ພິທີປະກາດເມືອງວຽງພູຄາ ແຂວງຫຼວງນໍ້າທາ ເປັນເມືອງຢຸດຕິການຖ່າຍຊະຊາຍ

ພິທີປະກາດເມືອງວຽງພູຄາ ເປັນເມືອງຢຸດຕິການຖ່າຍຊະຊາຍ

ພິທີປະກາດເມືອງວຽງພູຄາ ແຂວງຫຼວງນໍ້າທາ ເປັນເມືອງຢຸດຕິການຖ່າຍຊະຊາຍ ແລະ ປະກາດຮັບຮອງ ບ້ານພັດທະນາຮອບດ້ານ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໄນທ້າຍອາທິຜ່ານມາ, ໂດຍການເປັນປະທານຂອງ ທ່ານ ບຸນຊົງ ວາໄຊຢີ

 ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງວຽງພູຄາ ໂດຍການເຂົ້າຮ່ວມຂອງທ່ານ ສີວິໄລ ປັນແກ້ວ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງ-ເມືອງເຂົ້າຮ່ວມ
ທ່ານ ນາງ ສົມປອງ ອາດທອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ) ວ່າ: ເມືອງວຽງພູມີ 7 ກຸ່ມບ້ານ, 46 ບ້ານ, ມີປະຊາກອນທັງໝົດ 27,656 ຄົນ, ຍີງ 13,688 ຄົນ, ມີ 5,009 ຄົວເຮືອນ, ມີ 8 ຊົນເຜົ່າ, ມີບ້ານພັດທະນາ 28 ບ້ານ ເທົ່າກັບ 60.68%, ມີຄອບຄົວພັດທະນາ 3,859 ຄອບຄົວ ເທົ່າກັບ 84.31%, ມີບ້ານພົ້ນທຸກ 31 ບ້ານ, ເທົ່າກັບ 67.39%, ຄອບຄົວພົ້ນທຸກ 4,042 ຄອບຄົວ ເທົ່າກັບ 88.31 %, ປັດຈຸບັນຍັງມີບ້ານທຸກຍາກ 15 ບ້ານ ເທົ່າກັບ 32.60% ແລະ ຄອບຄົວທຸກຍາກ 535 ຄອບຄົວ. ວຽກງານສາທາລະສຸກປົກຄຸມ 100% ມີ 10 ຈຸດໃຫ້ການບໍລິການດ້ານສຸຂະພາບຄື: ມີ 1 ໂຮງໝໍຊຸມຊົນ ແລະ 9ໂຮງໝໍນ້ອຍ, ມີ 55 ຈຸດສັກຢາ, ອັດຕາຊົມໃຊ້ນໍ້າ 96%, ອັດຕາການຊົມໃຊ້ວິດຖ່າຍ 100%. ເລີ່ມຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ) ແຕ່ປີ 2017 ສາມາດປະກາດ ໄດ້ຈຳນວນ 10 ບ້ານເທົ່າ 21.73%, ປີ 2020 ປະກາດອີກ 20 ບ້ານ, ປີ2021, ປະກາດຕື່ມ 12 ບ້ານ ແລະ ຮອດ ປີ 2023 ສາມາດປະກາດ ໄດ້ອີກ 4 ບ້ານ ໝາຍວ່າໄດ້ປະກາດທັງໝົດ 46 ບ້ານເທົ່າກັບ 100%, ອັດຕາການຊົມໃຊ້ວິດຖ່າຍມີ 4,859 ຫຼັງຄາ ເທົາ 97%,ອັດຕາການຊົມໃຊ້ວິດຖ່າຍຮວມກັບຄອບຄົວອືນ ມີ 150 ຫຼັງຄາເທົາ 3%, ລ້າງມືໃສ່ສະບູມີ 3,757 ເທົາ 75% ນ້ຳດື່ມ-ນ້ຳໃຊ້ ໃນຄົວເຮືອນສະອາດມີ 3,757 ຫຼັງຄາ ເທົາ 75%, ອາະນາໄມສິ່ງແວດລອມ ມີ 4,256 ເທົາ 85%. ຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງເລກທີ່ 310/ຈມ ວ່າດ້ວຍການຮັບຮອງເອົາຄອບຄົວພັດທະນາ, ຈໍານວນທັງໝົດ 103 ຄອບຄົວ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 887/ຈຂ ວ່າດ້ວຍການຮັບຮອງເອົາບ້ານນໍ້າຈຣິເປັນບ້ານພັດທະນາ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງເລກທີ849/ຈຂ ວ່າດ້ວຍການຮັບຮອງເອົາເມືອງວຽງພູຄາເປັນເມືອງຢຸດຕິການຖ່າຍຊະຊາຍ, ຜ່ານຂໍ້ຕົກລົງເຈົ້າເມືອງ ວ່າດ້ວຍການຍ້ອງຍໍທີມີຜົນງານເດັ່ນໃນການປະກອບສ່ວນວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນະໄມ. ໃນນັ້ນ ກົມກອງມີ 12 ກົມກອງ, ຮາກຖານ, ສຸກສາລາ 9 ຮາກຖານ, ບ້ານ 14 ບ້ານ ພ້ອມທັງມອບໃບຢັ້ງຢືນຄອບຄົວພັດທະນາ, ບ້ານພັດທະນາ ແລະ ໃບຢັ້ງຢືນເມືອງຊຸມຊົນເປັນເຈົ້າການໃນການສຸຂະອະນະໄມ (ຊຈສ) ໃຫ້ກຽດກ່ວມອບໂດຍທ່ານ ສີວິໄລ ປັນແກ້ວ ແລະ ທ່ານ ບຸນຊົງ ວ່າໄຊຢີ.
ໂອກາດດັ່ງກ່າວ, ບັນດາການນໍາຂອງແຂວງ-ເມືອງ ໄດ້ຮ່ວມເປີດປ້າຍ ເມືອງວຽງພູຄາ ເປັນເມືອງ ຢຸດຕິການຖ່າຍຊະຊາຍ ແລະ ບ້ານພັດທະນາ ພ້ອມທັັງດັນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ຂອງການພັດທະນເມືອງວຽງພູຄາ.
(ຂ່າວ: ໂດຍ ຄໍາປິງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ