ກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະທດປະຈໍາປີ 2024

ພະນັກງານໂຄສະນາອົບຮົມຂອງພັກ

ພະນັກງານໂຄສະນາອົບຮົມຂອງພັກ
(ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະທດປະຈໍາປີ 2024) 1. ຄວາມສຳນຶກກ່ຽວກັບພະນັກງານໂຄສະນາອົບຮົມຂອງພັກ. ພະນັກງານໂຄສະນາອົບຮົມຂອງພັກ ແມ່ນບຸກຄົນຜູ້ທີ່ເຮັດວຽກງານການເມືອງ-ແນວຄິດຂອງພັກ ເວົ້າສະເພາະ,

ເວົ້າລວມແມ່ນສະມາຊິກພັກ ແລະ ການນຳຂອງພັກທຸກຂັ້ນ ຊຶ່ງມີຖັນແຖວພະນັກງານ, ສະມາຊິກພັກ ທີ່ເຮັດວຽກງານໂຄສະນາອົບຮົມຂອງພັກເປັນເສນາທິການ, ເປັນໃຈກາງ ແລະ ມີຄວາມຮັບຜິດຊອບໂດຍກົງ.

2. ວຽກງານໂຄສະນາອົບຮົມ ໄດ້ຕິດພັນກັບຂະບວນການ ການເຄື່ອນໄຫວນຳພາຂອງຄະນະພັກແຄ້ວນລາວ ແລະ ບຸກຄົນການນຳຂອງພັກເຮົາໃນແຕ່ລະໄລຍະ.

ໃນຄວາມເປັນຈິງ ນັບແຕ່ມື້ເລີ່ມຕົ້ນຂອງຂະບວນການຕໍ່ສູ້ຕ້ານການຮຸກຮານ ຈາກສັດຕູພາຍນອກລ້ວນແລ້ວແຕ່ແມ່ນບຸກຄົນຜູ້ນຳໜ້າ ຫຼື ຜູ້ນຳຂະບວນການເປັນຜູ້ເຮັດວຽກປຸກລຸກຂົນຂວາຍ, ປຸກລະດົມຂະບວນການ. ໄລຍະເບື້ອງຕົ້ນຂອງການເຮັດວຽກງານໂຄສະນາອົບຮົມຂອງພັກ ຄະນະແຄ້ວນລາວ ແລະ ບັນດາບຸກຄົນທີ່ໂດດເດັ່ນໃນການເຮັດວຽກງານໂຄສະນາອົບຮົມ ເຊັ່ນ: ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ປະທານ ຄຳໄຕ ສີພັນດອນ, ທ່ານ ພູມີ ວົງວິຈິດ ແລະ ບຸກຄົນການນຳຜູ້ອື່ນໆ.

1. ຂະບວນການເຮັດວຽກງານໂຄສະນາອົບຮົມ ໃນປີ 1934-1935 ພາຍໃຕ້ການນຳພາຂອງຄະນະພັກແຄ້ວນລາວ.

ຄະນະພັກແຄ້ວນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນກອງປະຊຸມຄັ້ງວັນທີ 6-7 ກັນຍາ 1934 ທີ່ດອນຊິງຊູ້ນະຄອນຫຼວງວຽງຈັນ. ເບື້ອງຕົ້ນກອງປະຊຸມກໍໄດ້ຖືສຳຄັນວຽກງານສຶກສາອົບຮົມຜ່ານ “ກອງປະຊຸມ”ແລະ ຖືເອົາ “ສື່”ເປັນການໂຄສະນາອົບຮົມ. ການໂຄສະນາອົບຮົມຜ່ານສື່ກໍແມ່ນໜຶ່ງໃນສອງຮູບການເບື້ອງຕົ້ນ ໂດຍຖືເອົາສື່ສິ່ງພິມຕ່າງໆ ເຊັ່ນ: ໜັງສືພິມແວ່ນລວມ (ເກືອງຈຸງ), ໜັງສືພິມເພື່ອນໜຸ່ມ, ໜັງສືພິມໜຸ່ມເລນິນ, ໜັງສືພິມເພື່ອນນາຍຊ່າງ, ໜັງສືພິມນັກຮຽນ ແລະ ປຶ້ມເສັ້ນທາງການປະຕິວັດຂອງສະຫາຍ ຫງວຽນອາຍກວັກ ແລະ ປຶ້ມສັດຈະວິພາກປະຫວັດສາດ ເບື້ອງຕົ້ນເປັນເຄື່ອງມືເຂົ້າໃນການໂຄສະນາສຶກສາອົບຮົມບັນດາຊັ້ນຄົນ, ນັກຮຽນ, ນັກສຶກສາ, ກຳມະກອນ ແລະ ປະຊາຊົນຊັ້ນຄົນຜູ້ອອກແຮງງານ ໃຫ້ເຫັນໄດ້ເສັ້ນທາງປະຕິວັດ ແລະ ລຸກຂຶ້ນເຮັດການປະຕິວັດປົດປ່ອຍຕົນເອງ.

2. ການເຄື່ອນໄຫວນຳພາປຸກລຸກຂົນຂວາຍຂອງປະທານ ໄກສອນ ພົມວິຫານ ໃນປີ1945ແລະ ກ້າວໄປເຖິງການປະກາດສ້າງຕັ້ງກອງລາດຊະວົງ ໃນປີ 1949.

- ປະທານ ໄກສອນ ພົມວິຫານ ເປັນນັກຍຸດທະສາດຍຸດທະວິທີທີ່ສະຫຼາດສ່ອງໃສ,ຍາມໃດເພິ່ນກໍໄດ້ເອົາການເຄື່ອນໄຫວຂອງຕົນ ຕິດແໜ້ນກັບຂະບວນການປຸກລຸກຂົນຂວາຍ, ເພິ່ນຖືເອົາການໂຄສະນາອົບຮົມເປັນໜ້າວຽກເລີ່ມຕົ້ນທັງມີຄວາມຈຳເປັນຕ້ອງໄດ້ເຮັດແຕ່ຫົວທີໂລດ ຊຶ່ງສະແດງອອກໃນພຶດຕິກຳຂອງເພິ່ນຢູ່ໃນຂະບວນການຕ່າງໆ ໂດຍສະເພາະແມ່ນໃນວັນທີ 13 ສິງຫາ ປີ 1945 ປະທານ ໄກສອນ ພົມວິຫານ ພ້ອມດ້ວຍຄະນະຊາວສະຫວັນນະເຂດໄປປຸກລະດົມຂົນຂວາຍທະຫານຍີ່ປຸ່ນ ສາມາດເຮັດໃຫ້ທະຫານຍີ່ປຸ່ນຕ້ອງຍອມມອບປືນຈຳນວນ 120 ກະບອກ ພ້ອມດ້ວຍລູກປືນອີກຈຳນວນຫຼາຍຫີບໃຫ້ພວກເພິ່ນ.

- ຍ້ອນຜົນງານ ແລະ ຜົນສໍາເລັດໃນການນໍາພາຕົວຈິງ ປະທານ ໄກສອນ ພົມວິຫານ ຈຶ່ງຖືກແຕ່ງ

ຕັ້ງໃຫ້ເປັນຫົວໜ້າພະແນກຖະແຫຼງຂ່າວໂຄສະນາຂອງແຂວງສະຫວັນນະເຂດ, ມາຮອດປີ 1947 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າເຮັດວຽກຢູ່ຫ້ອງການໂຄສະນາກອງບັນຊາການເຂດ 12.

- ປີ 1948 ປະທານ ໄກສອນ ພົມວິຫານ ໄດ້ນຳພາສ້າງກອງຕະລຸມບອນເຂດລາວເໜືອຂຶ້ນ ໂດຍແມ່ນເພິ່ນເອງເປັນຫົວໜ້າກອງຕະລຸມບອນ, ກອງຕະລຸມບອນແມ່ນເຮັດໜ້າທີ່ໂຄສະນາປະກອບອາວຸດ; ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ປຸກລຸກຂົນຂວາຍປະຊາຊົນ ທັງຕີສັດຕູໄປພ້ອມ ເຮັດໃຫ້ກຳລັງນັບມື້ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ ໄດ້ເພີ່ມຂຶ້ນຈົນສາມາດນຳພາສ້າງຕັ້ງກອງລາດຊະວົງ ໃນປີ 1949 ຊຶ່ງເປັນການກຳເນີດກອງທັບປະຊາຊົນລາວຂອງພວກເຮົາໃນວັນທີ 20 ມັງກອນ 1949.

3. ການເຄື່ອນໄຫວປຸກລຸກຂົນຂວາຍຂອງປະທານ ຄຳໄຕ ສີພັນດອນ ໃນການສ້າງຕັ້ງກອງໂຄສະນາປະກອບອາວຸດ ປະສານສົມທົບກັບກອງໄຊຈັກກະພັດເຂດໃຕ້ລາວ (1948) ແລະ ລົງແກ້ໄຂສະພາບການຢູ່ພາກກາງ 1952.

- ປີ 1948 ປະທານ ຄຳໄຕ ສີພັນດອນ ໃນນາມເປັນຜູ້ແທນລັດຖະບານລາວອິດສະຫຼະປະຈຳຢູ່ເຂດຕໍ່ຕ້ານລາວໃຕ້ ເພິ່ນໄດ້ນຳພາສ້າງກອງໂຄສະນາປະກອບອາວຸດຂຶ້ນ 10 ກອງ ເພື່ອເຮັດວຽກໂຄສະນາປຸກລະດົມຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້. ຜ່ານການເຄື່ອນໄຫວໃນວຽກງານດັ່ງກ່າວ ໄດ້ເຮັດໃຫ້ເຂດຕໍ່ຕ້ານລາວໃຕ້ປະສົບຜົນສຳເລັດ, ເຂດທີ່ໝັ້ນຮາກຖານໄດ້ຖືກສ້າງຂຶ້ນຢູ່ໃນຫຼາຍບ່ອນ, ກໍາລັງທະຫານນັບມື້ເພີ່ມຂຶ້ນ ສາມາດເປັນກຳລັງໜູນ ສະໜອງໃຫ້ແກ່ກອງກຳລັງໃນທົ່ວປະເທດ, ປະຊາຊົນກໍໄດ້ໃຫ້ການສະໜັບສະໜູນອູ້ມຊູຊ່ວຍເຫຼືອນັບມື້ກວ້າງຂວາງ ແລະ ຫຼາຍຂຶ້ນ ເຮັດໃຫ້ການຕໍ່ຕ້ານຢູ່ພາກໃຕ້ໄດ້ຂະຫຍາຍຕົວຢ່າງໄວວາ.

- ປີ 1952 ໃນໄລຍະຢູ່ພາກກາງຂອງລາວ ເຂດບົວລະພາ ແຂວງຄຳມ່ວນ ກຳລັງຂອງຝ່າຍແນວລາວອິດສະຫຼະມີຄວາມສັບສົນ ຍ້ອນພຶດຕິກຳການເຄື່ອນໄຫວບໍ່ຕ່າງຫຍັງກັບການທະຫານຝ່າຍຂວາວຽງຈັນ ຈຶ່ງເຮັດໃຫ້ປະຊາຊົນເສື່ອມສັດທາຕໍ່ກຳລັງຂອງພວກເຮົາ. ປະທານ ຄຳໄຕ ສີພັນດອນ ໃນນາມຕາງໜ້າໃຫ້ສູນກາງລົງແກ້ໄຂ ໂດຍການສຶກສາອົບຮົມປຸກລະດົມ ກໍສາມາດເຮັດໃຫ້ສະພາບຂອງກຳລັງໄດ້ມີຄວາມສະຫງົບ, ເຂັ້ມແຂງ ແລະ ຂະຫຍາຍຕົວກວ້າງອອກ.

4. ການເຄື່ອນໄຫວເຮັດວຽກງານໂຄສະນາຂອງ ທ່ານ ພູມີ ວົງວິຈິດ ໃນປີ 1947-1948.

ປີ 1947 ຄະນະຕໍ່ຕ້ານແນວລາວອິດສະຫຼະໄດ້ແຕ່ງຕັ້ງໃຫ້ທ່ານ ພູມີ ວົງວິຈິດ ເປັນປະທານຕໍ່ຕ້ານເຂດ 2 (ຫົວຂອງ-ນ້ຳທາ) ຊຶ່ງເປັນຜູ້ເຮັດວຽກງານໂຄສະນາອົບຮົມຂົນຂວາຍປຸກລະດົມພະນັກງານ, ທະຫານ ແລະ ປະຊາຊົນໃຫ້ເຂົ້າຮ່ວມການຕໍ່ສູ້ຂອງກຳລັງປະຕິວັດ ໂດຍເພິ່ນໄດ້ຖືເອົາປຶ້ມການດັດແປງວິທີເຮັດວຽກ ຂອງປະທານ ໂຮ່ຈິມິນ ແລະ ໜັງສືພິມກູ້ຊາດເປັນເຄື່ອງມືໃນການເຮັດວຽກງານໂຄສະນາອົບຮົມໃນເບື້ອງຕົ້ນ ຈຶ່ງສາມາດເຮັດໃຫ້ກຳລັງປຸກລຸກຂົນຂວາຍໄດ້ຂະຫຍາຍຕົວໄວ, ກອງໂຄສະນາປະກອບອາວຸດກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວຢ່າງເປັນຂະບວນການ.

5. ການເຄື່ອນໄຫວປຸກລຸກຂົນຂວາຍຂອງບັນດາຜູ້ນຳເຮົານຳໂດຍປະທານ ສຸພານຸວົງ ເພື່ອໂຕນອອກຈາກຄຸກໂພນເຄັງ ໃນປີ 1959-1960.

ຂະບວນການສຶກສາອົບຮົມ, ປຸກລຸກຂົນຂວາຍ ຂອງຜູ້ນຳທີ່ຖືກຄຸມຂັງຢູ່ຄຸກໂພນເຄັງ ຊຶ່ງນຳໂດຍປະ

ທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ ແລະ ບຸກຄົນການນຳຜູ້ອື່ນໆ ຊຶ່ງພວກເພິ່ນໄດ້ກາຍເປັນນັກປຸກລະດົມທີ່ຄ່ອງແຄ້ວ, ສະຫຼຽວສະຫຼາດ ສາມາດເຮັດໃຫ້ສາລະວັດທະຫານທີ່ຄຸ້ມກັນນັກໂທດກາຍມາເປັນຜູ້ຮັບໃຊ້ໃນການປ້ອງກັນການໂຕນຄຸກດ້ວຍຄວາມພິລະອາດຫານ ແລະ ປອດໄພ.

ຜ່ານພຶດຕິກຳຂອງຂະບວນການໂຄສະນາປຸກລະດົມຂົນຂວາຍ ຂອງບັນພະບູລຸດລາວເຮົາໃນແຕ່ລະຍຸກ, ແຕ່ລະສະໄໝ ກໍຄືຜູ້ນຳປະຕິວັດຮຸ່ນອາວຸໂສ ແລະ ພະນັກງານສະມາຊິກພັກ ໃນຂະບວນການຕໍ່ສູ້ປະຕິ ວັດ ຈຶ່ງສາມາດສະຫຼຸບໄດ້ວ່າ: ວຽກງານໂຄສະນາອົບຮົມແມ່ນໜ້າທີ່ຄວາມຮັບຜິດຊອບຂອງຜູ້ນຳພາຂະບວນການໃນແຕ່ລະໄລຍະ. ພາຍຫຼັງມີພັກນຳພາວຽກງານດັ່ງກ່າວກໍແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ ແລະ ສະມາຊິກພັກທຸກຄົນ. ຖ້າຢາກໃຫ້ການເຄື່ອນໄຫວຂອງວຽກງານໂຄສະນາອົບຮົມໄດ້ດີ, ມີປະສິດທິພາບສູງ ຜູ້ທີ່ເຮັດວຽກງານໂຄສະນາອົບຮົມຕ້ອງແມ່ນພະນັກງານຫຼັກແຫຼ່ງຂອງພັກ ທີ່ມີຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີແນວຄິດ ແລະ ອຸດົມການປະຕິວັດຈະແຈ້ງ, ມີພາວະການເປັນຜູ້ນຳ, ມີບົດບາດອິດທິພົນພາຍໃນພັກ, ພາຍໃນການຈັດຕັ້ງການເມືອງ-ສັງຄົມ ແລະ ມະຫາຊົນ. ພ້ອມກັນນັ້ນກໍຕ້ອງມີຄວາມຮູ້, ຄວາມສາມາດທາງດ້ານວິຊາການໃນລະດັບທີ່ແນ່ນອນ, ມີຄວາມເປັນແບບຢ່າງທາງດ້ານຈິດສຳນຶກ ແລະ ພຶດຕິກຳ, ມີແນວຄິດເສຍສະຫຼະສູງສົ່ງ ແລະ ຮັກອາຊີບ.

(ຂໍ້ມູນຈາກ: ກົມອົບຮົມ ຄອສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ