຊ

ພະນັກງານ ແລະ ຊາວກະສິກອນ ທັດສະນະສຶກສາ ວຽກງານນິເວດກະສິກຳ ຢູ່ແຂວງອຸດົມໄຊ

ພະນັກງານ ແລະ ຊາວກະສິກອນ ທັດສະນະສຶກສາ ວຽກງານນິເວດກະສິກຳ ຢູ່ແຂວງອຸດົມໄຊ
ໃນວັນທີ 18 ທັນວາຜ່ານມາ ໂຄງການຄຸ້ມຄອງອ່າງໂຕ່ງຂະໜາດນ້ອຍແບບຍືນຍົງຢູ່ພາກເໜືອຂອງ ສປປ ລາວ ຄູ່ຮ່ວມຈັດຕັ້ງປະຕິບັດ 2 (SWAN-IP2), ໄດ້ນຳພາພະນັກງານປະສານງານໂຄງການ ແລະ ຊາວກະສິກອນ

 ຈາກອ່າງໂຕ່ງແບບຍືນຍົງໜາດນ້ອຍ ນໍ້ານ້ອຍ (ຜົ້ງສາລີ), ນໍ້າໄດ້ (ຊຽງຂວາງ) ແລະ ນໍ້າເຊືອງ (ຫຼວງພະບາງ) ທັດສະນະສຶກສາ ເບິ່ງກິດຈະກຳການປູກ, ການລ້ຽງຂອງຊາວກະສິກອນ ຢູ່ແຂວງອຸດົມໄຊ ເປັນຕົ້ນແມ່ນ ການປູກຜັກເຮືອນຮົ່ມ ຢູ່ບ້ານວຽງສາເມືອງໄຊ, ການລ້ຽງເຜິ້ງແບບຍືນຍົງ, ການປູກຜັກແບບປະສົມ ປະສານ ຢູ່ບ້ານຫ້ວຍຫຼາ, ການປູກໄມ້ໃຫ້ໝາກແບບປະສົມປະສານ ບ້ານ ໜອງບົວ ເມືອງຫຼາ, ສວນໝາກສີດາ ບ້ານດອນແກ້ວ ແລະ ສວນຜັກ ຂອງສູນກະສິກຳຮ່ວມມືລາວ-ຈີນ.
ທັງນີ້ ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ການເຮັດນິເວດກະສິກໍາຕົວຈິງທີ່ໄດ້ຮັບຜົນສໍາເລັດຜ່ານມາ ເພື່ອເຮັດໃຫ້ຊາວກະສິກອນຈາກ 3 ອ່າງໂຕ່ງດັ່ງກ່າວ ໄດ້ຮຽນຮູ້ການຫັນປ່ຽນສູ່ນິເວດກະສິກໍາທີ່ປະສົບຜົນສາເລັດ ເພື່ອນໍາບົດຮຽນດັ່ງກ່າວ, ໄປຍົກລະດັບການຜະລິດກະສິກຳທີ່ເປັນມິດກັບອ່າງໂຕ່ງຂອງເຂົາເຈົ້າ. ຊຸກຍູ້ໃຫ້ຊາວກະສິກອນນໍາເອົາແບບຢ່າງນິເວດກະສິກຳໄປປະຕິດບັດຕົວຈິງ ໂດຍຜ່ານການແລກປ່ຽນປະສົບການ ເພື່ອສົ່ງເສີມເຕັກນິກການປູກພືດແບບປະດິດສ້າງໃນບົດຮຽນໃໝ່ໆ. ສ້າງເຄືອຄ່າຍເພື່ອສືບຕໍ່ແລກປ່ຽນຄວາມຮູ້ ແລະ ການຮ່ວມມືວຽກງານນິເວດກະສິກຳຕິດພັນກັບການຮັບປະກັນຄວາມຍືນຍົງຂອງອ່າງໂຕ່ງເຂດເນີນສູງພາກເໜືອໃນຕໍ່ໜ້າ.
ການທັດສະນະສຶກສາຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 33 ທ່ານ ປະກອບດ້ວຍ ຄະນະວິຊາການຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ຂອງບັນດາເມືອງເປົ້າໝາຍ, ຮອງຫົວໜ້າທິມງານ SWAN IP2, ບັນດາຊ່ຽວຊານນິເວດກະສິກຳ, ຜູ້ປະສານງານຊຸມຊົນ ແລະ ຊາວກະສິກອນ ຈາກອ່າງໂຕ່ງເປົ້າໝາຍຂອງໂຄງການ; ໃນການລົງທັດສະນະສຶກສາຄັ້ງນີ້ ນຳໂດຍທ່ານ ນາງ ສອນພາວັນ ຫລຽ່ມພະຈັນ ຮອງຫົວໜ້າທິມງານ ສາຫວັນ ໄອພິສອງ (swan - ip2), ມີທ່ານ ສົມໃຈ ຈັນທະວົງ ຊ່ຽວຊານ ນິເວດກະສິກຳປະຈຳໂຄງການ swan - ip2 ພ້ອມດ້ວຍ ທິມງານ ຊ່ຽວຊານ ຜູ້ປະສານງານ ແລະ ຊາວກະສິກອນຈາກໂຄງການໃນສາມແຂວງເຂົ້າຮ່ວມ.
(ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ