ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ

ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ

ພັດທະນາສື່ມວນຊົນໃຫ້ທັນກັບສະຖານະການ ແລະ ສອດຄ່ອງຕາມແນວທາງປ່ຽນແປງໃໝ່ຂອງພັກ
ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວ ກໍຄືວັນສ້າງຕັ້ງ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ຄົບຮອບ 75 ປີ (13/8/1950 - 13/8/2025), ທ່ານ ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ມີຄຳເຫັນວ່າ: ຕະຫຼອດ 75 ປີຜ່ານມາ, ພາຍໃຕ້ການຊີ້ນຳ ແລະ ນຳພາຢ່າງໃກ້ຊິດຂອງພັກ ປປ ລາວ ສື່ມວນຊົນລາວເວົ້າລວມ ແລະ ສື່ມວນຊົນທາງການຂອງລາວເວົ້າສະເພາະ ໄດ້ຮັບການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນບຸກທະລຸການໂຄສະນາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກໄປສູ່ຄຸນນະພາບໃໝ່, ຈາກເມື່ອກ່ອນປະຊາຊົນເຂດຫ່າງໄກສອກຫຼີກບໍ່ສາມາດເຂົ້າເຖິງໄດ້ຂໍ້ມູນຂ່າວສານທາງການ,ແຕ່ປັດຈຸບັນກໍສາມາດຮັບຂໍ້ມູນຂ່າວສານໄດ້ສະດວກສະບາຍຂຶ້ນຫຼາຍກວ່າເກົ່າໂດຍຜ່ານສື່ແບບໃໝ່. ພ້ອມນັ້ນການຫັນສື່ມວນຊົນໄປສູ່ຄຸນນະພາບໃໝ່ກໍໄດ້ຮັບການປັບປຸງຢ່າງເປັນຮູບປະທຳ ແລະ ປັດຈຸບັນແມ່ນພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສົມກັບວ່າແມ່ນກະບອກສຽງຂອງພັກຢ່າງແທ້ຈິງ.

 

ພດທະນາສມວນຊນໃຫທນກບສະຖານະການ ແລະ ສອດຄອງຕາມແນວທາງປຽນແປງໃໝຂອງພກ - image 1
 

 

ຢ່າງໃດກໍຕາມ, ຖ້າອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ສື່ມວນຊົນທາງການລາວຍິ່ງຕ້ອງໄດ້ພັດທະນາຕົນເອງໃຫ້ທັນກັບສະພາບການໃໝ່, ໃນນີ້ຂ້າພະເຈົ້າຂໍຍົກ 2 ບັນຫາທີ່ຕ້ອງໄດ້ບຸກທະລຸຢ່າງຕັ້ງໜ້າໄປຕື່ມອີກຄື: ໜຶ່ງ, ຕ້ອງບຸກທະລຸດ້ານເນື້ອໃນການລາຍງານຂ່າວໃຫ້ໄວ, ທັນເຫດການ, ສັ້ນກະທັດຮັດ, ຖືກໃຈທັງຜູ້ຢາກອ່ານແລະ ຖືກຕ້ອງຕາມແນວທາງຂອງພັກ, ຕ້ອງຮູ້ປັບປຸງຕົນເອງ ແລະ ຕອບໂຈດໃຫ້ໄດ້ວ່າເປັນຫຍັງຜູ້ອ່ານຈຶ່ງມັກອ່ານຂ່າວໃນສື່ບໍ່ເປັນທາງການຫຼາຍກວ່າສື່ທາງການ, ໝາຍຄວາມວ່າຕ້ອງນຳໃຊ້ທຸກຊ່ອງທາງການລາຍງານຂ່າວທັງຊື່ແບບເກົ່າ ແລະ ຊື່ແບບໃໝ່ໄປຄຽງຄູ່າກັນຢ່າງກົມກຽວ. ແຕ່ການບຸກທະລຸນີ້ກໍບໍ່ໄດ້ໝາຍຄວາມວ່າເປັນການລອກແບບ ຫຼື ກ່າຍເອົາບົດຮຽນຂອງຜູ້ອື່ນແບບ 100%, ແຕ່ຕ້ອງອີງໃສ່ສະພາບຈຸດພິເສດຂອງປະເທດເຮົາ ແລະ ແນວທາງການເມືອງຂອງພັກເຮົາເປັນຫຼັກ. ສອງ, ໃນດ້ານການສ້າງລາຍຮັບເຫັນວ່າສື່ທາງການພວກເຮົາໄດ້ປຽບກວ່າສື່ເອກະຊົນຍ້ອນມີລາຍຮັບຈາກງົບປະມານຂອງລັດເປັນບຸລິມະສິດ, ທັງມີບຸກຄະລາກອນ, ເຄື່ອງມື ແລະ ທິດຊີ້ນຳຢ່າງໃກ້ຊິດ, ແຕ່ການສ້າງລາຍຮັບດ້ານວິຊາການຍັງບໍ່ທັນເຮັດໄດ້ດີ. ພວກເຮົາກໍບໍ່ຄວນລືມໃນການສ້າງລາຍຮັບຈາກວິຊາການຂອງແຕ່ລະອົງການສື່ເພື່ອຮັບປະກັນຄວາມສະດວກສະບາຍໃນການເຮັດວຽກງານ. ໃນນີ້ຂ້າພະເຈົ້າຢາກເນັ້ນການສ້າງລາຍຮັບຈາກການລາຍງານຂ່າວຜ່ານຢູທູບ ແລະ ເຟສບຸກຂອງສື່ທາງການເຫັນວ່າຍັງໄດ້ໜ້ອຍ ຫຼື ເກືອບວ່າບໍ່ທັນມີເລີຍຖ້າທຽບໃສ່ສື່ທີ່ບໍ່ເປັນທາງການ. ຢາກແກ້ບັນຫານີ້, ສື່ທາງການຕ້ອງສ້າງນັກລາຍງານຂ່າວຜ່ານຢູທູບຢ່າງເປັນມືອາຊີບ (ຢູທູບເປີ) ຊຶ່ງບົດຮຽນນີ້ພວກເຮົາກໍເຄີຍມີມາແລ້ວໃນການສ້າງໂຄສົກມືອາຊີບ, ເພາະສະນັ້ນຄວນສ້າງນັກລາຍງານຂ່າວຜ່ານຢູທູບໃຫ້ມີທັງປະລິມານ ແລະ ຄຸນນະພາບ.

ພດທະນາສມວນຊນໃຫທນກບສະຖານະການ ແລະ ສອດຄອງຕາມແນວທາງປຽນແປງໃໝຂອງພກ - image 2
 

ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສື່ມວນຊົນລາວ ກໍຄືວັນສ້າງຕັ້ງ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປລາວ ຄົບຮອບ 75 ປີ ຂໍອວຍພອນໄຊມາຍັງອົງການຈັດຕັ້ງສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນຈົ່ງສືບຕໍ່ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກຢ່າງເປັນຮູບປະທຳ.

ພດທະນາສມວນຊນໃຫທນກບສະຖານະການ ແລະ ສອດຄອງຕາມແນວທາງປຽນແປງໃໝຂອງພກ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ