ພິທີປະກາດ ແລະ ມອບໃບຢັ້ງຢືນໃຫ້ແຂວງສະຫວັນນະເຂດເປັນແຂວງຫົວໜ່ວຍຍຸດທະສາດໄດ້ຈັດຂຶ້ນທີ່ຫໍວັດທະນະທຳໄກສອນພົມວິຫານໃນວັນທີ4ຕຸລາ ນີ້. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍມີທ່ານກິແກ້ວໄຂຄຳພິທູນກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ, ທ່ານບຸນໂຈມອຸບົນປະເສີດກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ມີສະຫາຍຈາກກຳລັງປກຊ-ປກສ, ບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ທ່ານເຈົ້າເມືອງ14ເມືອງແລະເຈົ້ານະຄອນໄກສອນພົມວິຫານເຂົ້າຮ່ວມ.
ໃນໂອກາດນີ້, ທ່ານນາງຫຼິງທອງແສງຕາວັນຄະນະປະຈຳພັກແຂວງຮອງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກສະບັບເລກທີ25/ກມສພ, ລົງວັນທີ22ທັນວາ2014ວ່າດ້ວຍທິດທາງ, ເປົ້າໝາຍແລະມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານແລະສ້າງບ້ານເປັນຫົວໜ່ວຍພັດທະນາ, ຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ34/ນຍ, ລົງວັນທີ23ສິງຫາ2016ແລະຄຳແນະນຳຂອງກະຊວງພາຍໃນສະບັບເລກທີ05/ພນ, ລົງວັນທີ31ທັນວາ2019ກ່ຽວກັບການປະເມີນຜົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານແລະສ້າງບ້ານເປັນຫົວໜ່ວຍພັດທະນາ. ຜ່ານການຈັດຕັ້ງປະຕິບັດຕາມນິຕິກຳດັ່ງກ່າວມານັ້ນ, ເຫັນວ່າວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາໃນໄລຍະ5ປີຜ່ານມາແຂວງສະຫວັນນະເຂດໄດ້ມີຜົນສຳເລັດຫຼາຍດ້ານສະແດງອອກດັ່ງນີ້: ພາຍຫຼັງການປະເມີນຜົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ(3ສ້າງ) ສໍາເລັດແລ້ວ, ການນໍາຂັ້ນແຂວງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍຊຸກຍູ້ວຽກງານສາມສ້າງຢ່າງຕັ້ງໜ້າເພື່ອໃຫ້ວຽກງານດັ່ງກ່າວກ້າວສູ່ລວງເລິກ. ສຳລັບການປະເມີນໃນປີ2020ຜ່ານມາເຫັນວ່າການສະຫຼຸບລາຍງານປະເມີນຜົນແມ່ນສຳເລັດຕາມຄາດໝາຍແລະມີຄວາມເປັນເອກະພາບກັນແລະໄດ້ພ້ອມກັນຈັດຕັ້ງການປະເມີນຕາມຄໍາແນະນໍາເລກທີ05/ພນ, ລົງວັນທີ31ທັນວາ2019ໂດຍອີງໃສ່ມາດຖານແຕ່ລະດ້ານແລະຕົວຊີ້ບອກຂອງແບບຟອມທີ່ກະຊວງພາຍໃນໄດ້ແນະນໍາໃຫ້ຊຶ່ງມີຜົນສຳເລັດເປັນກ້າວໆ; ຜົນສຳເລັດການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ(ແຕ່ປີ2016–2020), ຂັ້ນແຂວງ: ຕາມມາດຖານເງື່ອນໄຂການສ້າງແຂວງເປັນຫົວໜ່ວຍຍຸດທະສາດ7ດ້ານ66ຕົວຊີ້ບອກແຂວງເຮົາບັນລຸໄດ້80%ຂຶ້ນໄປໃນ7ດ້ານ, ສາມາດສ້າງເປັນແຂວງຫົວໜ່ວຍຍຸດທະສາດໄດ້(ຊຶ່ງປະກາດເປັນທາງການໃນມື້ນີ້), ຂັ້ນເມືອງ: ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ມີ: ນະຄອນໄກສອນພົມວິຫານແລະເມືອງສອງຄອນທີ່ບັນລຸ80%ຂຶ້ນໄປໃນ5ດ້ານ47ຕົວຊີ້ບອກ, ສ່ວນ13ເມືອງຄື: ຈຳພອນ, ເຊໂປນ, ນອງ, ວິລະບູລີ, ພີນ, ພະລານໄຊ, ອາດສະພັງທອງ, ອາດສະພອນ, ອຸທຸມພອນ, ໄຊບູລີ, ໄຊພູທອງ, ທ່າປາງທອງແລະເມືອງຊົນນະບູລີແມ່ນບໍ່ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ຍ້ອນວ່າບໍ່ບັນລຸຕາມເງື່ອນໄຂໃນ5ດ້ານ47ຕົວຊີ້ບອກ, ຂັ້ນບ້ານ: ການປະເມີນບ້ານໃນ1.032ບ້ານສາມາດສ້າງເປັນບ້ານຫົວໜ່ວຍພັດທະນາໄດ້ມີຈໍານວນ291ບ້ານ(ຈໍານວນ6ເມືອງ1ນະຄອນຄື: ນະຄອນໄກສອນພົມວິຫານ67ບ້ານ, ເມືອງຈໍາພອນ31ບ້ານ, ສອງຄອນ78ບ້ານ, ທ່າປາງທອງ7ບ້ານ, ອຸທຸມພອນ70ບ້ານ, ອາດສະພັງທອງ23ບ້ານແລະວິລະບູລີ15ບ້ານ).
ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດວ່າດ້ວຍການຮັບຮອງນະຄອນໄກສອນພົມວິຫານແລະເມືອງສອງຄອນເປັນເມືອງຫົວໜ່ວຍເຂັ້ມແຂງຮອບດ້ານໃນປີ2020, ຜ່ານຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການຮັບຮອງແຂວງສະຫວັນນະເຂດເປັນຫົວໜ່ວຍຍຸດທະສາດໃນປີ2020ໂດຍໃຫ້ກຽດມອບໃບຢັ້ງຢືນໂດຍທ່ານກິແກ້ວໄຂຄຳພິທູນແລະຮັບໂດຍທ່ານບຸນໂຈມອຸບົນປະເສີດທ່າມກາງຄວາມຍິນດີຈາກທຸກພາກສ່ວນທີ່ເຂົ້າຮ່ວມໃນພິທີຄັ້ງນີ້.
(ຂ່າວ-ພາບ: ສະຫວັນນະເຂດ)

ຄໍາເຫັນ