ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນໜຸ່ມລາວ ນັບມື້ເຂັ້ມແຂງຂຶ້ນເທື່ອລະກ້າວ

ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນໜຸ່ມລາວ ນັບມື້ເຂັ້ມແຂງຂຶ້ນເທື່ອລະກ້າວ

ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນໜຸ່ມລາວ ນັບມື້ເຂັ້ມແຂງຂຶ້ນເທື່ອລະກ້າວ
ໂດຍ: ວັນເພັງ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກປປ ລາວ) ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ນາງ ທິບພະສອນ ຫຼວງຊະລາດ ຮອງຫົວໜ້າພະແນກວິທະຍຸ-ໂທລະພາບຊາວໜຸ່ມ

 ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວ ຜ່ານນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ນັບແຕ່ມື້ສ້າງຕັ້ງພັກປປ ລາວ ໃນວັນທີ 22 ມີນາ 1955 ພັກໄດ້ນໍາພາ-ຊີ້ນໍາໂດຍກົງຮອບດ້ານ ໃນຂະບວນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ໄດ້ເປັນແກ່ນນໍາເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ຊາວໜຸ່ມ ໃນຂອບເຂດທົ່ວປະເທດລຸກຂຶ້ນຕໍ່ສູ້ກັບຈັກກະພັດຕ່າງດ້າວຈົນຍາດໄດ້ໄຊຊະນະກ້າວໆມາ. ນອກນີ້, ພາຍໃຕ້ຫົ່ມທຸງຂອງພັກ ແລະ ການນໍາພາອັນສະຫຼາດສ່ອງໃສໄດ້ກາຍເປັນມູນເຊື້ອວິລະກໍາທາງດ້ານປະຫວັດສາດ ໂດຍສະເພາະນັກຮົບປະຕິວັດຜູ້ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດຕະຫຼອດໄລຍະທີ່ຜ່ານມາຍ້ອນມີພັກນໍາພາໃນພາລະກິດຂອງການປະຕິວັດຈຶ່ງສາມາດນໍາພາປະເທດຊາດກ້າວເຂົ້າສູ່ສັງຄົມທີ່ມີຄວາມສີວິໄລ, ມີຄວາມສະຫງົບສຸກ, ມີລະບຽບວິໄນ. ຈົນເຖິງປັດຈຸບັນພັກປະຊາຊົນປະຕິວັດລາວ ຄົບຮອບ 70ປີ ແລະ ໄດ້ສືບຕໍ່ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງຖາວອນ.

ພັກປະຊາຊົນ ປະຕິວັດລາວ ເປັນແກນນໍາສູງສຸດໃນການນໍາພາປະເທດຊາດກ້າວຂຶ້ນສູ່ຍຸກສະໄໝແຫ່ງການເຕີບໃຫຍ່ຂະຫຍາຍຕົວ,ຕະຫຼອດ 70 ປີ ພັກເຮົາໄດ້ຍົກສູງບົດບາດການຮ່ວມມືທັງພາຍໃນ ແລະ ຕ່າງປະເທດຢ່າງຮອບດ້ານ ເປັນຕົ້ນການຍົກສູງບົດບາດວຽກງານສື່ມວນຊົນເປັນໜ້າທີ່ໜຶ່ງທີ່ສໍາຄັນ ເພາະຍາມໃດພັກເຮົາກໍຖືເອົາວຽກງານໂຄສະນາສຶກສາອົບຮົມຄົນຮຸ່ນໜຸ່ມ ຜູ້ທີ່ຈະສືບຕໍ່ພາລະກິດຂອງການປະຕິວັດໃນອະນາຄົດ. ສະນັ້ນ, ສື່ມວນຊົນ ຈຶ່ງມີບົດບາດທີ່ສໍາຄັນທຸກໆຂົງເຂດວຽກງານຍາມໃດສື່ມວນຊົນກໍປະກອບສ່ວນສຸມສະຕິປັນຍາ ເຫື່ອແຮງມັນສະໝອງທຸກດ້ານເຂົ້າໃນການໂຄສະນາສຶກສາອົບຮົມວຽກງານຊາວໜຸ່ມ-ເຍົາວະຊົນ ໃນຂອບເຂດທົ່ວປະເທດ, ອອກຂ່າວຜ່ານທາງສື່ເອເລັກໂຕຣນິກເຊັ່ນ: ໜັງສືພິມ, ວິທະຍຸ, ໂທລະພາບ, ເພສຂ່າວ ແລະ ສື່ສັງຄົມອອນລາຍ ເພື່ອເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ສອດຄ່ອງໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈຕໍ່ສະພາບການທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ. ນອກນີ້, ຕ້ອງຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ທັນເຫດການໃຫ້ສົມກັບວ່າ: ສື່ມວນຊົນລາວຕ້ອງເປັນສື່ກາງ, ເປັນກະບອກສຽງໃຫ້ພັກ-ລັດ, ໃຫ້ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ. ດັ່ງນັ້ນ, ພັກປະຊາຊົນປະຕິວັດລາວຈິງເຊື່ອໝັ້ນຕໍ່ວຽກງານສື່ມວນຊົນ ແລະ ທຸກພາລະກິດການເຄື່ອນໄຫວຂອງພັກ, ຂອງຊາດບົດບາດຂອງສື່ມວນຊົນລາວ ກໍຄືສື່ມວນຊົນໜຸ່ມລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ນັບມື້ນັບເຂັ້ມແຂງຂຶ້ນເທື່ອລະກ້າວ.

ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ສະຫາຍ ນາງ ທິບພະສອນ ຫຼວງຊະລາດ ຍັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ແລະ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ໃນຂອບເຂດທົ່ວປະເທດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດຄອບຄົວ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີນີ້ໃຫ້ຄົງຢູ່ຕະຫຼອດໄປ.

ພັກປະຊາຊົນທີ່ມີກຽດສະຫງ່າ ໝັ້ນຍືນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ