ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ
ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ, ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈເປັນອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ເຜຍແຜດຳລດ 112/ລບ ກຳນດມາດຕະການປບໄໝຜລະເມດລະບຽບຊບສນຂອງລດ - image 1
 

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 30 ກັນຍານີ້ ທີ່ແຂວງອັດຕະປື ໂດຍມີທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງ ຫົວໜ້າພະແນກການເງິນແຂວງ, ມີທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງແລະບັນດາແຂວງພາກກາງ-ພາກໃຕ້ເຂົ້າຮ່ວມ.

ທ່ານ ສຸລິວົງ ອະໄພວົງ ໄດ້ກ່າວວ່າ: ໃນຂະນະທີ່ເສດຖະກິດໂລກຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ໂດຍສະເພາະອັດຕາເງິນເຟີ້ຍັງສູງ, ລາຄາພະລັງງານ ແລະ ລາຄາຄຳຜັນຜວນ ລວມທັງການຫວ່າງງານມີທ່າອ່ຽງເພີ່ມຂຶ້ນ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງເອົາໃຈໃສ່ແກ້ໄຂ. ດັ່ງນັ້ນ ຈຳເປັນຕ້ອງສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປັບປຸງການຈັດເກັບລາຍຮັບເຂົ້າງົບປະມານ ເພາະບາງຖານລາຍຮັບຍັງບໍ່ທັນຍືນຍົງ ແລະ ຍັງມີລາຍຮັບບາງສ່ວນທີ່ບໍ່ສາມາດເກັບໄດ້ຄົບຖ້ວນ. ພ້ອມທັງຍົກສູງການພັດທະນາວຽກງານການເງິນແຫ່ງລັດໃຫ້ທັນສະໄໝ, ລວມສູນ ແລະ ມີປະສິດທິພາບ.

ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ໄດ້ນຳສະເໜີເນື້ອໃນກ່ຽວກັບດຳລັດສະບັບເລກທີ 112/ລບ ໂດຍລະບຸວ່າ: ດຳລັດສະບັບນີ້ໄດ້ຜ່ານຂະບວນການຄົ້ນຄວ້າ ແລະ ສ້າງນິຕິກຳຕາມຂັ້ນຕອນ ຈົນສຳເລັດ ແລະ ໄດ້ຮັບຮອງປະກາດໃຊ້ແລ້ວ, ການສ້າງດຳລັດສະບັບນີ້ ເປັນການຜັນຂະຫຍາຍມາດຕາ 63 ຂອງກົດໝາຍ ວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ສະບັບເລກທີ 18/ສພຊ, ລົງວັນທີ 07 ກໍລະກົດ 2022 ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 2842/ກງ, ລົງວັນທີ 03 ກັນຍາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງຊັບສິນແຫ່ງລັດ, ຕາມເນື້ອໃນທີ່ນຳສະເໜີ, ໃນໄລຍະຜ່ານມາ ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃນລະດັບດີພໍສົມຄວນ, ແຕ່ຍັງພົບວ່າ ການວາງມາດຕະການປັບໃໝຕໍ່ຜູ້ລະເມີດຍັງບໍ່ມີລະບຽບສະເພາະ ແລະ ຂາດຄວາມເປັນເອກະພາບ, ເຮັດໃຫ້ການດຳເນີນງານໃນແຕ່ລະບ່ອນມີຄວາມແຕກຕ່າງກັນ, ການລະເມີດທີ່ຖືກກ່າວເຖິງ ປະກອບມີ: ການບໍ່ປະຕິບັດພັນທະຄ່າເຊົ່າ-ຄ່າສຳປະທານ, ການບໍ່ປະຕິບັດພັນທະຄ່າຊັບພະຍາກອນທຳມະຊາດ, ການນຳໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະນຸຍາດ, ການຊື້-ຂາຍ ຫຼື ເຄື່ອນຍ້າຍຊັບສິນຂອງລັດໂດຍບໍ່ຖືກຕ້ອງຕາມກົດໝາຍ ລວມທັງການເຮັດໃຫ້ຊັບສິນຂອງລັດເປ່ເພ ຫຼື ເສຍຫາຍ.

ເຜຍແຜດຳລດ 112/ລບ ກຳນດມາດຕະການປບໄໝຜລະເມດລະບຽບຊບສນຂອງລດ - image 2
 

ດັ່ງນັ້ນ ການອອກດຳລັດຈຶ່ງມີເປົ້າໝາຍເພື່ອກຳນົດລາຍລະອຽດການລະເມີດ, ແຍກປະເພດການປັບໃໝ ແລະ ວາງອັດຕາການປັບໃໝຕາມແຕ່ລະກໍລະນີ ເພື່ອໃຫ້ການນຳໃຊ້ມາດຕະການຕໍ່ຜູ້ລະເມີດມີຄວາມຊັດເຈນ, ຮັດກຸມ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ. ພ້ອມນີ້ ກະຊວງການເງິນ ໄດ້ຮ່າງຄຳແນະນຳ ເພື່ອອະທິບາຍ ແລະ ກຳນົດຫຼັກການບາງມາດຕາຂອງດຳລັດ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຖືກຕ້ອງ, ສອດຄ່ອງກັບລະບຽບການ ແລະ ສະພາບຕົວຈິງ. ພ້ອມທັງມຸ່ງໃຫ້ແຕ່ລະພາກສ່ວນມີສ່ວນຮ່ວມໃນການປົກປັກຮັກສາ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງຂຸດຄົ້ນແຫຼ່ງລາຍຮັບຈາກຊັບສິນເພື່ອນຳສົ່ງເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາ, ອີກປະເດັນສຳຄັນ ແມ່ນ ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ສ້າງຮ່າງ ວິໄສທັດຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດຮອດປີ 2035 ເພື່ອເປັນແນວທາງ ແລະ ກຳນົດທິດທາງໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການນຳໃຊ້ຊັບສິນຂອງລັດ ໃຫ້ເປັນລະບົບ, ຄົບຊຸດ, ລວມສູນ ແລະ ເປັນເອກະພາບກັນ.

ຂ່າວ: ມະນີວອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ