![]() |
ການເຄື່ອນໄຫວຄັ້ງນີ້, ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ພະນັກງານ-ລັດຖະກອນໃນການປະຕິບັດແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ນິຕິກຳຂອງລັດຢ່າງເຂັ້ມງວດ ເຮັດໃຫ້ຄວາມເປັນເອກະພາບໃນວຽກງານຕ້ານການສໍ້ລາດບັງຫຼວງ ນັບມື້ເຂັ້ມແຂງ; ເພື່ອຈັດຕັ້ງປະຕິບັດການເຄື່ອນໄຫວຂອງຄະນະກວດກາສູນກາງພັກ, ອົງການກວດກາແຫຼ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍຄືຂອງກົມ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ; ໃຫ້ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ກໍາແໜ້ນເນື້ອໃນຂອງເອກະສານກ່ຽວຂ້ອງ, ກຳສະພາບການ, ເຫດການ, ຄວາມສ່ຽງ ກ່ຽວກັບການສໍ້ລາດບັງຫຼວງ ທີ່ເກີດຂຶ້ນໃນຂອບເຂດທີ່ຕົນຮັບຜິດຊອບ; ເຮັດໃຫ້ການເຄື່ອນໄຫວວຽກງານວິຊາສະເພາະເປັນເອກະພາບ, ຖືກ ຕ້ອງຕາມກົດໝາຍ, ພາລະບົດບາດ, ຂອບເຂດສິດ-ໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ; ຕິດ ຕາມ, ເກັບກຳສະພາບຫາງສຽງ ກ່ຽວກັບພືດຕິກຳທີ່ເປັນການສໍ້ລາດບັງຫຼວງຂອງພະນັກງານ.
ການໂຄສະນາເຜີຍແຜ່, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ທົ່ວເຖິງທຸກກຸ່ມເປົ້າໝາຍ, ສະມາຊິກພັກ-ພະນັກງານໃຫ້ຮັບຮູ້-ເຂົ້າໃຈ ແລະ ເຂົ້າຮ່ວມໃນການຕ້ານການສໍ້ລາດບັງຫຼວງຕາມກົດໝາຍຢ່າງແຂງແຮງ ແລະ ເຂັ້ມແຂງເທື່ອລະກ້າວ. ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ