ຜົ້ງສາລີເປີດ ສູນວາງສະແດງສິນຄ້າໂອດ໋ອບ

ຜົ້ງສາລີເປີດ ສູນວາງສະແດງສິນຄ້າໂອດ໋ອບ ແລະ ມອບປ້າຍກາໝາຍສິນຄ້າໂອດ໋ອບ

ຜົ້ງສາລີເປີດ ສູນວາງສະແດງສິນຄ້າໂອດ໋ອບ ແລະ ມອບປ້າຍກາໝາຍສິນຄ້າໂອດ໋ອບ
ພິທີເປີດສູນວາງສະແດງສິນຄ້າໂອດ໋ອບ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນຜ່ານມາ ທີ່ສູນດັ່ງກ່າວ ບ້ານໂພນໂຮມ ເມືອງບຸນເໜືອ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານການນຳພັກ-ລັດຂັ້ນແຂວງ, ຂັ້ນເມືອງ, ຜູ້ປະກອບການ, ນັກທຸລະກິດ ເຂົ້າຮ່ວມ.

ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ກ່າວວ່າ: ໃນປີ 2022 ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ໄດ້ຮັບທຶນ ຈາກກອງທຶນພີເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ “ໂຄງການເສີມຂະຫຍາຍ ແລະ ສົ່ງເສີມຜະລິດຕະພັນທີ່ມີທ່າແຮງ ເພື່ອຜົນປະໂຫຍດ ຂອງບັນດາປະເທດລຸ່ມແມ່ນໍ້າຂອງ (ELMC)” ມູນຄ່າ 298,500 ໂດລາ ປະກອບມີ 8 ກິດຈະກໍາ; ຊຶ່ງໃນນັ້ນ ກິດຈະກໍາກໍ່ສ້າງສູນວາງສະແດງສິນຄ້າຂອງແຂວງຜົ້ງສາລີ ແມ່ນເປັນທຶນສົມທົບຂອງໂຄງການ (ELMC) ແລະ ງົບປະມານຂອງແຂວງ. ຈຸດປະສົງ ເພື່ອສ້າງຕັ້ງເປັນສູນບໍລິການຂໍ້ມູນຂ່າວສານ, ໂຄສະນາ, ປະຊາສໍາພັນຜະລິດຕະພັນສິນຄ້າຂອງແຂວງ ອອກສູ່ສັງຄົມ; ເປັນສະຖານທີ່ອຳນວຍຄວາມສະດວກ ໃຫ້ແກ່ຫົວໜ່ວຍທຸລະກິດນໍາເອົາສິນຄ້າ ແລະ ຜະລິດຕະພັນ ມາວາງສະແດງ ແລະ ຂາຍຢູ່ສູນດັ່ງກ່າວ; ເພື່ອເປັນສະຖານທີ່ຈັດກອງປະຊຸມສໍາມະນາ ແລກປ່ຽນບົດຮຽນທາງດ້ານການຕະຫຼາດ ລົງສູ່ການຜະລິດຢ່າງເປັນລະບົບ; ເພື່ອເປັນສະຖານທີ່ທ່ອງທ່ຽວ, ຢ້ຽມຊົມ ຊື້-ຂາຍ ສິນຄ້າ ຂອງພາຍໃນ ແລະ ຕ່າງປະເທດ.

ສຳລັບການກໍ່ສ້າງສູນດັ່ງກ່າວ ໄດ້ເລີ່ມມາແຕ່ເດືອນ ກັນຍາ 2023 ໂດຍແມ່ນບໍລິສັດ SKC ກໍ່ສ້າງ, ສ້ອມແປງເຄຫະສະຖານ, ຂົວ-ທາງ ແລະ ຊົນລະປະທານຈໍາກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງ ແລະ ມາຮອດປັດຈຸບັນແມ່ນສໍາເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 4,7 ຕື້ກ່ວາກີບ. ຈາກນັ້ນ, ກໍໄດ້ມອບປ້າຍກາໝາຍສິນຄ້າໂອດ໋ອບໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ໃຫ້ວິສາຫະກິດສ່ວນບຸກຄົນ ເຫຼົ້າແດງພື້ນເມືອງເຊີລິນວົງ ບໍລິການຜະລິດເຫຼົ້າແດງຈາກຜະລິດຕະພັນໝາກກ້ວຍ.

(ພາບ-ຂ່າວ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງ (ສ​ພ​ຂ) ຄໍາມ່ວນ ຮ່ວມກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງຄູນຄໍາ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄູນຄໍາ ພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້ານາປີລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651 ໂຕນ,ໝົດແນວພັນເຂົ້າ 5,646 ໂຕນ, ສ່ວນແຜນການປູກພືດເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາທ່ານກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ທີ່ໃກ້ຈະມາເຖິງນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດສິລະປິນດີເດັ່ນ ສາຂາວັນນະກໍາ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວ ຕໍ່ນັກຂ່າວໜັງສືພິມປະຊາຊົນ.
ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃນວັນທີ 3-5 ສິງຫາຜ່ານມານີ້ ທີ່ 3 ແຂວງດັ່ງກ່າວຕາມລຳດັບ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 3 ແຂວງ.
ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ໃນວັນທີ 6 ສິງຫາ 2026 ທີ່ສະໂມສອນ ເມືອງອຸທຸມພອນ,ທາງພະແນໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດ,ໄດ້ສະຫຼຸບສັງເກດຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາປະຈໍາປີ 2025,ປະເມີນແຜນພັດທະນາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026,ໂດຍມີທ່ານ ພູພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກໂຍທາທິການ-ຂົນສົ່ງແຂວງ,ທ່ານ ໂພໄຊອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ ແລະ ບັນດາທ່ານຈາກ 4 ເມືອງ,1 ນະຄອນໄກສອນ ເຂົ້າຮ່ວມ.
ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ໃນວັນທີ 6 ສິງຫານີ້, ທີ່ຫ້ອງວ່າການເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບລົດຈັກ ຮອນດາ ເວັບ (Honda Wave) ໃຫ້ 3 ຕາແສງພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງຕາແສງໃຫ້ມີຄວາມສະດວກ ແລະ ມີປະສິດທິພາບສູງຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານການນຳຂອງເມືອງ, ພະນັກງານ ທີ່ກ່ຽວຂ້ອງ ແລະ ຄະນະພັດທະນາຕາແສງຈາກ 3 ຕາແສງພາຍໃນເມືອງເຂົ້າຮ່ວມ ການມອບພາຫະນະ (ລົດຈັກ) ໃນຄັ້ງນີ້ປະກອບມີລົດຈັກຮອນດາ ເວັບ (Honda Wave) ຈໍານວນ 3 ຄັນມອບໃຫ້ 3 ຕາແສງພາຍໃນເມືອງບໍ່ແຕນ ຕາແສງລະ 1 ຄັນ ເປັນມູນຄ່າຄັນລະ 31,500,000 ກີບ
ເພີ່ມເຕີມ