![]() |
ການລົງພົບປະ ປະຊາຊົນ ຄັ້ງນີ້ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ນໍາເອົາບັນດາເນື້ອໃນມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ລວມມີ 25 ມະຕິ ແລະ 32 ບັນຫາສໍາຄັນ ໃນນີ້, ກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງເອົາ 13 ມະຕິ ແລະ 19 ບັນຫາສໍາຄັນຂອງຊາດ ແລະ ກອງປະຊຸມສະພາປະຊາຊົນແຂວງ ໄດ້ຮັບຮອງເອົາ 12 ມະຕິ ແລະ 13 ບັນຫາສໍາຄັນຂອງແຂວງ ມາເຜີຍແຜ່ໂດຍຫຍໍ້ ໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ. ທັງເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເພື່ອເກັບກໍາສະພາບ, ຮັບຟັງຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງຜູ້ມີສິດເລືອກຕັ້ງຕໍ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.
ຜ່ານການລົງພົບປະໂຄສະນາເຜີຍແຜ່ໃນຄັ້ງນີ້, ໄດ້ເຮັດໃຫ້ປະຊາຊົນບ້ານນາເຕີຍ ແລະ ບ້ານຕິນຕົກ ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງເຫັນໄດ້ເຖິງຄວາມເອົາໃຈໃສ່ຂອງຄະນະສະມາຊິກສະພາປະຊາຊົນແຂວງ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ. ພ້ອມດຽວກັນນັ້ນ, ຄະນະຍັງໄດ້ຮັບຟັງການສະເໜີຄໍາຄິດຄໍາເຫັນ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອນໍາໄປຄົ້ນຄວ້າພິຈາລະນາ ແລະ ຊຸກຍູ້ການແກ້ໄຂບັນຫາຕ່າງໆ ຕາມພາລະບົດບາດໃນຂັ້ນຕໍ່ໄປ.

ຄໍາເຫັນ