ເຜີຍແຜ່ ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ

ເຜີຍແຜ່ ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ
ໃນວັນທີ 2 ພະຈິກນີ້ທີ່ຫ້ອງວ່າການແຂວງວຽງຈັນ, ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ, ສະບັບເລກທີ 297/ລບ, ລົງວັນທີ 29 ສິງຫາ 2022, ດຳລັດວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ ສະບັບເລກທີ 213/ລບ, ລົງວັນທີ 2 ມິຖຸນາ 2023 ແລະ ຄຳສັ່ງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2804/ກງ, ລົງວັນທີ 15 ກັນຍາ 2023 ວ່າດ້ວຍການຫ້າມພິມ, ຈຳໜ່າຍ ແລະ ນຳໃຊ້ໃບເກັບເງິນ ທີ່ບໍ່ໄດ້ຮັບອະນຸຍາດ ຈາກຂະແໜງສ່ວຍສາອາກອນ,ເປັນປະທານໂດຍທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ທ່ານ ວິເລດ ກິນນາວົງ ຮອງຫົວໜ້າກົມສ່ວຍສາອາກອນກະຊວງການເງິນ, ທ່ານ ວອນ ວໍລະສານ ຫົວໜ້າພະແນກການເງິນແຂວງພ້ອມດ້ວຍຜູ້ຮັບຜິດຊອບວຽກງານການເງິນຂອງພະແນກການ, ລັດວິສາຫະກິດ ແລະ ບໍລິສັດເຂົ້າຮ່ວມ.
      ທ່ານ ດາວເຮືອງ ນັນທະວົງ  ກ່າວວ່າ:  ການເຜີຍແຜ່ເອກະສານຄັ້ງນີ້ ເພື່ອຮັບປະກັນໃນການຊຸກຍູ້, ສົ່ງເສີມການດຳເນີນທຸລະກິດຂອງຜູ້ປະກອບການໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ບົນພົ້ນຖານກົດໝາຍ ແລະ ລະບຽບການ, ທັງເປັນການປະຕິບັດພັນທະອາກອນ ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ລັດຖະບານ ຈຶ່ງມອບໃຫ້ກະຊວງການເງິນ, ກົມສ່ວຍສາອາກອນ ຄົ້ນຄວ້າປັບປຸງ ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານໃບເກັບເງິນ, ໂດຍອີງຕາມ ມາດຕາ 53 ວັກ 3 ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ66/ສພຊ,ໄດ້ກຳນົດໃບເກັບເງິນ ມີພຽງ 2 ປະເພດ ຄື: ໃບເກັບເງິນເປັນເຈ້ຍ ແລະ ໃບເກັບເງິນເອເລັກໂຕຣນິກ. ສຳລັບເລກປະຈຳຕົວຜູ້ເສຍອາກອນກໍແມ່ນເລກລະຫັດທີ່ອອກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ທີ່ມີພັນທະເສຍອາກອນ ຢູ່ໃນດິນແດນ ສປປ ລາວຊຶ່ງເປົ້າໝາຍຜູ້ທີ່ຕ້ອງມີເລກປະຈຳຕົວຜູ້ເສຍອາກອນ ແມ່ນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີີ່ດຳເນີນທຸລະກິດ ຫຼື ເຄື່ອນໄຫວອື່ນໆທີ່ມີລາຍໄດ້ ຊຶ່ງມີພັນທະຕ້ອງເສຍອາກອນ. ພ້ອມນີ້ທ່ານໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ຈົ່ງໄດ້ເອົາໃຈໃສ່ຕິດຕາມ, ຮັບຟັງການເຜີຍແຜ່ ຫາກມີບັນຫາໃດທີ່ບໍ່ທັນຈະແຈ້ງ ຫຼືບໍ່ເຂົ້າໃຈ ກໍໃຫ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງ ຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ. 
(ຂ່າວ-ພາບ:ແກ້ວອຸດົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ