ໂຄງການກໍ່ສ້າງສ້ອມແປງຊົນລະປະທານ ນໍ້າຕໍາເບີ2 ບ້ານນາເລົາ ຈະໄດ້ກໍ່ສ້າງໜ້າຝາຍເບຕົງເສີມຫຼັກຄວາມກ້ວາງ 6 ແມັດ, ຍາວ 9 ແມັດ, ໜາ 20 ຊັງຕີແມັດ ແລະ ສ້າງຄອງຊົນລະປະທານດ້ວຍເບຕົງມີ 2 ຂະໜາດຄື: 60 x 60 x 300 ແມັດ ແລະ 40 x 40 x 200 ແມັດ ໃນມູນຄ່າ 789 ລ້ານກີບ. ໂຄງການກໍ່ສ້າງດັ່ງກ່າວແມ່ນຈະໄດ້ໃຊ້ເວລາ 3 ເດືອນ ຊຶ່ງຈະໄດ້ເລີ່ມແຕ່ ວັນທີ 28 ພຶດສະພາ -28 ສິງຫາ 2025 ໂດຍງົບປະມານການລົງທືນຂອງລັດ 100%. ຈາກນັ້ນ, ກໍໄດ້ຮ່ວມກັນເຊັນສັນຍາ ລະຫວ່າງ ທ່ານ ສີຈັນ ຫານເສີກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກັບ ທ່ານ ຄໍາພຸດ ບົວນະວົງຕາ ປະທານ ບໍລິສັດເມີຍແຈະການຄ້າຈໍາກັດຜູ້ດຽວ.
(ຂ່າວ-ພາບ: ນ ລັດດາວອນ ແກ້ວໄພທູນ)
ຄໍາເຫັນ