ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະພັກ ຄອສພ ເຮັດໃຫ້ອົງການຈັດຕັ້ງມະຫາຊົນຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ

ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະພັກ ຄອສພ ເຮັດໃຫ້ອົງການຈັດຕັ້ງມະຫາຊົນຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ

ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະພັກ ຄອສພ ເຮັດໃຫ້ອົງການຈັດຕັ້ງມະຫາຊົນຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ
ສະຫາຍ ວັນລາຕີ ຄຳວານວົງສາ ກຳມະການຄະນະພັກ ຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃນຫົວຂໍ້: "ພັກນຳພາຕໍ່ອົງການຈັດຕັ້ງມະຫາຊົນ" ເມື່ອບໍ່ດົນມານີ້ວ່າ: ວຽກງານມະຫາຊົນຂອງພັກ, ເປັນບ່ອນເຕົ້າໂຮມ ແລະ ສຶກສາອົບຮົມ, ຍົກລະດັບຄວາມຕື່ນຕົວທາງການເມືອງໃຫ້ປະຊາຊົນບັນດາເຜົ່າ ທັງຈັດຕັ້ງນຳພາເຂົ້າຮ່ວມຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ສ້າງຂະ ບວນການເຄື່ອນໄຫວຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ລວມທັງຕິດຕາມພຶດຕິກຳອັນບໍ່ເໝາະສົມຂອງຖັນແຖວສະມາຊິກພັກ-ພະນັກງານ ຫຼືເຈົ້າໜ້າທີ່ໃນທຸກຂົງເຂດທົ່ວລະບົບການເມືອງ ເພື່ອປະກອບສ່ວນ ແລະ ຮັບປະກັນສ້າງຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຂອງການຈັດຕັ້ງພັກ, ຄວາມໂປ່ງໃສ ແລະ ປະ ສິດທິພາບຂອງອົງການຈັດຕັ້ງຕ່າງໆ.

 

 

ບັນດາອົງການຈັດຕັ້ງມະຫາຊົນຂອງພັກ ໂດຍສະເພາະ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ສະຫະພັນແມ່ຍິງລາວແຕ່ລະຂັ້ນ ຖືເປັນເບົ້າຫຼໍ່ສຳຄັນແຫ່ງການສ້າງ, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານໜຸ່ມ ແລະ ເພດຍິງໃຫ້ມີຄວາມໜັກແໜ້ນດ້ານການເມືອງ ແລະ ເຕີບໃຫຍ່ໃນການນຳພາຕົວຈິງ ເພື່ອສະໜອງບຸກຄະລາກອນປະຕິວັດຮຸ່ນສືບທອດທີ່ມີຄຸນນະພາບ ໃຫ້ການຈັດ ຕັ້ງພັກແຕ່ລະຂັ້ນ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນບຸກຄະລາກອນຢ່າງເໝາະສົມ ເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ໄລຍະ 5 ປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດແທດເຖິງຂອງອົງຄະນະພັກ ຄອສພ, ອົງການຈັດຕັ້ງມະຫາຊົນໄດ້ເປັນເຈົ້າການຈັດ ຕັ້ງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຕ່າງໆ ທີ່ສຳຄັນຂອງພັກ ແລະ ລັດ, ເຂົ້າຮ່ວມຟັງປາຖະກະ ຖາໃນຫົວຂໍ້ຕ່າງໆ ໃນວັນສຳຄັນຂອງຊາດ ແລະ ຂອງພັກ ຊຶ່ງໄດ້ສ້າງໃຫ້ສະມາຊິກຂອງອົງການຈັດຕັ້ງມະ ຫາຊົນໄດ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເລິກເຊິ່ງ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ. ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະພັກ ຄອສພ, ສະຫະພັນກຳມະບານ, ສະຫະພັນແມ່ຍິງ ແລະ ຄະນະຊາວໜຸ່ມໄດ້ມີຄວາມຕັດສິນໃຈສູງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທົດສອບນາໆປະການ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງອັນທີ່ພົ້ນເດັ່ນແມ່ນຄວາມເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການເຕົ້າໂຮມຄວາມສາມັກຄີ, ໂຄສະນາ-ປຸກລະ ດົມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ.

ວຽກງານສື່ມວນຊົນ ກໍໄດ້ກາຍເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ, ສາມາດຕິດຕາມ ແລະ ຕອບໂຕ້ອະທິບາຍຊີ້ແຈງຢ່າງທັນການຫຼາຍຂຶ້ນ ຕໍ່ການບິດເບືອນຂອງພວກຄົນບໍ່ດີ, ການປະຕິບັດໜ້າທີ່ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນຜູ້ອອກແຮງງານ. ໃນນັ້ນ, ອົງການຈັດຕັ້ງຊາວໜຸ່ມໄດ້ຮັບທຸງໄຊ 4 ບຸກ, ສະຫະພັນແມ່ຍິງໄດ້ຖືກຮັບຮອງເປັນສະຫະພັນແມ່ຍິງ 3 ດີ ແລະ ທຸງໄຊ 3 ດີ ແລະ ສະຫະພັນກຳມະບານ ໄດ້ຮັບທຸງໄຊ 5 ເປັນເຈົ້າ ແລະ ຫຼຽນໄຊ 5 ເປັນເຈົ້າຢ່າງສົມກຽດ; ມີການເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໃນແຕ່ລະໄລຍະໄປຕາມຄຳຂວັນຂອງຕົນ ຕິດພັນກັບຄຳຂວັນຂອງຄະນະບໍລິຫານງານພັກ, ຂະບວນການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍຄືສ້າງຜົນງານຂ່ຳນັບຮັບຕ້ອນວັນປະຫວັດສາດຂອງຊາດ ແລະ ຂອງພັກ ຊຶ່ງໄດ້ເຮັດໃຫ້ບັນຍາກາດການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ, ກິດຈະກຳຕ່າງໆ ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ມີປະສິດທິຜົນຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ