ເຜີຍແຜ່ນິຕິກໍາການຈັດສັນທີ່ດິນ,ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເຜີຍແຜ່ນິຕິກໍາການຈັດສັນທີ່ດິນ,ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກຳໃຕ້ກົດໝາຍ, ການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການຄຸ້ມຄອງນ້ຳ, ຊັບພະຍາກອນນ້ຳ ແລະ ດິນບໍລິເວນນ້ຳ ຂຶ້ນໃນວັນທີ 11 ມັງກອນ ນີ້ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງຫຼວງນ້ຳທາ,  ມີທ່ານ ສຸກສັນ ພົມປະດິດ ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ,  ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 424/ຈຂ,  ລົງວັນທີ 28 ກໍລະກົດ 2021 ວ່າດ້ວຍການແບ່ງຄວາມຮັບຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງແຂວງຫຼວງນ້ຳທາ ປະກອບມີ 6 ມາດຕາ, ຂໍ້ຕົກລົງລົງສະບັບນີ້ກຳນົດການແບ່ງຄວາມຮັບຜິດຊອບຂອງບັນດາພະແນກການທີ່ກ່ຽວຂ້ອງ ແລະ ອົງການປົກຄອງຂັ້ນເມືອງ ແລະ ບ້ານໃນການຜັນຂະຫຍາຍຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮອບດ້ານເພື່ອວາງແຜນການນຳໃຊ້ທີ່ດິນ ທີ່ຢູ່ໃນການຄຸ້ມຄອງການນຳໃຊ້ທີ່ດິນຂອງບັນດາຂະແໜງການໃຫ້ບັນລຸເປົ້າໝາຍ ຕາມໂຕເລກຄາດໝາຍຂອງເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນທີ່ດິນປ່າໄມ້ປົກຫຸ້ມ 70% ເນື້ອທີ່ດິນຈະນຳໃຊ້ພັດທະນາ 30% ການກຳນົດເຂດປະເມີນຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດຕາມທີ່ໄດ້ກຳນົດໄວ້ໃນແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງແຂວງ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 554/ຈຂ,  ລົງວັນທີ 23 ກັນຍາ 2022 ວ່າດ້ວຍການຄຸ້ມຄອງນໍ້າ, ຊັບພະຍາກອນແຫຼ່ງນໍ້າ ແລະ ດິນບໍລິເວນນ້ຳ, ປະກອບມີ 6 ໝວດ  26 ມາດຕາ ແລະ ຂໍ້ຕົກລົງ ສະບັບເລກທີ 3806/ກຊສ, ລົງວັນທີ 29 ທັນວາ 2023 ວ່າດ້ວຍການຫັນປ່ຽນປະເພດທີ່ດິນປະກອບມີ 6 ໝວດ ແລະ ມີ 20 ມາດຕາ.
ຂ່າວ-ພາບ: ຖວທ ເມືອງຫຼວງນໍ້າທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ໃນວັນທີ 7 ມິຖຸນາຜ່ານມານີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບທຶນພັດທະນາເສດຖະກິດສັງຄົມ ຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ໂດຍມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ທ່ານ ຍຸດທະນາ ຈູນພັນທອງ ຜູ້ອຳນວຍການສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າຫົງສາ ຈຳກັດ.
ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າທາ, ພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ຮ່ວມກັບ ປະຊາຊົນ 10 ບ້ານ ໄດ້ສ້າງຂະບວນການອອກແຮງງານລວມສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ໂດຍການນຳພາຂອງ ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.
ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດນາຍຕໍາຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່ ຂຶ້ນໃນວັນທີ 6 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບ ຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາສໍາຄັນຂອງພັກ ຂຶ້ນໃນວັນທີ 6 ມິຖຸນາຜ່ານມາທີ່ ສນຊ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ ຜູ້ປະຈຳການ, ມີຄະນະປະຈໍາພັກ, ຮອງປະທານ, ກໍາມະການພັກ ແລະ ສະມາຊິກພັກພະນັກງານເຂົ້າຮ່ວມ.

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ເພີ່ມເຕີມ