ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025
ວັນທີ 4 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈັດພິທີສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບ 3 ຂໍ້ແຂ່ງຂັນ” ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກສກສາທການ ແລະ ກລາແຂວງຄຳມວນ ສະຫບຜນຂະບວນການແຂງຂນ-ຍອງຍ ປ 2025 - image 1
 

ໂອກດານີ້ໄດ້ຮັບຟັງການຜ່ານບົດສະຫຼຸບການແຂ່ງຂັນຍ້ອງຍໍ ປະຈໍາສົກປີ 2025 ແລະ ທິດທາງແຜນປີ 2026

ໃນ 1 ປີຜ່ານມາ ໄດ້ສຸມໃສ່ 3 ຫົວຂໍ້ຫຼັກ ຄື: “ສອນດີ, ຮຽນເກັ່ງ ແລະ ບໍລິຫານດີ” ໂດຍພະແນກໄດ້ຈັດຕັ້ງຄະນະຮັບຜິດຊອບ, ແບ່ງພາລະໜ້າທີ່ ແລະ ຕິດຕາມກວດກາການດຳເນີນງານຂອງ 10 ຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ເປັນໄປຕາມແຜນ. ສຳລັບຂັ້ນພະແນກໄດ້ເປີດຂະບວນການແຂ່ງຂັນໃນວັນທີ 25 ມີນາ 2026 ໂດຍມີພະນັກງານ-ລັດຖະກອນລົງທະບຽນເຂົ້າແຂ່ງຂັນ 194 ຄົນ, ຍິງ 136 ຄົນ. ຜ່ານການປະເມີນ ມີຜູ້ມີຜົນງານດີເດັ່ນ 244 ຄົນ, ຍິງ 168 ຄົນ ແລະ ໄດ້ຮັບການຍ້ອງຍໍຫຼາຍຮູບແບບ ລວມທັງໝົດ 2,889 ໃບ. ສໍາລັບທິດທາງປີ 2026 ພະແນກຈະສືບຕໍ່ຂັບເຄື່ອນຂະບວນການ “ສອນດີ, ຮຽນເກັ່ງ, ບໍລິຫານດີ” ໃຫ້ເປັນຮູບປະທຳ, ຍົກສູງຄຸນນະພາບຄູ-ອາຈານ, ພັດທະນາການຮຽນ-ການສອນ ແລະ ເສີມສ້າງການບໍລິຫານໃຫ້ມີປະສິດທິຜົນ.

ທ່ານ ນາງ ສຸກຂະເສີມ ສິດທິເດດ ເນັ້ນວ່າ ຂະບວນການແຂ່ງຂັນ-ຍ້ອງຍໍ ເປັນກົນໄກສຳຄັນໃນການສ້າງແຮງຈູງໃຈ, ຍົກສູງຈິດໃຈຮັບຜິດຊອບ ແລະ ສົ່ງເສີມພະນັກງານຄູ-ອາຈານໃຫ້ເອົາໃຈໃສ່ພັດທະນາວິຊາຊີບ, ຍົກສູງຄຸນນະພາບການສອນ ແລະ ຜົນສຳເລັດການຮຽນຂອງນັກຮຽນ.

ພ້ອມນີ້ ພິທີດັ່ງກ່າວຍັງໄດ້ມອບຫຼຽນກາລະນຶກ 50 ປີ ແລະ ໃບຍ້ອງຍໍໃຫ້ແກ່ບຸກຄະລາກອນຜູ້ມີຜົນງານດີເດັ່ນ ພ້ອມທັງປະກາດການສັບຊ້ອນ ແລະ ແຕ່ງຕັ້ງພະນັກງານພາຍໃນຂົງເຂດສຶກສາທິການ ແລະ ກິລາແຂວງ ໂດຍຕົກລົງແຕ່ງຕັ້ງ ທ່ານ ພອນພິລົມ ບຸນໄຊ ຮອງຜູ້ອໍານວຍການໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວ່າງບິ່ງ ມາເປັນຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ; ທ່ານ ສີປະສານ ວັງວຽງທອງ ວ່າການຫົວໜ້າສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານມາເປັນຮອງຫົວໜ້າຂະແໜງບໍລິຫານການເງິນ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ.ຂ່າວ : ພະແນກສຶກສາ

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນ ງານມະຫະກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນໃນລະຫວ່າງ ວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກກິລາລອຍນໍ້າ ສະໂມສອນລອຍນໍ້າອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ຍາດໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ "ວຽງຈັນແຊັມປ້ຽນຊິບ 2026 ຊີງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ.
ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ