ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ
ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.

 

ສຳລັບແຂວງຜົ້ງສາລີ ໄດ້ຮັບການສະຖາປະນາຂຶ້ນຢ່າງເປັນທາງການໃນວັນທີ 1 ກັນຍາ 1955 ຢູ່ບ້ານປາກບານ ເມືອງໃໝ່ (ປັດຈຸບັນຂຶ້ນກັບເມືອງຂວາ). ອົງຄະນະພັກແຂວງໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ I ຢ່າງເປັນທາງການໃນວັນທີ 18-30 ຕຸລາ 1968 ຢູ່ຫ້ວຍປຸງບຸດ ບ້ານປາກແພ ເມືອງໃໝ່ ແລະ ກອງປະຊຸມໃຫຍ່ຄັ້ງທີ II ໃນຕົ້ນເດືອນສິງຫາ 1971 ຢູ່ບ້ານຫ້ວຍອຸ່ນ ເມືອງໃໝ່ ໂດຍໄດ້ຮັບກຽດຈາກສະຫາຍເລຂາທິການໃຫຍ່ ປະທານ ໄກສອນ ພົມວິຫານ ລົງມາຊີ້ນຳໂດຍກົງອັນເປັນເຫດການສຳຄັນທາງປະຫວັດສາດ.

ຕະຫຼອດໄລຍະ 40 ປີແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ (1986-2026) ພາຍໃຕ້ການນຳພາຂອງສູນກາງພັກ, ຄະນະບໍລິຫານງານພັກແຂວງແຕ່ລະຮຸ່ນ ໄດ້ບຸກບືນສູ້ຊົນເຮັດໃຫ້ແຂວງຜົ້ງສາລີ ຈາກສະພາບແຂວງທີ່ອ່ອນນ້ອຍທຸກຍາກຫຼ້າຫຼັງໃນທຸກດ້ານ ມີພຽງ 6 ເມືອງ, 713 ບ້ານ, ພື້ນຖານໂຄງລ່າງເລີ່ມຕົ້ນຈາກສູນ, ໄດ້ກ້າວຂຶ້ນຢ່າງໜັກແໜ້ນຕາມທິດທາງທີ່ພັກໄດ້ກຳນົດໄວ້.

ຜ່ານການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານ ນັບແຕ່ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຈົນມາຮອດຄັ້ງທີ XI ຂອງພັກ ແລະ ພວມກະກຽມສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ. ທາງດ້ານເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ ໄດ້ຮັບການພັດທະນາໃນຫຼາຍດ້ານ ຊຶ່ງສັງລວມໄດ້ດ້ານທີ່ພົ້ນເດັ່ນຄື:ດ້ານເສດຖະກິດມະຫາພາກຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບສະເລ່ຍ 6.51% ຕໍ່ປີ (1997-2006), ເປັນ 6.47%/ປີ (2016-2025) ແລະ ໃນແຜນຄັ້ງທີ X (2026-2030) ຂະຫຍາຍຕົວສະເລ່ຍຢ່າງຕ່ຳ 5.5%ຕໍ່ປີ. ມູນຄ່າ GDP ໃນໄລຍະ 2017-2026 ບັນລຸ 31,982 ຕື້ກີບ ເພີ່ມກວ່າ 17,480 ເທົ່າທຽບໃສ່ປີ 2006; GDP ຕໍ່ຫົວຄົນບັນລຸ 40 ລ້ານກີບ ຫຼື 1,843 ໂດລາ ເພີ່ມຫຼາຍກວ່າ 10 ເທົ່າ. ການລົງທຶນຂອງລັດຈາກ 4.36 ຕື້ກີບ (1987-1996) ມາເປັນ 1,163.77 ຕື້ກີບ (2017-2026) ເພີ່ມຫຼາຍກວ່າ 260 ເທົ່າ.

ການສົ່ງເສີມການຜະລິດ: ຜົນຜະລິດເຂົ້າຈາກ 11,320 ໂຕນໃນປີ 1986 ຄາດຄະເນຮອດປີ 2026 ຈະບັນລຸ 1,072,484 ໂຕນ ເພີ່ມກວ່າ 94 ເທົ່າ; ຂະຫຍາຍຈາກ 2 ຊະນິດເປັນ 8 ຊະນິດພືດຕົ້ນຕໍ (ຊາ, ຢາງພາລາ, ໝາກແໜ່ງ, ກາເຟ, ອ້ອຍ, ໝາກກ້ວຍ, ສາລີ ແລະ ການລ້ຽງສັດ-ປະມົງ). ໂຄງລ່າງຊົນລະປະທານພັດທະນາຮອດ 3,412 ແຫ່ງ, ອັດຕາປົກຫຸ້ມປ່າໄມ້ຮັກສາໄດ້ 65%.

ການຄ້າ ແລະ ການສົ່ງອອກ: ຕະຫຼາດຈາກ 1 ແຫ່ງ ຂະຫຍາຍເປັນ 52 ແຫ່ງ (ເພີ່ມ 52 ເທົ່າ); ຫົວໜ່ວຍທຸລະກິດຂາຍຍ່ອຍຈາກ 91 ຫົວໜ່ວຍ ຂະຫຍາຍມາເປັນຫຼາຍກວ່າ 3,000 ຫົວໜ່ວຍ (ເພີ່ມ 32 ເທົ່າ); ມູນຄ່າສົ່ງອອກຈາກ 0.01 ຕື້ກີບ ໃນປີ 1986 ບັນລຸ 6.043 ຕື້ກີບ (2017-2025) ເພີ່ມ 604,368 ເທົ່າຜະລິດຕະພັນສິນຄ້າທີ່ໄດ້ຮັບເປັນ ODOP ບັນລຸ 32 ລາຍການ.

ພື້ນຖານໂຄງລ່າງ: ບ້ານທີ່ມີເສັ້ນທາງລົດເຂົ້າເຖິງຈາກ 152 ບ້ານ ບັນລຸ 503 ບ້ານ ຄິດເປັນ 100% ໃນປີ 2025; ໄຟຟ້າຄາດຄະເນຮອດປີ 2026 ຈະບັນລຸ 454 ບ້ານ ຄິດເປັນ 90.26%; ໂທລະຄົມມະນາຄົມພັດທະນາເປັນ 2G ຄຸ້ມ 482 ບ້ານ, 3G/4G/5G ຄຸ້ມ 314 ບ້ານ, ພາກລັດຕິດຕັ້ງລະບົບ E-office ແລະ ກອງປະຊຸມທາງໄກ.

ດ້ານວັດທະນະທຳ-ສັງຄົມການສຶກສາ: ໂຮງຮຽນຊັ້ນປະຖົມຈາກ 349 ແຫ່ງ ພ້ອມໂຮງຮຽນຊັ້ນອຸດົມ 2 ແຫ່ງ (ອຸດົມຜົ້ງສາລີ ແລະ ອຸດົມເມືອງໃໝ່) ໃນປີ 1986 ພັດທະນາມາເປັນ 652 ແຫ່ງ, ໃນປັດຈຸບັນ (ສົກຮຽນ 2023-2024).

ສາທາລະນະສຸກ: ສະຖານທີ່ບໍລິການທັງໝົດ 60 ແຫ່ງ, ຄຸ້ມການບໍລິການຫຼາຍກວ່າ 80% ຂອງບ້ານທົ່ວແຂວງ; ນ້ຳລິນສະອາດຄຸ້ມ 436 ບ້ານ (ເພີ່ມ 418 ບ້ານທຽບປີ 1986); ຮ້ານຂາຍຢາຖືກກົດໝາຍ 54 ຮ້ານ (ຈາກ 0 ຮ້ານໃນປີ 1986); ການນຳໃຊ້ວິດຖ່າຍໃນປີ 1986 ມີພຽງ 18 ບ້ານ (ຄິດເປັນ 3%) ປັດຈຸບັນໄດ້ຮັບການພັດທະນາຢ່າງກ້າວກະໂດດ; ດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ

ຜ່ານໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່, ພາຍໃຕ້ການນຳພາຂອງຄະນະບໍລິຫານງານພັກແຂວງແຕ່ລະສະໄໝ ຄັ້ງທີ I-XI, ແຂວງຜົ້ງສາລີ ໄດ້ຮັກສາໄວ້ຊຶ່ງສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມໄດ້ຮັບການປັບປຸງ ແລະ ກໍ່ສ້າງໃໝ່ຢ່າງບໍ່ຢຸດຢັ້ງ, ຖັນແຖວພະນັກງານ-ສະມາຊິກພັກ ໄດ້ຮັບການກໍ່ສ້າງ-ບຳລຸງ ແລະ ເຕີບໃຫຍ່ເຂັ້ມແຂງ; ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ; ການພົວພັນຮ່ວມມືກັບບັນດາແຂວງໃກ້ຄຽງຂອງປະເທດເພື່ອນມິດຍຸດທະສາດ (ສປ ຈີນ ແລະ ສສ ຫວຽດນາມ) ໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ, ແໜ້ນແຟ້ນ ແລະ ບັນລຸຜົນສຳເລັດເປັນກ້າວໆມາ.

ຕໍ່ກັບວຽກງານແກ້ໄຂຄວາມທຸກຍາກ ຖືເປັນວຽກງານໜຶ່ງທີ່ສຳຄັນອັນເປັນຍຸດທະສາດຢ່າງຕໍ່ເນື່ອງຂອງພັກ ແລະ ອຳນາດການປົກຄອງແຂວງຜົ້ງສາລີ ຕະຫຼອດເກືອບ 40 ປີແຫ່ງການປ່ຽນແປງໃໝ່. ໂດຍທີ່ແຂວງຜົ້ງສາລີ ຕັ້ງຢູ່ໃນເຂດພູສູງ ຄິດເປັນ 99% ຂອງເນື້ອທີ່, ຄ້ອຍຊັນ, ພື້ນທີ່ຫ່າງໄກສອກຫຼີກ, ການຕັ້ງພູມລຳເນົາຂອງປະຊາຊົນກະແຈກກະຈາຍ, ອັນເປັນສາເຫດຫຼັກທີ່ເຮັດໃຫ້ອັດຕາຄວາມທຸກຍາກຂອງແຂວງຍັງກວມອັດຕາສ່ວນສູງທຽບໃສ່ບັນດາແຂວງອື່ນໆໃນທົ່ວປະເທດ.ໝາກຜົນທີ່ບັນລຸໄດ້ໃນວຽກງານແກ້ໄຂຄວາມທຸກຍາກຕະຫຼອດໄລຍະຜ່ານມາ, ດ້ວຍຄວາມເອົາໃຈໃສ່ຂອງພັກ-ລັດ, ຄະນະພັກແລະການຈັດຕັ້ງແຕ່ລະຂັ້ນຈາກການປະເມີນຜົນມາດຕະຖານຄວາມທຸກຍາກແລະພົ້ນທຸກ 348/ລບໃຫ້ຮູ້ວ່າ: ທົ່ວແຂວງມີບ້ານພົ້ນທຸກ 244 ບ້ານ, ກວມ 47.38%, ມີຄອບຄົວພົ້ນທຸກ 18,801 ຄອບຄົວ, ກວມ 50.47%, ມີບ້ານພັດທະນາ 31 ບ້ານ, ກວມ 6.11%, ຄອບຄົວພັດທະນາ 8,037 ຄອບຄົວກວມ 21.58%, ສ້າງໄດ້ 7 ຈຸດສຸມບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດບັນລຸຕາມແຜນ, ສ້າງໄດ້ຕົວແບບພັດທະນາຊົນນະບົດໃໝ່ 1 ຈຸດແລະສາມາດສ້າງເມືອງພົ້ນທຸກ 1 ເມືອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ