ພາຍໃຕ້ການນໍາພາຂອງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບມີຄວາມໜັກແໜ້ນເຂັ້ມແຂງ

ພາຍໃຕ້ການນໍາພາຂອງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບມີຄວາມໜັກແໜ້ນເຂັ້ມແຂງ

ພາຍໃຕ້ການນໍາພາຂອງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບມີຄວາມໜັກແໜ້ນເຂັ້ມແຂງ
ໂດຍ: ນົກ ບຸນມາເລີດ ໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ

 

ໄດ້ສະແດງທັດສະນະຕໍ່ວັນສໍາຄັນດັ່ງກ່າວ ເມື່ອບໍ່ດົນມານີ້ວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງດ້ານການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນ ປະຕິວັດລາວໄດ້ນໍາພາປະຊາຊົນລາວບັນດາເຜົ່າເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລືບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່.

ຕະຫຼອດໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ພັກປະຊາຊົນ ປະຕິວັດລາວຖືເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີຂອງພັກ, ຖືເອົາຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະ ນະບຸກຄົນຮັບຜິດຊອບເປັນຫຼັກການຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕໍານິຕິຊົມຊຶ່ງກັນ ແລະ ກັນເປັນກົດເກນການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກໍາລັງແຮງໃນການນໍາພາຂອງພັກ.

ສະຫາຍ ພັນເອກ ພິມ ວິຈິດວົງສາ ໃຫ້ຮູ້ຕື່ມອີກວ່າ: ເພື່ອຂໍ່ານັບຮັບຕ້ອນ 70 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ. ໃນນີ້, ເວົ້າສະເພາະຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ). ດັ່ງນັ້ນ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ສຸມໃສ່ຊີ້ນໍາບັນດາກົມກອງຮາກຖານ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບຈັດຕັ້ງປະຕິບັດບັນດາຂະບວນການຕ່າງໆຄື: ຂະບວນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ດໍາເນີນຊີວິດການ ເມືອງປັບປຸງພາຍໃນພັກ, ຂະບວນການກຽມພ້ອມສູ້ຮົບ, ຂະບວນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງກອງ 3 ປອດ, ສ້າງກອງວັດທະນະທໍາ-ນັກຮົບວັດທະນະທໍາ, ຂະບວນການ 7 ເນື້ອໃນຂໍ້ແຂ່ງຂັນ, ແມ່ຍິງ 3 ດີ, ຊາວໜຸ່ມ 4 ບຸກ, ຂະບວນການອົບຮົມ-ຫັດແອບ ແລະ ການປະຕິບັດລະບຽບແບບແຜນຂອງກອງທັບ ແລະ ຂະບວນການອອກແຮງານເພີ່ມພູນຜະລິດຜົນ, ຂະບວນການແຂ່ງຂັນສິລະປະ-ວັນນະຄະດີ ແລະ ຂະບວນການກິລາມວນຊົນຢູ່ກົມກອງຂຶ້ນກັບ ກໍຄືຢູ່ຂັ້ນກົມໃຫຍ່ເສນາທິການກອງທັບຢ່າງເປັນຂະບວນການຟົດຟື້ນ, ຂະ ບວນການທີ່ມີລັກສະນະພົ້ນເດັ່ນ ແມ່ນຂະບວນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ດໍາເນີນຊີວິດການ ເມືອງປົວແປງພາຍໃນພັກ ເຫັນວ່າພະນັກງານ-ສະມາຊິກພັກ ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຕໍ່ການນໍາພາ, ຄວາມບໍລິສຸດສັດຊື່, ຄວາມຈົງຮັກພັກດີ, ຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ການປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ, ຂະບວນການກຽມພ້ອມສູ້ຮົບ ແລະ ປ້ອງກັນເປົ້າໝາຍ ເຫັນວ່າພະນັກງານ-ນັກຮົບທົ່ວກົມໃຫຍ່ເສນາທິການກອງທັບ ໄດ້ພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບຢ່າງເຂັ້ມງວດ ສະແດງອອກຕົວຈິງໃນໄລຍະປ້ອງກັນກອງປະຊຸມສຸດຍອດອາຊຽນ ເຫັນວ່າຮັກສາໄດ້ຄວາມສະຫງົບ-ຄວາມປອດໄພໃຫ້ແກ່ການດໍາເນີນກອງປະຊຸມ 100%, ພ້ອມນີ້ຍັງຈະໄດ້ສຸມໃສ່ສືບຕໍ່ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນວຽກງານປັບປຸງກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ໄດ້ຕາມເງື່ອນໄຂ, ສຸມໃສ່ສ້າງຖັນແຖວພະນັກງານ-ສະມາຊິກພັກໃຫ້ມີຄຸນນະພາບ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງທັບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ