ໃນວັນທີ 26 ກັນຍາ ຜ່ານມາ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຂອງກະຊວງຍຸຕິທໍາ ຫ້ອງການກະຊວງຍຸຕິທໍາ ແລະ ລັດວິສາຫະກິດໄຟຟ້າລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງທາງດ້ານນິຕິກໍາ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ໄພວີ ສີບົວລິພາລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ທອງພັດ ອິນທະວົງຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ບັນດາທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງຂອງການເຊັນບົດບັນທຶກຄັ້ງນີ້ ແມ່ນເຫັນໄດ້ຄວາມໝາຍ, ຄວາມສຳຄັນ ໃນການສ້າງ, ປັບປຸງ, ນິຕິກຳໃຕ້ກົດໝາຍ ໃຫ້ທັງພາກລັດ ແລະ ເອກະຊົນ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຂອງພະນັກງານ-ລັດຖະກອນ ຂະແໜງການພະລັງງານ ແລະ ບໍ່ແຮ່ ເວົ້າລວມ, ກໍຄືພະນັກງານຂອງຂະແໜງໄຟຟ້າລາວ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບການນໍາໃຊ້ພະລັງງານໄຟຟ້າ ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ບຸກຄະລາກອນໄຟຟ້າລາວ.
ຮ່ວມລົງນາມເຊັນບົດບັນທຶກລະຫວ່າງ ທ່ານ ນະລົງລິດ ນໍລະສິງ ຫົວໜ້າຫ້ອງການ ກະຊວງຍຸຕິທໍາ ແລະ ທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອໍານວຍການ ລັດວິສາຫະກິດ ໄຟຟ້າລາວ ຊຶ່ງບົດບັນທຶກດັ່ງກ່າວແມ່ນແນໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບພະລັງງານໄຟຟ້າ; ໂຄສະນາເຜີຍແຜ່ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ ທົ່ວສັງຄົມ ພ້ອມທັງ ຍົກລະດັບດ້ວຍການຈັດຝຶກອົບຮົມ ເພື່ອສ້າງຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໄຟຟ້າລາວ.
ຂ່າວ-ພາບ: ໄຊຍະສິດ

ຄໍາເຫັນ