ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ
ສະໂມສອນ ພີເອັມເອັດ ເທຄວັນໂດ (PMS) ສາມາດຍາດໄດ້ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານໃນວົງການກິລາເທຄວັນໂດລາວ ຄອງຂັນຊະນະເລີດ(ທີ1) ການແຂ່ງຂັນເທຄວັນໂດ ຊີງແຊັມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026, ຂະນະທີ່ ອັນດັບທີ 2ທີມນັກກິລາເທຄວັນໂດ ແຂວງຈຳປາສັກ ທີ່ສາມາດສ້າງຜົນງານໄດ້9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ.
ພເອມເອດ ເທຄວນໂດ ຄອງຂນຊະນະເລດ ຊງຂນທານທດ ສເກາຫ ປະຈຳລາວ - image 1
 

ການແຂ່ງຂັນເທຄວັນໂດ ຊີງແຊັມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ຈັດຂຶ້ນ ລະຫວ່າງວັນທີ 5-6 ກັນຍາ 2026 ທີ່ສູນການຄ້າ ພາກຊັນ ເພື່ອເປັນການສ້າງໂອກາດໃຫ້ເຍົາວະຊົນ-ໄວໜຸ່ມນັກກິລາເທຄວັນໂດລາວ ໄດ້ມີການເຄື່ອນໄຫວພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອກ້າວຂຶ້ນເປັນນັກກິລາທີມຊາດ ແລະ ກ້າວສູ່ລະດັບເວທີສາກົນໃນອະນາຄົດ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ອີຈອງເຮີບ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຕາງໜ້າຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ສະຫະພັນແຂວງ-ນະຄອນຫຼວງ ແລະ ບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມ.

ການແຂ່ງຂັນເທຄວັນໂດ ຊີງແຊັມປະເທດລາວ ປີນີ້ ມີນັກກິລາຫຼາຍກວ່າ 450 ຄົນ ຈາກ 20 ກວ່າພາກສ່ວນ ທີ່ມາຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມຊີງໄຊ ແລະ ມີການຊີງໄຊ 135 ລາຍການ ຈາກປະເພດຕໍ່ສູ້ປ້ອງກັນຕົວ, ປະເພດຟ້ອນປຸ້ມເຊ້ ແລະ ປະເພດປະກອບອຸປະກອນ ຜ່ານການແຂ່ງຂັນ ໃນໄລຍະ 2 ວັນ ຜົນປະກົດວ່າ: ຂັນຊະນະເລີດ ປີນີ້ ເປັນຂອງສະໂມສອນ ພີເອັມເອັດ (PMS) ສາມາດສ້າງຜົນາງານໄດ້11 ຫຼຽນຄຳ ແລະ 11ຫຼຽນທອງ ; ທີ 2 ແຂວງຈຳປາສັກ ໄດ້9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ທີ 3 ສະໂມສອນ ລ້ານຊ້າງ ຍາດໄດ້ 7 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ.

ພາບ-ຂ່າວ: ໂດຍ ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ໃນວັນທີ 7 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍເມືອງຊະນະສົມບູນແຂວງຈຳປາສັກ.
ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ວັນທີ 7 ກັນຍາ 2026 ນີ້, ມະຫາວິທະຍາໄລສຸພານຸວົງ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລ ພູເອີ ສປ ຈີນ ໄດ້ຈັດການແຂ່ງຂັນເວົ້າພາສາຈີນ ສຳລັບພາກເໜືອຂອງລາວ ຄັ້ງທີ I ປະຈຳປີ 2026, ໂດຍມີ ທ່ານ ນາງ ວຽງວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ວິລະ ອາໂນລັກ ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ; ທ່ານ ນາງ ຈ່າງ ເຮີ້ຈູນ ຮັກສາການກົງສຸນໃຫຍ່ ສປ ຈີນ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງ; ພ້ອມດ້ວຍຜູ້ຕາງໜ້າຈາກມະຫາວິທະຍາໄລພູເອີ ສປ ຈີນ, ຄະນະກຳມະການຈັດການແຂ່ງຂັນ, ແຂກຮັບເຊີນ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ໃນວັນທີ 4 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ບ້ານສົບແວກເມືອງແອດແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ຫຼັງໃໝ່ ຢ່າງເປັນທາງການ ຫຼັງຈາກການກໍ່ສ້າງສຳເລັດ 100%, ໂດຍມີ ​ທ່ານ ວົງໄຊ ຍະສິງທອນກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ​ທ່ານ ນາງ ມະນີວອນ ສອນມະນີ, ຮອງເລຂາພັກ ເມືອງແອດ. ​ພ້ອມນີ້ຍັງມີຄະນະຮັບຜິດຊອບກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງຂັ້ນເມືອງອຳນາດການປົກຄອງທ້ອງຖິ່ນ 4 ບ້ານ ເຂດຕາແສງເມືອງຊືມ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ວັນທີ 4 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈັດພິທີສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບ 3 ຂໍ້ແຂ່ງຂັນ” ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ຮ່ວມກັບ ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ109 ຄົນ (ຍິງ 54 ຄົນ) ໃນ 3 ແຂວງຄື: ອຸດົມໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ໂຄງການ "Bridge Laos Project" ໄລຍະທີII ໂດຍໄດ້ຮັບການສະໜັບສະໜູນຈາກວົງນັກຮ້ອງຊາຍເຊເວັນທີນ (Seventeen) ຈາກປະເທດ ສ ເກົາຫຼີ ໃນໂອກາດສະເຫຼີມສະຫຼອງຄົບຮອບ 11 ປີ ຂອງວົງດັ່ງກ່າວ.
ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ໃນວັນທີ 31 ສິງຫາ 2026 ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍມີ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບສັງກະສີ ເພື່ອສ້ອມແປງຫຼັງຄາໂຮງຮຽນປະຖົມບ້ານນໍ້າເຕົ່າ ທີ່ສະພາບຊຸດໂຊມ. ມອບໂດຍ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີຄະນະກຳມະການປົກຄອງຕາແສງປາກແຄມ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານນໍ້າເຕົ່າ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.
ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ສ້າງຂະ ບວນການແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ຢູ່ເດີ່ນບານເຕະຫຍ້າທຽມ ເບສະ ຫວັນ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນວ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ,ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນວ ,ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນວ ມີບັນດາທ່ານຄະນະພັກ ຄະນະນຳ ຂັ້ນສູນກາງ ນວ ຕາງໜ້າບໍລິສັດ ເບຍລາວ ຈໍາກັດ ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ ພ້ອມດ້ວຍບັນດານັກກີລາ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ກະຊວງສຶກສາທິການແລະກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານການປັບປຸງຄຸນນະພາບແລະຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນສປປລາວ (ແຜນງານບີຄວາ), ໄດ້ອອກຟາຍສຽງບົດເລື່ອງປະກອບພາບໃໝ່ມີທັງໝົດ 50 ເລື່ອງເພື່ອສົ່ງເສີມການຮຽນການສອນບົດຮຽນຝຶກເວົ້າພາສາລາວຊັ້ນປະຖົມປິທີ 1 ທົ່ວປະເທດ. ເນື່ອງຈາກປະມານ 40% ຂອງນັກຮຽນຊັ້ນປະຖົມປີທີ 1 ຍັງບໍ່ໝັ້ນໃຈໃນການເວົ້າພາສາລາວເມື່ອເລີ່ມເຂົ້າໂຮງຮຽນ, ວິທີການນຳໃຊ້ສື່ການຮຽນ-ການສອນຝຶກເວົ້າພາສາລາວຊ່ວຍໃຫ້ເຂົາເຈົ້າມີທັກສະການເວົ້າແລະການຟັງທີ່ຈຳເປັນສຳລັບການຮຽນຮູ້.
ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ທ້າວ ບຸນທະວີ ໄຊຍະລາດ ຫຼື ເອເດັ້ນ ນັກກິລາເຍົາວະຊົນມືອັນດັບຕົ້ນຂອງປະເທດລາວ ໃນຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ ລາຍການ Jorakay Junior Badminton Championship 2026 ຊຶ່ງເປັນການລາຍການໃຫຍ່ທີ່ສຸດ ຂອງປະເທດໄທ ຈັດຂຶ້ນ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ລະຫວ່າງວັນທີ 28 ສິງຫາ-1 ກັນຍາ 2026
ເພີ່ມເຕີມ