ຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພຮັບປະກັນຕ້ານອັກຄີ100%

ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພຮັບປະກັນຕ້ານອັກຄີ100%

ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພຮັບປະກັນຕ້ານອັກຄີ100%
ໂດຍ: ບຸນອູ້ມ ທ່ານພັນໂທບຸນຍົງໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພນະຄອນຫຼວວຽງຈັນ, ຫ້ອງຕໍາຫຼວດປກສນະຄອນຫຼວງໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນຫວ່າງບໍ່ດົນມານີ້

 

ກ່ຽວກັບວຽກງານສະພາບການເກີດອັກຄີໄພໃນນະຄອນຫຼວງວຽງຈັນໃນປີ 2024 ວ່າ: ໃນໄລຍະຜ່ານມາມີອັກຄີໄພເກີດຂຶ້ນທັງໝົດ 40 ຄັ້ງ, ແຕ່ບໍ່ຮ້າຍແຮງພຽງແຕ່ຂະໜາດກາງຫາ ຂະໜາດນ້ອຍ ແຕ່ທຽບໃສ່ຕ່າງແຂວງແມ່ນນະຄອນຫຼວງເກີດຫຼາຍກວ່າໝູ່, ສາເຫດທີ່ພາໃຫ້ເກີດອັກຄີໄພໃນນະຄອນຫຼວງວຽງຈັນມີ 7 ສາເຫດ, ແຕ່ສາເຫດຫຼັກມີ 4 ສາເຫດແມ່ນຫຼາຍກວ່າໝູ່, ໜຶ່ງ ເກີດຈາກສາເຫດໄຟຟ້າລັດວົງຈອນຍ້ອນປະຊາຊົນໃຊ້ໄຟຟ້າເກີນຂະໝາດ, ສອງໄຟຟ້າຊອດຍ້ອນສາຍໄຟບໍ່ໄດ້ມາດຕະຖານແລະສາຍເກົ່າບໍ່ໄດ້ມາດຕະຖານ, ສາມ ຍ້ອນອຸປະກອນໄຟຟ້າເວລາໃຊ້ແລ້ວບໍ່ປິດຫຼັງຈາກໃຊ້ງານຫຼື ບໍ່ກວດກາອອກຈາກເຮືອນແລະສີ່ຍ້ອນການເຊື່ອມ, ການຈອດເຮັດໂຄງຫຼັງຄາ ແລະສາເຫດອື່ນໆບໍ່ມີການມ້ຽນມັດສິ່ງທີ່ພາໃຫ້ເກີດເຊື້ອເພີງຢູ່ທາງລຸ່ມເຮັດໃຫ້ຂີ້ທູບຕົກລົງໃສ່ເຮັດໃຫ້ເກີດເຊື້ອໄຟ, ນອກຈາກນີ້ແມ່ນເກີດຍ້ອນການຈູດປ່າ, ຈູດຂີ້ເຫຍື້ອ, ໃຕ້ທູບທຽນບູຊາແລະເກີດຍ້ອນເຄື່ອງຈັກ, ເກີດຍ້ອນສັດເຊັ່ນ: ນົກ, ໜູທີ່ເຮັດຮັງໃສ່ເສົາໄຟຟ້າ, ເຮືອນ, ວັດວາອາຮາມແລະສະຖານທີ່ຕ່າງໆເຮັດໃຫ້ເກີດອັກຄີໄພໄດ້, ດັ່ງນັ້ນ. ສະເພາະຜົນເສຍຫາຍຍ້ອນອັກຄີໄພ (ໄຟໄໝ້) ໃນປີ 2024 ສາມາດສະຫຼຸບຄວາມເສຍຫາຍແມ່ນ 5 ຕື້ກວ່າກີບ, ຖ້າທຽບໃສ່ປີ 2023 ແມ່ນຫຼຸດລົງ, ເພາະວ່າປີ 2023 ຜົນເສຍຫາຍແມ່ນ 30 ຕື້ກວ່າກີບສະເພາະພາຍໃນນະຄອນຫຼວງວຽງຈັນ.

ທ່ານພັນໂທບຸນຍົງໄຊປັນຍາໄດ້ກ່າວຕື່ມວ່າ: ສຳລັບການປະຕິບັດໜ້າທີ່ມອດໄຟແຕ່ລະຄັ້ງມີ ຂໍ້ສະດວກຄື: ເວລາໄປມອດໄຟປະຊາຊົນກໍໃຫ້ການຮ່ວມມືເຊັ່ນ: ຫຼີກທາງໃຫ້, ເສັ່ນທາງເຂົ້າໄປຫາຈຸດມອດກໍມີຄວາມສະດວກກວ້າງຂວາງແລະການປະສານສົມທົບກັບເຈົ້າໜ້າທີ່ໆມາຊ່ວຍພວກເຮົາກໍອຳນວຍຄວາມສະດວກການອອກມອດໄຟແຕ່ລະຄັ້ງ, ແຕ່ປາສະຈາກບໍ່ໄດ້ກໍຍັງມີຂໍ້ຫຍຸ້ງຍາກຄື: ເສັ່ນທາງທີ່ເຂົ້າໄປຫາຈຸດມອດໄຟກໍຄັບແຄບເຮັດໃຫ້ໄກຈາກຈຸດເກີດເຫດເຮັດໃຫ້ການຕໍ່ສາຍນ້ຳເຂົ້າໄປຫາຈຸດດັ່ງກ່າວແມ່ນໃຊ້ເວລາການຕໍ່ທໍ່ນ້ຳຕ້ອງໃຊ້ 4-5 ເສັ້ນ ແລະເສັ່ນທາງໄປຫາຈຸດດັ່ງກ່າວກໍມີລົດຫຼາຍດັ່ງນັ້ນເຮັດໃຫ້ມີຫາງສຽງວ່າ: ລົດດັບເພີງໄປຊ້າ ແລະອີກບັນຫາໜຶ່ງແມ່ນຍ້ອນການໂທລະສັບຫາດັບເພີງພວກເຮົາແມ່ນແຈ້ງຂໍ້ມູນບໍ່ຊັດເຈນເຊັ່ນ: ຖາມວ່າຢູ່ບ້ານໃດ, ຮ່ອມໃດແລະຈຸດໃດເພື່ອເຮັດແນວໃດໃຫ້ເຂົ້າຫາຈຸດມອດໄຟໃຫ້ໄດ້ໄວທີ່ສຸດ.

ສຳລັບການກະກຽມຄວາມພ້ອມຂອງພະແນກສະກັດກັ້ນ ແລະຕ້ານອັກຄີໄພນະຄອນຫຼວວຽງຈັນ, ເພື່ອກະກຽມໃນໄລຍະທີ່ມີການສະເຫຼີມສະຫຼອງບຸນປີໃໝ່ ຂອງພີ່ນ້ອງຊາວຫວຽດນາມແລະຊາວຈີນທີ່ອາໃສຢູ່ ສປປລາວເຮົາ, ພະແນກສະກັດກັ້ນ ແລະຕ້ານອັກຄີໄພນະຄອນຫຼວງວຽງຈັນກໍໄດ້ເພີ່ມທະວີຂຶ້ນເພາະໃນແຕ່ລະປີມັກເກີດຂຶ້ນຍ້ອນວ່າພີ່ນ້ອງຊາວຫວຽດນາມແລະຊາວຈີນໃນການຫຼິ້ນບຸນປີໃໝ່ມີການຈູດທູບ, ທຽນແລະຈູດໝາກໂພກຕ່າງໆແຕ່ລະປີທາງພະແນກພວກເຮົາກໍໄດ້ມີການຫ້າມແຕ່ກໍມີກໍລະນີເກີດອັກຄີໄພ, ເພາະສະນັ້ນປີ 2025ນີ້ທາງພະແນກພວກເຮົາໄດ້ແບ່ງຄວາມຮັບຜິດຊອບອອກເປັນສອງຈຸດຄື:ຈຸທີໜຶ່ງປະຈຳຢູ່ພະແນກສະກັດກັ້ນ ແລະຕ້ານອັກຄີໄພ, ຈຸທີສອງແມ່ນປະຈຳຢູ່ກອງພັນເຄື່ອນທີ່ເດີນທາດຫຼວງ ເພື່ອກຽມພ້ອມຮັບມືກັບເຫດການບໍ່ຄາດຄິດທີ່ອາດຈະເກີດຂຶ້ນໃນການສະຫຼອງບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມແລະຊາວຈີນ, ດັ່ງນັ້ນທາງພະແນກສະກັດກັ້ນ ແລະຕ້ານອັກຄີໄພນະຄອນຫຼວງວຽງຈັນພວກເຮົາແມ່ນມີຄວາມກຽມພ້ອມ 100%.ດັ່ງນັ້ນ,ເພື່ອຫຼີກລ່ຽງບໍ່ໃຫ້ເກີດອັກຄີໄພຈຶ່ງຢາກຮຽກຮ້ອງໃຫ້ປະຊາຊົນຊາວລາວ, ພີ່ນ້ອງຊາວຫວຽດນາມແລະຊາວຈີນທີ່ອາໃສຢູ່ນະຄອນຫຼວງວຽງຈັນໃຫ້ເອົາໃຈໃສ່ຕື່ມກ່ຽວກັບການປ້ອງກັນບໍ່ໃຫ້ເກີດອັກຄີໄພ ໃນໄລຍະສະຫຼອງບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມແລະຊາວຈີນບໍ່ໃຫ້ຈູດໝາກກະໂພກ, ບັ້ງພຸແລະຈູດເງິນ ອັນທີ່ເປັນເຊື້ອໄຟທີ່ຈະເຮັດໃຫ້ເກີດໄຟໄໝ, ອີກບັນຫາໜຶ່ງແມ່ນການຊົມໃຊ້ໄຟຟ້າແລະໃຊ້ເຄື່ອງໄຟຟ້າຕ້ອງມີສະຕິໃຊ້ແລ້ວໃຫ້ປິດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ