ຜົ້ງສາລີ ສະຫຼູບໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງປີ 2024

ຜົ້ງສາລີ ສະຫຼູບໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງປີ 2024

ຜົ້ງສາລີ ສະຫຼູບໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງປີ 2024
ເພື່ອເຮັດໃຫ້ພົນລະເມືອງລາວທຸກຄົນ ຕ້ອງໄດ້ຊົມໃຊ້ການບໍລິການຂອງລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງແບບອອນລາຍ ຫຼື ເອເລັກໂຕຣນິກ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ,

ຊຶ່ງເປັນການອໍານວຍຄວາມສະດວກໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ, ການສະໜັບສະໜູນການປົກຄອງທີ່ດີ ແລະ ເປົ້າໝາຍການພັດທະນາແບບຍືນຍົງນັ້ນ.ໃນວັນທີ 18 ມີນາຜ່ານມາ ທີ່ຫ້ອງປະຊຸມຊັ້ນ 3 ສໍານັກງານປົກຄອງແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼູບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຈົດທະບຽນ, ສະຖິຕິພົນລະເມືອງປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພອນປະດິດ ທິບມະນີວົງ ຫົວໜ້າພະແນກພາຍໃນແຂວງ; ມີບັນດາຄະນະພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງເຂົ້າຮ່ວມ.

ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ແມ່ນເພື່ອເປັນການປັບປຸງອັດຕາການຈົດທະບຽນ ເຫດການສໍາຄັນໃນຊີວິດຂອງພົນລະເມືອງ ໂດຍສະເພາະການເກີດ ແລະ ການເສຍຊີວິດ ຢູ່ ສປປ ລາວ ໃຫ້ສູງຂຶ້ນ ເວົ້າລວມ, ເວົ້າສະເພາະປັບປຸງອັດຕາການຈົດທະບຽນການເກີດ ແລະ ການເສຍຊີວິດຢູ່ແຂວງຜົ້ງສາລີໃຫ້ສູງຂຶ້ນ ໂດຍການໃຊ້ລະບົບຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (ECRVS) ທີທັນສະໄໝ ສະດວກ ແລະ ວອງໄວ. ມາຮອດປັດຈຸບັນທົ່ວແຂວງຜົ້ງສາລີ ມີຈໍານວນ 46,961 ຄອບຄົວ, ມີຈໍານວນພົນລະເມືອງລວມ 201,412 ຄົນ ຍິງ 100,755 ຄົນ.

(ຂ່າວ: ສົມຄິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ฌ ການລາຍງານຂ່າວບັນຫາຫາສີຂຽວ ໃຫ້ສື່ມວນຊົນ ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ເພີ່ມເຕີມ