ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ
ການເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ ແລະ ວັນທັດສະນະສຶກສາແລກປ່ຽນບົດຮຽນພາກສະໜາມ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາຜ່ານ​ມາ ທີ່ ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໂດຍມີທ່ານ ຈູມສີ ໄຊຍະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ, ທ່ານ ນາງ ຄໍາໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເຜຍແຜກຽວກບການຈາແນກຫຍາ ແລະ ການນາໃຊຢາຂາຫຍາຢາງປອດໄພ - image 1
 

ທ່ານ ຈູມສີ ໄຊຍະວົງ ແລະ ທ່ານ ນາງ ຄໍາໄຕ ວົງໄຊຍາ ໄດ້ຜັດປ່ຽນກັນມີຄໍາເຫັນວ່າ: ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງການເຜີຍແຜ່ກ່ຽວກັບການຈໍາແນກຫຍ້າໃນນາເຂົ້າ ແລະ ການແລກປ່ຽນບົດຮຽນຄວາມເຂົ້າໃຈກ່ຽວກັບການຄຸມຫຍ້າໃນນາເຂົ້າ ດ້ວຍວິທີການປູກຖົ່ວຂຽວຄຸມຫຍ້າໃນນາເຂົ້າ ເຊິ່ງວຽກງານດັ່ງກ່າວແມ່ນເປັນວຽກງານທີ່ມີຄວາມສໍາຄັນໃນການຜະລິດກະສິກໍາ ໂດຍອີງໃສ່ຄວາມເປັນມາຂອງໂຄງການທີ່ສະໜັບສະໜູນໂດຍສະເພາະແມ່ນໂຄງການສຶກສາເຕັກນິກ ການຈໍາແນກຫຍ້າໃນນາເຂົ້າ ໂດຍທີ່ມີການຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງແລ້ວ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຖືກຜັນຂະຫຍາຍຢ່າງມີປະສິດທິຜົນສູງ ແລະ ປະຢັດຕົ້ນທຶນການຜະລິດ ເຊິ່ງການປູກຖົ່ວຂຽວໃນນາເຂົ້າແມ່ນເພື່ອເປັນການເພີ້ມຜົນຜະລິດ, ປັບປຸງດິນໃນນາ ແລະ ເຮັດໃຫ້ຖົ່ວຂຽວໄດ້ກາຍເປັນປຸ໋ຍຊີວະພາບໃນເວລາຖືກນ້ຳຂັງ.

ສະນັ້ນເມືອງເຊບັ້ງໄຟແມ່ນເປັນເມືອງໜຶ່ງທີ່ໄດ້ຮັບການຊຸກຍູ້ໃນໄລຍະຜ່ານມາ ແລະ ມີຄອບຄົວຕົວແບບທີ່ໄດ້ຮັບການທົດລອງຈາກໂຄງການ CROP ເພື່ອເຮັດແນວໃດໃຫ້ມີການສືບຕໍ່ບົດຮຽນທີ່ໂຄງການສົ່ງເສີມມາແລ້ວໃຫ້ມີຄວາມຕໍ່ເນື່ອງ ແລະ ມີການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດຜ່ານມາ, ການສົ່ງເສີມວຽກງານດັ່ງກ່າວນີ້ໃຫ້ຖືກຕ້ອງຕາມເຕັກນິກ ເຊິ່ງມີບາງບ່ອນກໍໄດ້ຮັບຜົນ ແລະ ບາງບ່ອນກໍບໍ່ໄດ້ຮັບຜົນ, ທັງນີ້ແມ່ນອີງໃສ່ສະພາບ-ເງື່ອນໄຂ, ພື້ນທີ່ໃນການເຜາະປູກທີ່ຮາບພຽງ ແລະ ກໍານົດເວລາໃນການອໍານວຍຄວາມສະດວກຕໍ່ການເອົານໍ້າເຂົ້າ-ອອກນາ, ຖ້າຫາກຈຸດໃດທີ່ບໍ່ມີຄວາມສາມາດເອົານໍ້າເຂົ້າ-ອອກຕາມກໍານົດເວລາ ແລະ ຖືກຕ້ອງຕາມຫຼັກວິຊາການກໍຈະບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນ.

ສະນັ້ນເພື່ອເຮັດແນວໃດໃຫ້ວຽກງານດັ່ງກ່າວໄດ້ມີການສືບຕໍ່ຈັດຕັ້ງປະຕິບັດ ແລະ ເກີດດອກອອກຜົນ ກໍໄດ້ສະເໜີໃຫ້ພະນັກງານທີ່ມາຈາກສູນກາງ, ແຂວງ, ເມືອງເຊບັ້ງໄຟ, ເມືອງທ່າແຂກ ແລະ ມາຈາກຕົວແທນແຕ່ລະບ້ານຈົ່ງໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນໍາເອົາບົດຮຽນໄປນໍາໃຊ້ໃຫ້ເກີດດອກອອກຜົນ, ຖືກຕາມຈຸດປະສົງເປົ້າ ໝາຍ.

ເຜຍແຜກຽວກບການຈາແນກຫຍາ ແລະ ການນາໃຊຢາຂາຫຍາຢາງປອດໄພ - image 2
 

ໂຄງການກໍາຈັດຫຍ້າໃນນາເຂົ້າ (ນາຢອດ - ນາຫວ່ານ) ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2021 – 2025 ແລະ ເປັນໂຄງການທີ່ຊອກຫາເຕັກນິກ ແລະ ວິທີການກໍາຈັດຫຍ້າ ເຊິ່ງໃນໄລຍະ 5 ປີຜ່ານມາ ແມ່ນສາມາດຊອກໄດ້ບາງເຕັກນິກທີ່ເຮົາຈະເອົາມານໍາໃຊ້ໂດຍສະເພາະແມ່ນການປູກຖົ່ວຂຽວຄຸມຫຍ້າໃນນາເຂົ້າ ເຊິ່ງຜ່ານການທົດລອງກັບນາເຂົ້າຢູ່ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດເຫັນວ່າເປັນເຕັກນິກໜຶ່ງໄດ້ຮັບຜົນດີ. ສ່ວນຢູ່ແຂວງຄໍາມ່ວນແມ່ນໄດ້ທົດລອງຈັດຕັ້ງປະຕິບັດແລ້ວຢູ່ 3 ບ້ານທີ່ຂຶ້ນກັບ 3 ເມືອງຂອງແຂວງຄໍາມ່ວນຄື: ບ້ານໜອງປາຫຼາດ ເມືອງໜອງບົກ, ບ້ານໜອງຫ່າງ ເມືອງທ່າແຂກ ແລະ ປັດຈຸບັນນີ້ແມ່ນຢູ່ບ້ານຕຶງ ເມືອງເຊບັ້ງໄຟ. ພາຍຫຼັງທີ່ໂຄງການນີ້ໄດ້ສິ້ນສຸດລົງໃນປີ 2025 ແລະ ມີການສືບຕໍ່ອີກໄລຍະ 1 ປີ ເຊິ່ງເປັນການຖ່າຍທອດດ້ານເຕັກນິກທີ່ໄດ້ຜ່ານການຄົ້ນຄວ້າທົດລອງ ແລະ ນໍາໃຊ້ຜ່ານມາໃນໄລຍະ 5 ປີ.

ໃນກອງປະຊຸມຄັ້ງນີ້ຮັບໄດ້ຮັບຟັງການແນະນໍາທາງດ້ານເຕັກນິກການຄຸມຫຍ້າເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີໃນນາເຂົ້າ ກໍຄືຢາຂ້າຫຍ້າ ແລະ ຢາປາບສັດຕູພືດແຕ່ລະຊະນິດ, ພ້ອມກັນນັ້ນ ຍັງມີການແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ, ມີການຕິດຕາມປະເມີນຜົນ. ພ້ອມທັງ ລົງເບິ່ງແປງສາທິດການຈັດການຫຍ້າໃນນາຢອດແຫ້ງ ດ້ວຍເຕັກນິກການປູກຖົ່ວຂຽວຮ່ວມກັບເຂົ້າ ຂອງທ່ານ ຂັນຄໍາ ເຂັມພາວັນ ຊາວນາ ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ເຊິ່ງໄດ້ຢອດເຂົ້າໃນວັນທີ 9 ພຶດສະພາ 2026 ໃນເນື້ອທີ່ແປງສາທິດ 3,200 ຕາແມັດ , ໂດຍນໍາໃຊ້ແນວພັນເຂົ້າຫອມ ເຊບັ້ງໄຟ 4.

ຂ່າວ: ແຂວງຄຳມ່ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ