ພິທີປະກາດເມືອງ 4 ບຸກ ແລະ ທຸງໄຊນາມມະຍົດ 4 ບຸກຂອງຊາວໜຸ່ມເມືອງແມດ

ພິທີປະກາດເມືອງ 4 ບຸກ ແລະ ທຸງໄຊນາມມະຍົດ 4 ບຸກຂອງຊາວໜຸ່ມເມືອງແມດ
ເມື່ອບໍ່ດົນມານີ້ທີ່ສະໂມສອນຂອງເມືອງແມດ ແຂວງວຽງຈັນ ໄດ້ມີພິທີປະກາດເມືອງ 4 ບຸກ ແລະ ທຸງໄຊນາມມະຍົດ 4 ບຸກຂອງຊາວໜຸ່ມເມືອງແມດ, ໂດຍເປັນປະທານຂອງສະຫາຍ ອຸດົມ ສຸກສະຫວັນ ຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເລຂາຊາວໜຸ່ມເມືອງແມດ ແລະ ເຂົ້າຮ່ວມຂອງສະຫາຍ ຄຳປ່ຽນ ແສງສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແມດ, ມີຄະນະບໍລິຫານງານຊາວໜຸ່ມເມືອງ, ຕະຫຼອດຮອດໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງເຂົ້າຮ່ວມທັງໝົດ .
ໃນພິທີໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 3 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ໂດຍໄດ້ຍົກໃຫ້ເຫັນຜົນຂອງການເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໄລຍະ 3 ປີຜ່ານມາ, ໄດ້ເຜີຍແຜ່ເຊື່ອມຊຶມເອກະສານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ - ໄວໜຸ່ມເຍົາວະຊົນ ແລະ ເຜີຍແຜ່ກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ, 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ແລະ ຜົນຮ້າຍຂອງຢາເສບຕິດລວມມີ 7 ຄັ້ງ, ຜ່ານການສຶກສາອົບຮົມການເມືອງ-ແນວຄິດໄດ້ເຮັດໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີແບບແຜນດຳລົງຊີວິດປອດໃສຖືກຕ້ອງຕາມຮີດຄອງປະເພນີຂອງຊາດ, ມີຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງໃນການອອກແຮງງານ ແລະ ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ,  ໄລຍະຜ່ານມາຄະນະຊາວໜຸ່ມແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສະມາຊິກຊາວໜຸ່ມໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ,ເປັນຕົ້ນແມ່ນບຸກດ້ານແນວຄິດ, ບຸກດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບສ້າງວຽກເຮັດງານທຳ.
ຫຼັງຈາກນັ້ນ, ສະຫາຍເລຂາພັກເມືອງກໍໄດ້ເປັນກຽດຂຶ້ນມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມເມືອງແລະ ສະຫາຍເລຂາຊາວໜຸ່ມແຂວງວຽງຈັນກໍໄດ້ເປັນກຽດຂຶ້ນມອບຢັ້ງຢືນ 4 ບຸກ ແລະ ທຸງໄຊນາມມະຍົດ 4 ບຸກໃຫ້ແກ່ຄະນະປະຈຳຊາວໜຸ່ມເມືອງຈຳນວນ 5 ສະຫາຍແລະ ພ້ອມທັງມອບຫຼຽນກາ 65 ປີຂອງຊາວໜຸ່ມແລະ ຫຼັງຈາກນັ້ນສະຫາຍເລຂາພັກເມືອງ ແລະ ສະຫາຍເລຂາຊາວໜຸ່ມແຂວງ ກໍໄດ້ເປັນກຽດຮ່ວມກັນເປີດແຜ່ນປ້າຍ ແລະ ພ້ອມທັງລັ່ນຄ້ອງ 9 ບາດ, ເພື່ອຮັບຮອງເມືອງ 4 ບຸກແລະ ທຸງໄຊນາມມະຍົດ 4 ບຸກຂອງຊາວເມືອງແມດ.
ຂ່າວ-ພາບ:  ເມືອງແມດບຸນລ້ອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ ຢູ່ ລາວ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ

ທາບທາມຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ ຢູ່ ລາວ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ

ໃນວັນທີ 2-3 ເມສານີ້ ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ ສໍາລັບ 8 ແຂວງພາກເໜືອ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສຳນານ ສົນທະນີ ຄະນະປະຈໍາພັກແຂວງ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ 8 ແຂວງພາກເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ)ປະຊາຊົນລາວ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ທ່ານ ພົຕ ສົມຫວັງ ທໍາມະສິດ ພະນັກງານປະຕິວັດອາວຸໂສບໍານານ ອະດີດຄະນະປະຈໍາພັກກະຊວງ ອະດີດຮອງລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງສູງມາຍັງພັກ-ລັດ ແລະ ການນໍາກະຊວງ ປກສ ທີ່ໄດ້ເອົາໃຈ ໃສ່ປະຕິບັດນະໂຍບາຍເປັນຢ່າງດີ ຕໍ່ພະນັກງານປະຕິວັດອາວຸໂສບໍານານ ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ທັດສະນະ ແລະ ເລົ່າຄືນຄວາມໝາຍສຳຄັນການກຳເນີດ ແລະ ເຕີບໃຫຍ່ຂອງກຳລັງ ປກສ ຜ່ານສື່ມວນຊົນປ້ອງກັນຄວາມສະຫງົບໃນວັນທີ 24 ມີນາຜ່ານມາ.
ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກມາຖະແຫຼງຂ່າວຊີ້ແຈງກ່ຽວກັບສະພາບໄຟໄໝ້ລາມປ່າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປ່າໄມ້ ແລະ ຕ້ານໄຟໄໝ້ລາມປ່າ ໃນໄລຍະ 3 ເດືອນຜ່ານມາ (ມັງກອນ-ມີນາ 2026).
ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຂຶ້ນໃນວັນທີ 3 ເມສານີ້ ທີ່ສະໂມສອນກະຊວງ ປກສ ໂດຍການເປັນປະທານຂອງທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງ ປກສ, ພະນັກງານປະຕິວັດອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເພີ່ມເຕີມ