ໃນວັນທີ1 ພະຈິກ ນີ້ ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງວຽງຈັນໄດ້ມີການຈັດພິທີມອບ-ຮັບໜ້າທີ່ປະທານສະພາການຄ້າແລະອຸດສະຫະກຳແຂວງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳເພັດ ທອງພານິດ ຮອງຫົວໜ້າພະແນກອຸດສາຫະກຳແລະການຄ້າແຂວງວຽງຈັນມີບັນດາທ່ານຮອງປະທານແລະຄະນະປະຈຳສະພາການຄ້າແລະອຸດສະຫະກຳແຂວງ,ເລຂາທິການ,ຮອງເລຂາທິການແລະພະນັກງານສະພາການຄ້າແລະອຸດສະຫະກຳແຂວງວຽງຈັນເຂົ້າຮ່ວມ.
ທ່ານ ຄຳໄສ ສິດທິພອນ ປະທານສະພາການຄ້າ ແລະ ອຸດສະຫະກຳ ແຂວງວຽງຈັນຜູ້ເກົ່າໄດ້ຂຶ້ນຜ່ານບົດກ່າວມອບ-ຮັບໜ້າທີ່ວ່າ:ຜົນງານທີ່ຍາດມາ ພາຍໃຕ້ການຊີ້ນຳໆພາຂອງຄະນະປະທານຊຸດເກົ່າໃນໄລຍະ3ປີຜ່ານມາແມ່ນສຳເລັດການພົບປະລະຫວ່າງສະພາການຄ້າແຂວງຢູນນານ ສປ ຈີນ ກັບອຳນາດການປົກຄອງແຂວງວຽງຈັນ,ເຂົ້າຮ່ວມກອງປະຊຸມພົບປະພາກລັດຂອງແຂວງໃນຫົວຂໍ້ຄວາມທ້າທາຍແລະກາລະໂອກາດໃນການພັດທະນາເສດຖະກິດຂອງແຂວງ,ຈັດກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນໃນການເຄື່ອນໄຫວວຽກງານສະພາການຄ້າແລະຍັງໄດ້ປັບປຸງກົງຈັກການຈັດຕັ້ງສະພາການຄ້າ ແລະ ອຸດສະຫະກຳຂັ້ນແຂວງປະກອບດ້ວຍຄະນະເລຂາທິການ 2 ຕຳແໜງ,ຫົວໜ້າຫ້ອງການບໍລິການ 1 ຕຳແໜງ,ພະນັກງານຊ່ວຍວຽກ 2 ຕຳແໜງ, ປັບປຸງຫ້ອງການບ່ອນເຮັດວຽກ 1 ຫ້ອງ ໂດຍໄດ້ຮັບການມອບຂອງອົງການແນວລາວສ້າງຊາດ, ປຸກລະດົມນັກທຸລະກິດປະກອບສ່ວນຊ່ວຍຊຸກຍູ້ຄະນະສະເພາະກິດເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19.
ໃນໂອກາດນີ້, ຍັງໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ຄຳໄສ ສິດທິພອນ ປະທານສະພາການຄ້າ ແລະ ອຸດສະຫະກຳ ແຂວງ(ຜູ້ເກົ່າ) ແລະ ທ່ານ ຂັນທອງ ດວງປະເສີດປະທານສະພາການຄ້າ ແລະ ອຸດສະຫະກຳ ແຂວງ (ຜູ້ໃໝ່), ໃນການມອບ-ຮັບຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານໂດຍຄະນະນຳຂອງພະແນກອຸດສະຫະກຳແລະການຄ້າແຂວງວຽງຈັນ,ຫົວໜ້າຂະແໜງສົ່ງເສີມພະແນກອຸດສະຫະກຳແລະການຄ້າ,ພ້ອມດ້ວຍຄະນະປະຈຳສະພາການຄ້າແລະອຸດສະຫະກຳແຂວງແລະພະນັກງານປະຈຳຫ້ອງການສະພາການຄ້າແລະອຸດສະຫະກຳແຂວງວຽງຈັນເຂົ້າຮ່ວມ.
ຂ່າວ-ພາບ: ແຂວງວຽງຈັນ

ຄໍາເຫັນ