ຜັນຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຍົກສູງບົດບາດການນໍາພາຂອງພັກ

ຜັນຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຍົກສູງບົດບາດການນໍາພາຂອງພັກ

ຜັນຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຍົກສູງບົດບາດການນໍາພາຂອງພັກ
ໂດຍ: ພູວັນ ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ (21/3/1946-21/3/2025) ຄົບຮອບ 79 ປີ, ວັນທີ 21 ມີນາເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນໃນປະຫວັດສາດຂອງຊາດລາວເຮົາ,

ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ຊາວເມືອງທ່າແຂກ ແຂວງຄຳມ່ວນ ແລະ ພະນັກງານນັກຮົບຂອງພວກເຮົາ. ຍ້ອນການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ.

ກ່ອນໜ້ານີ້79 ປີພວກລ່າເມືອງຂຶ້ນແບບເກົ່າໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່ ເພື່ອສະກັດກັ້ນ, ຕ້ານການບຸກລຸກຄັ້ງໃໝ່ຂອງສັດຕູຕ່າງດ້າວ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າໄດ້ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ. ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ.ດັ່ງນັ້ນ, ໃນຖານະທີ່ເປັນພັກກຳອຳນາດຊຶ່ງຖືກບັນຍັດໄວ້ໃນລັດຖະທຳມະນູນແຫ່ງ ສປປ ລາວ. ສະນັ້ນໃນເມື່ອເປັນພັກກຳອຳນາດແລ້ວພັກຕ້ອງຖືສໍາຄັນການເຕົ້າໂຮມກຳລັງແຮງຂອງທຸກຊັ້ນຄົນໃນສັງຄົມເຂົ້າໃນການພັດທະນາໃຫ້ມີຜົນສຳເລັດ; ຕ້ອງຍຶດໝັ້ນໃນລັກສະນະຊົນຊັ້ນຂອງພັກເສີມສ້າງຄວາມສາມັກຄີປອງດອງລະຫວ່າງຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມ, ການຜັນຂະຫຍາຍມູນເຊື້ອ ແລະທາດແທ້ຂອງພັກເຮົາເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ມີຜົນສຳເລັດແມ່ນໜ້າທີ່ຂອງໝົດທຸກຄົນ ໂດຍສະເພາະແມ່ນຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕ້ອງເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາ ຊົນຊັ້ນຄົນຕ່າງໆດັ່ງນີ້:1) ສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກ; 2) ຕັ້ງໜ້າປຸກລະດົມຂົນຂວາຍການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ຂອງລັດໃຫ້ປະກົດຜົນເປັນຈິງ; 3) ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; 4) ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ປະເທດເຮົາພວມປະເຊີນຢູ່ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ສຳເລັດຕາມຄາດໝາຍທັງເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ; 5) ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນລາວພາຍໃຕ້ຮົ່ມທຸງຂອງພັກ ແລະ ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ; 6. ຕັ້ງໜ້າປັບປຸງພາຍໃນພັກໃຫ້ເປັນພັກກຳອຳນາດໃຫ້ປອດໃສເຂັ້ມແຂງໜັກແໜ້ນ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງພະນັກງານ, ສະມາຊິກພັກເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງມະຫາຊົນ; 7) ຜັນຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ສໍາເລັດຕາມແຜນການ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ເພື່ອບັນລຸໄດ້ຕາມຄາດໝາຍທີ່ພັກວາງອອກນັ້ນຈະຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການເມືອງ-ແນວຄິດຢ່າງຕັ້ງໜ້າແນໃສ່ສ້າງສະຕິບຸກຄົນ ແລະ ສະຕິສັງຄົມໃຫ້ສອດຄ່ອງກັບແນວທາງຂອງພັກ, ຄືດັ່ງຄໍາເຫັນຊີ້ນໍາບາງຕອນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ ທີ່ມີຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ວ່າ: “ຖ້າຖືວຽກງານການເມືອງ-ແນວຄິດປຽບເໝືອນສະໜາມຮົບແນ່ນອນຕ້ອງເວົ້າເຖິງການຕໍ່ສູ້ ການຕໍ່ສູ້ໃນທີ່ນີ້ແມ່ນການຕໍ່ສູ້ລະຫວ່າງອັນຖືກກັບອັນຜິດຢູ່ໃນກະໂຕສະມາຊິກພັກເຮົາ; ສະນັ້ນຄວາມຖືກຕ້ອງ, ຄວາມເປັນທໍາຕ້ອງຕີຖອຍແນວຄິດທີ່ຜິດເຂວອອກໄປ, ສຸດທ້າຍແນວຄິດທີ່ຖືກຕ້ອງ, ການກະທໍາທີ່ຖືກຕ້ອງເອົາຊະນະແນວຄິດທີ່ບໍ່ຖືກຕ້ອງ ແລະ ຜິດເຂວນັ້ນ, ພ້ອມທັງເດັດດ່ຽວບໍ່ປະປ່ອຍໃຫ້ຄວາມຄິດ ແລະ ການກະທຳທີ່ບໍ່ຖືກຕ້ອງກືນກິນເນື້ອທີ່ ແລະ ຄອບງຳມັນສະໝອງ ຫຼືແນວຄວາມຄິດຂອງສະມາຊິກພັກ ແລະ ປະຊາຊົນເຮົາເປັນອັນຂາດ".

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ