ພະແນກກະສິກໍາ-ປ່າໄມ້ ບໍລິຄໍາໄຊຕັ້ງໜ້າປະຕິບັດວາລະແຫ່ງຊາດ ປີ 2023

ພະແນກກະສິກໍາ-ປ່າໄມ້ ບໍລິຄໍາໄຊຕັ້ງໜ້າປະຕິບັດວາລະແຫ່ງຊາດ ປີ 2023
ໂດຍ:ວັນໄຊ ຕະວິນຍານ                                                                                              
ເພື່ອຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ສຸມໃສ່ຜະລິດສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ການຂະຫຍາຍຕົວຂອງຂະແໜງການກະສິກໍາມີຄວາມໝັ້ນທ່ຽງ ໃນປີ 2023 ໃຫ້ບັນລຸ 2,5%, ກວມເອົາ 26% ຂອງ GPP,ທົ່ວແຂວງ ໃຫ້ບັນລຸ 2.282 ຕື້ກີບ, ທັງຮັບປະກັນດ້ານໂພຊະນາການຂອງປະຊາຊົນ ໃຫ້ໄດ້ຮັບພະລັງງານບໍ່ຕໍ່າກວ່າ 2.600-2.700 ກິໂລກາລໍຣີຕໍ່ຄົນຕໍ່ວັນ, ໃນນີ້ ເຂົ້າ ແລະ ທາດແປ້ງ ກວມປະມານ 64%, ຊີ້ນ, ໄຂ່ ແລະ ປາ ປະມານ 9%, ປະເພດພືດຜັກ, ໝາກໄມ້ ແລະ ປະເພດຖົ່ວ ກວມປະມານ 3,5% ແລະ ປະເພດໄຂມັນ, ນໍ້າມັນ ແລະ ນໍ້ານົມ ກວມປະມານ 23,5%.
ໃນປີ 2023 ຜ່ານມາ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ໄດ້ຕັ້ງໜ້າປະຕິບັດຢ່າງເອົາຈິງເອົາຈັງ ໂດຍຖືເອົາແຜນພັດເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງບໍລິຄໍາໄຊ ແລະ ແຜນພັດທະນາກະສິກໍາ ແລະ ປ່າໄມ້ ໄລຍະ 5ປີ (2021-2025) ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຈຶ່ງເຮັດໃຫ້ຫຼາຍຄາດໝາຍມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈ; ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາປະຊາຊົນແຂວງບໍລິຄໍາໄຊຊຸດທີ IIໃນທ້າຍເດືອນທັນວາປີກາຍນີ້ວ່າ: ປີ 2023 ພະແນກກະສິກໍາ-ປ່າໄມ້ເປີດຂຶ້ນ ແຜນການຜະລິດເຂົ້າທັງໝົດ ເນື້ອທີ່ 40.590 ຮຕ, ຜົນຜະລິດ 157.044ໂຕນ; ປະຕິບັດໄດ້ຕົວຈິງ 40.485 ຮຕເທົ່າກັບ 99,74% ຂອງແຜນການປີ; ໃນນີ້ ເນື້ອທີ່ນາເສຍຫາຍ 1.982 ຮຕ, ເນື້ອທີ່ເກັບກ່ຽວໄດ້ 38.483 ຮຕ, ຜົນຜະລິດ 136.711 ໂຕນ, ສະເລ່ຍ 418 ກິໂລ/ຄົນ/ປີ (ຕໍ່ພົນລະເມືອງຕົວຈິງ 327.132 ຄົນ); ໃນນີ້ (ນາປີ 37.198 ຮຕ ນາແຊງ 1.632ຮຕ, ເຂົ້າໄຮ່ 1.655ຮຕ); ການຊົມໃຊ້-ບໍລິໂພກເຂົ້າຕົວຈິງໃນຊີວິດປະຈໍາວັນຂອງປະຊາຊົນມີຄື: ອັດອົບແຫ້ງ 10% ເທົ່າກັບ 13.671 ໂຕນ, ເຮັດແນວພັນ 2.399 ໂຕນ, ບໍລິໂພກ 91.597 ໂຕນ ແລະ ແຮໄວ້ 29.044 ໂຕນ; ສໍາລັບການປູກພືດລະດູແລ້ງ+ຝົນ ແຜນການ 29.082 ຮຕ, ຜົນຜະລິດ 339.202 ໂຕນ;ປະຕິບັດໄດ້ 42.528 ຮຕ, ເທົ່າກັບ 146,2% ຂອງ ແຜນການປີ; ໃນນີ້ ເນື້ອທີ່ເສຍຫາຍ 1.912 ເຮັກຕາ, ເນື້ອທີ່ເກັບກ່ຽວ 40.616 ຮຕ, ຜົນຜະລິດ 586.606 ໂຕນ ແລະ ປີ 2023 ການບໍລິໂພກຂອງປະຊາຊົນພາຍໃນແຂວງບໍລິຄໍາໄຊ ສາມາດບັນລຸໄດ້ ຄື: ຄາດໝາຍ ການບໍລິໂພກເຂົ້າສານ 168 ກິໂລ/ຄົນ/ປີ (ຫຼື ເທົ່າກັບປະມານ 280 ກິໂລເຂົ້າເປືອກ/ຄົນ/ປີ) ສາມາດປະຕິບັດໄດ້ຕາມຄາດໝາຍ; ສໍາລັບຄາດໝາຍ ບໍລິໂພກພືດ-ຜັກ 68 ກິໂລ/ຄົນ/ປີ; ແຂວງສາມາດປະຕິບັດໄດ້ 103 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 151%; ຄາດໝາຍ ປະເພດຖົ່ວ ແລະ ງາ (ແຫ້ງ) 25 ກິໂລ/ຄົນ/ປີ; ປະຕິບັດໄດ້ 4,7 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 19%; ຍັງບໍ່ພໍ 20,3 ກິໂລ ເທົ່າກັບ 81%; ຄາດໝາຍ ສາລີ 30 ກິໂລຄົນປີ; ປະຕິບັດໄດ້ 11 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 36%; ຍັງບໍ່ພໍ 19 ກິໂລ ເທົ່າກັບ 64%; ຄາດໝາຍ ປະເພດພືດຫົວເຜືອກ, ມັນ 32 ກິໂລ/ຄົນ/ປີ; ປະຕິບັດໄດ້ 32 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 100%;ຄາດໝາຍໝາກໄມ້ 58 ກິໂລ/ຄົນ/ປີ, ປະຕິບັດໄດ້ 72 ກິໂລຕໍ່ຄົນຕໍ່ປີ (ໝາກນັດ, ໝາກຫຸ່ງ, ໝາກກ້ວຍ ແລະ ໝາກໄມ້ຕ່າງໆ) ເທົ່າກັບ 124%.
ສ່ວນການຜະລິດຊີ້ນ,ປາ ແລະ ໄຂ່ ແຂວງວາງຄາດໝາຍໃຫ້ໄດ້ 61 ກິໂລ/ຄົນ/ປີ; ໂດຍລວມ ແມ່ນບໍ່ສາມາດປະຕິບັດໄດ້ຕາມຄາດໝາຍຄື: ຄາດໝາຍ ຊີ້ນງົວ 6ກິໂລ/ຄົນ/ປີ; ປະຕິບັດໄດ້ 5,1 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 85%; ຍັງບໍ່ພໍ 0,9 ກິໂລ ເທົ່າກັບ 15%; ຊີ້ນຄວາຍ 5 ກິໂລ/ຄົນ/ປີ, ປະຕິບັດໄດ້ 3,7 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 74%; ຍັງບໍ່ພໍ 1,3 ກິໂລ ເທົ່າກັບ 26%; ຊີ້ນໝູ 10 ກິໂລ/ຄົນ/ປີ, ປະຕິບັດໄດ້ 10,7 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 107%; ເຫຼືອ 0,7 ກິໂລ ເທົ່າກັບ 7%; ຊີ້ນແບ້ 2 ກິໂລ/ຄົນ/ປີ, ປະຕິບັດໄດ້ 0,5 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 25 %; ຍັງບໍ່ພໍ 1,5 ກິໂລ ເທົ່າກັບ 75%;  ຊີ້ນສັດປີກ 7 ກິໂລ/ຄົນ/ປີ, ປະຕິບັດໄດ້ 5,7 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 81,4 %; ຍັງບໍ່ພໍ 1,3 ກິໂລ ເທົ່າກັບ 18,6%; ປາ 25 ກິໂລ, ປະຕິບັດໄດ້ 24,5 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 98 %; ຍັງບໍ່ພໍ 0,5 ກິໂລ ເທົ່າກັບ 2%; ປະເພດໄຂ່ ອື່ນໆ 6 ກິໂລ/ຄົນ/ປີ); ປະຕິບັດໄດ້ 8,3 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 138 %; ເຫຼືອກິນ 2,3 ກິໂລ ເທົ່າກັບ 38%; ທ່ານ ພັດທະຈອນ ແກ້ວພຸດທະວົງ ກ່າວຕື່ມວ່າ: ແຂວງໄດ້ຕັ້ງໜ້າສົ່ງເສີມການຜະລິດພືດ-ຜັກສະອາດ ເພື່ອຫຼຸດຜ່ອນການນໍາເຂົ້າ ໃນປີ 2023 ນີ້,ມີເນື້ອທີ່ປູກຜັກທັງໝົດ  6.603 ຮຕ, ຜົນຜະລິດ 33.986ໂຕນ, ປູກຜັກໃນເຮືອນຮົ່ມ 483 ເຮືອນຮົ່ມ, ຜົນຜະລິດ 87 ໂຕນ.ສໍາລັບການຄຸ້ມຄອງສິນຄ້ານໍາເຂົ້າຈາກເມື່ອກ່ອນ 22 ລາຍການ, ປີ 2023 ຍັງນໍາເຂົ້າ 8 ລາຍການຄື: ແປ້ງເຂົ້າຈີ່, ໝາກໄມ້ລວມ, ເຂົ້າສານຈ້າວເມັດຫັກ, ກາກຖົ່ວເຫຼືອງ, ຮໍາເຂົ້າບາເລ, ໃບຢາສູບ, ເຂົ້າສາລີ ແລະ ກາກໝາກປາມ ຈໍານວນ 2.799 ໂຕນ; ມູນຄ່າ 1.402.483 ໂດລາ.
ວຽກລ້ຽງສັດ ຈາກ 35 ລາຍການ ປີ 2023 ຍັງສືບຕໍ່ນໍາເຂົ້າ 26 ລາຍການ ຄື: ເທົ່າກັບ 84.168,18 ໂຕນ ເປັນມູນຄ່າທັງໝົດ 146,96 ຕື້ກີບ. ສິນຄ້າ ນໍາເຂົ້າມາຈາກໄທ ມີ 20 ລາຍການ: ເທົ່າກັບ 81.99,28 ໂຕນ ເປັນມູນຄ່າທັງໝົດ 38,39 ຕື້ກີບ, ອາຫານສັດ ຈໍານວນ 2.488,6 ໂຕນ, ອາຫານປາ ຈໍານວນ 171,4 ໂຕນ, ໝູແມ່ພັນ ຈໍານວນ 2.550 ໂຕ, ໂຄງໄກ່ແຊ່ແຂງ ຈໍານວນ 89,8 ໂຕນ, ຊິ້ນສ່ວນໄກ່ ຈໍານວນ 57,45 ໂຕນ, ຜະລິດຕະພັນສັດ-ປາ (ຮ໋ອດດອກ+ລູກຊີ້ນ ) ຈໍານວນ 69,85 ໂຕນ, ປາທະເລ 46,5 ໂຕນ, ປານໍ້າຈືດ 56,1 ໂຕນ, ລູກປາ 662,300 ໂຕ.ນອກນັ້ນ ແຂວງຍັງມີ ສິນຄ້າ ນໍາເຂົ້າມາຈາກຫວຽດນາມ ມີ 6 ລາຍການ: ເທົ່າກັບ 2.168,9 ໂຕນ ມູນຄ່າ 108,57 ຕື້ກີບ,ແນວພັນໄກ່ໄຂ່ (ໄກ່ນ້ອຍ) ຈໍານວນ 414.000 ໂຕ,ອາຫານປາ ຈໍານວນ 6.861,5 ໂຕນ, ກະດູກບົດ ຈໍານວນ7.879 ໂຕນ, ວັດຖຸດິບອາຫານສັດ ຈໍານວນ 1.229,4 ໂຕນ, ປາບົດ 65% ຈໍານວນ 132,79 ໂຕນ, ປາທະເລ ຈໍານວນ 455,6 ໂຕນ.
ໄປຄ່ຽງຄູ່ກັບການນໍາເຂົ້າການຜະລິດກະສິກໍາແລ້ວ ແຂວງຍັງຊຸກຍູ້ ປະຊາຊົນປູກພືດເປັນສິນຄ້າສົ່ງອອກ ໄດ້ຈໍານວນບໍ່ໜ້ອຍເຊັ່ນ:ປູກມັນຕົ້ນໄດ້ 28.524 ຮຕ, ຜົນຜະລິດ 479.382 ໂຕນ; ຄິດເປັນມູນຄ່າ 406 ຕື້ກີບ;ປູກຢາງພາລາ  32.341 ຮຕ,ເນື້ອທີ່ກີດເອົານໍ້າຢາງປີ 2023 ມີ 17.996 ຮຕ, ຜົນຜະລິດ 62.987 ໂຕນ, ຄິດເປັນມູນຄ່າ 755 ຕື້ກີບ;ປູກສາລີແຂງ 457 ຮຕ, ຜົນຜະລິດ 3.259 ໂຕນ, ມູນຄ່າ 13 ຕື້ກີບ; ປູກກ້ວຍ ປະຕິບັດຕົວຈິງ ເນື້ອທີ່ 1.748 ຮຕ;ປູກໝາກມ່ວງ 3 ບໍລິສັດ ເນື້ອທີ່ 1.417 ຮຕ; ປູກໝາກກ້ຽງໃຫຍ່3 ບໍລິສັດ,ເນື້ອທີ່ 274 ຮຕ; ປູກໝາກຖົ່ວລຽນ 2 ບໍລິສັດ ປູກແລ້ວເນື້ອທີ່ 134 ຮຕ; ຖ້າສົມທຽບສິນຄ້າກະສິກໍານໍາເຂົ້າ ແລະ ສົ່ງອອກ ຜ່ານດ່ານສາກົນ ປາກຊັນ ແລະ ນໍ້າພາວ ສໍາລັບປີ 2023 ຈາກ 22 ລາຍການ ປີຜ່ານມາ ຍັງນໍາເຂົ້າ 8 ລາຍການ ແລະ ສິນຄ້າປະເພດສັດ, ປາ ຈາກ 35 ລາຍການ ຍັງສືບຕໍ່ນໍາເຂົ້າ 26 ລາຍການ (ປະເພດອາຫານທະເລ,ໂຄງໄກ່ອາຫານສັດ, ປາ, ຫົວອາຫານສັດ, ປຸ໋ຍເຄມີ, ຢາປາບສັດຕູພືດ, ໝາກໄມ້) ລວມມູນຄ່າ 146.9 ຕື້ກວ່າກີບ ແລະ ສິນຄ້າກະສິກໍາສົ່ງອອກຢັ້ງຢືນ PYTO ຈໍານວນ 10 ລາຍການ (ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ຢາງພາລາອົບແຫ້ງເປັນກ້ອນ, ກ້ວຍ, ເຂົ້າ, ໃບຢາສູບ, ໝາກເຜັດດິບ, ໝາກນອດ, ໝາກມ່ວງ, ຖົ່ວດິນ ແລະ ພືດ-ຜັກ) ເປັນມູນຄ່າ 138 ລ້ານໂດລາ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ