ພາຍໃຕ້ການຊີ້ນໍາຂອງພັກອົງການຈັດຕັ້ງຊາວໜຸ່ມຈຶ່ງມີຜົນງານທີ່ພົ້ນເດັ່ນ

ພາຍໃຕ້ການຊີ້ນໍາຂອງພັກອົງການຈັດຕັ້ງຊາວໜຸ່ມຈຶ່ງມີຜົນງານທີ່ພົ້ນເດັ່ນ

ພາຍໃຕ້ການຊີ້ນໍາຂອງພັກອົງການຈັດຕັ້ງຊາວໜຸ່ມຈຶ່ງມີຜົນງານທີ່ພົ້ນເດັ່ນ
ໂດຍ: ແສງຈັນ ສະຫາຍນາງສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ໃຫ້ສໍາພາດນັກຂ່າວໜັງສືພິມປະຊາຊົນ ໃນໂອກາດດໍາເນີນກອງປະຊຸມໃຫຍ່ຄັ້ງທີV ຂອງສະມາຊິກຊາວໜຸ່ມ ທີ່ຄອສພ

ວ່າ: ພາຍໃຕ້ການຊີ້ນໍາໆພາຂອງພັກ ກໍຄື ຄະນະພັກ ຄອສພ ຕໍ່ອົງການຈັດຕັ້ງຊາວໜຸ່ມ ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ສະມາຊິກຊາວໜຸ່ມ ໄດ້ສ້າງຜົນງານ ຊຶ່ງຕິດພັນກັບການສ້າງຂະບວນການຕ່າງໆ ສະແດງອອກ ໃນວຽກງານວິຊາສະເພາະ, ກິລາ ແລະ ການຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນສັງຄົມ. ຜົນງານພົ້ນເດັ່ນ ຈໍານວນສະມາຊິກຊາວໜຸ່ມ ໄດ້ກາຍເປັນພະນັກງານສືບທອດໃນຫຼາຍຕໍາແໜ່ງງານທີ່ສູງຂຶ້ນ ເປັນຕົ້ນ ຂັ້ນຫົວໜ້າກົມ, ຮອງກົມ, ຄະນະພະແນກ. ນອກຈາກພົ້ນເດັ່ນໃນວຽກງານວິຊາສະເພາະແລ້ວ, ຍັງພົ້ນເດັ່ນໃນການສ້າງຂະບວນການກິລາ ລະຫວ່າງ ພາຍໃນ ຄອສພ ກັບບັນດາ ກະຊວງ, ອົງການ, ທ້ອງຖິ່ນຕ່າງໆ. ຄຽງຄູ່ກັນນັ້ນ ກໍໄດ້ໄປທັດສະນະສຶກສາ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານອົງການຈັດຕັ້ງມະຫາຊົນ ຄື: ແຂວງບໍ່ແກ້ວ, ຫຼວງນໍ້າທາ, ຄໍາມ່ວນ, ຈໍາປາສັກ. ທັງໝົດນັ້ນ ແມ່ນຜົນງານທີ່ໄດ້ຕິດພັນກັບການຊີ້ນໍາໆພາ ຂອງຄະນະພັກ-ຄະນະນໍາ ຄອສພ.

ໂອກາດດໍາເນີນກອງປະຊຸມໃຫຍ່ຄັ້ງທີV ຂອງສະມາຊິກຊາວໜຸ່ມ ຄອສພໂດຍຕິດພັນກັບ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70ປີ(22/3/1955-22/3/2025), ສະຫາຍນາງສຸກສະຫວັນ ອິນຄະວິໄລ ຕາງໜ້າໃຫ້ສະມາຊິກຊາວໜຸ່ມ ຄອສພ ໃນນາມເປັນຄົນຮຸ່ນໜຸ່ມ ຂໍຈົດຈໍາບຸນຄຸນຂອງພັກ ຍ້ອນມີພັກຊີ້ທິດເຍືອງທາງ ວຽກງານອົງການຈັດຕັ້ງຊາວໜຸ່ມ ຈຶ່ງເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ. ຍ້ອນມີການນໍາພັກ-ລັດ ກໍຄື ພະນັກງານ ຜູ້ອາວຸໂສ, ການນໍາຮຸ່ນກ່ອນ ທີ່ຖ່າຍທອດຄວາມຮູ້, ສົ່ງຜົນງານໄວ້ໃຫ້ຄົນຮຸ່ນໜຸ່ມ ໄດ້ຝຶກຝົນ, ຫຼໍ່ຫຼອມ, ຮໍ່າຮຽນເອົາຜົນງານ ກໍຄື ບົດຮຽນຕົວຈິງເຫຼົ່ານັ້ນ ນໍາມາໝູນໃຊ້ເຂົ້າໃນການເຮັດວຽກໃນປັດຈຸບັນໄດ້ຢ່າງເປັນຮູບປະທໍາ ແລະ ເພື່ອໃຫ້ກາຍເປັນພະນັກງານທັງໜຸ່ມ ທັງແໜ້ນ-ໜຽວ, ມີຄວາມຮູ້, ຄວາມສາມາດ ທີ່ແຂງແຮງ. ຂໍອວຍໄຊໃຫ້ພອນແດ່ ການນໍາພັກ, ລັດທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ຈົ່ງສືບຕໍ່ຊີ້ນໍາໆພາ ແລະ ຊຸກຍູ້ວຽກງານຂອງອົງການຈັດຕັ້ງຊາວໜຸ່ມໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວຂຶ້ນກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ