ງານບຸນຊ່ວງເຮືອປະເພນີຢູ່ເມືອງສາລະວັນ ແຂວງສາລະວັນ ປີ 2023ປີນີ້ມີເຮືອເຂົ້າແຂ່ງຂັນທັງໝົດ 41 ລໍາ, ແບ່ງອອກເປັນ 3 ປະເພດ ປະກອບມີຄະນະສີພາຍເພດຊາຍ-ຍິງ ທັງໜົດ 46 ຄະນະ ເຮືອຊ່ວງປະເພດໃຫຍ່ 30-35 ສີພາຍ, ມີ 5 ຄະນະ, ເຮືອຊ່ວງປະເພດກາງ 25-29 ສີພາຍ, ມີ 14 ຄະນະ, ເຮືອຊ່ວງປະເພດ 12 ສີພາຍ, ມີ 27 ຄະນະ ແລະ ປະເພດຍິງ ມີ 8 ຄະນະ.ຜ່ານການແຂ່ງຂັນປະເພດໃຫຍ່ 30-35 ສີພາຍເປີດກວ້າງທີ 1 ໄດ້ແກ່ເຮືອເທບພອນໄຊ ຈາກແຂວງສະຫວັນນາເຂດໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 25 ລ້ານກີບ, ທີ 2 ສິງສາລະວັນ ໄດ້ຮັບເງິນສົດ 15 ລ້ານກີບກີບ, ທີ 3 ເມືອງສາລະວັນ ໄດ້ຮັບເງິນສົດ 10 ລ້ານກີບ ແລະລາງວັນທີ 4 ໄດ້ແກ່ເຮືອບ້ານຕານປ່ຽວ ໄດ້ຮັບເງິນສົດ 5 ລ້ານກີບກີບ, ມອບໂດຍທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ.
ປະເພດກາງ 25-29 ສີພາຍຊາຍເປີດກວ້າງທີ 1 ໄດ້ແກ່ເຮືອບ້ານໂນນຄໍ້ (ຄົງເຊໂດນ)ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 15 ລ້ານກີບ, ທີ 2 ເມືອງເລົ່າງາມ ໄດ້ຮັບເງິນສົດ10 ລ້ານກີບ, ທີ 3 ໄດ້ແກ່ເຮືອບ້ານບຶງຂາມໄດ້ຮັບເງິນສົດ 5 ລ້ານກີບ ແລະລາງວັນທີ 4 ໄດ້ແກ່ເຮືອບ້ານຕານສຸມ(ເມືອງວາປີ) ໄດ້ຮັບເງິນສົດ 3 ລ້ານກີບ, ມອບໂດຍທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ25-29 ສີພາຍຊາຍພາຍໃນທີ 1 ໄດ້ແກ່ບ້ານບຶງຂາມ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 15 ລ້ານກີບ, ທີ 2 ບ້ານທ່າເມືອງເຊ ໄດ້ຮັບເງິນສົດ 10 ລ້ານກີບ, ທີ 3 ບ້ານໜອງໃສ ໄດ້ຮັບເງິນສົດ 5 ລ້ານກີບ ແລະທີ4 ບ້ານເຕົ້າປູນໄດ້ຮັບເງິນສົດ 3 ລ້ານກີບມອບໂດຍທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ທັງແມ່ນປະທານຈັດງານແຂ່ງຂັນ, ປະເພດ 12 ສີພາຍຊາຍເປີດກວ້າງທີ 1 ໄດ້ແກ່ເຮືອເທບພອນໄຊ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 10 ລ້ານກີບ, ທີ 2ໄດ້ແກ່ບ້ານບຶງໄຊ ໄດ້ຮັບເງິນສົດ 6 ລ້ານກີບ, ທີ 3 ໄດ້ແກ່ເຮືອປົກຄອງເມືອງສາລະວັນ ໄດ້ຮັບເງິນສົດ 4 ລ້ານກີບ ແລະລາງວັນທີ 4 ໄດ້ແກ່ໜຸ່ມສາລະວັນ ໄດ້ຮັບເງິນສົດ 2 ລ້ານກີບ, ມອບໂດຍທ່ານ ວັນນະລັກ ຫຼ້າຫຼຽມທະວີໄຊ ຮອງເລຂາພັກເມືອງ, ລຸ້ນ 12 ສີພາຍຊາຍ (ພາຍໃນ) ທີ 1 ບ້ານທ່າເມືອງເຊ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 10 ລ້ານກີບ, ທີ 2 ບ້ານ ໜອງໃສ ໄດ້ຮັບເງິນສົດ 6 ລ້ານກີບ, ທີ 3 ບ້ານໂພຕານໄດ້ຮັບເງິນສົດ 4 ລ້ານກີບ, ທີ 4 ບ້ານຫາດທອງຫຼວງ ໄດ້ຮັບເງິນສົດ 2 ລ້ານກີບ, ມອບໂດຍທ່ານ ໜູຄໍາ ສີສະຫວັດ ຮອງເຈົ້າເມືອງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ປະເພດ 12 ຍິງ (ພາຍໃນ) ທີ 1 ໄດ້ແກ່ເຮືອບ້ານໂພນຕານ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 10 ລ້ານກີບ, ທີ 2 ໄດ້ແກ່ເຮືອບ້ານບຶງໄຊ ໄດ້ຮັບເງິນສົດ 6 ລ້ານກີບ, ທີ 3 ໄດ້ແກ່ເຮືອບ້ານໂພນແພງ ໄດ້ຮັບເງິນສົດ 4 ລ້ານກີບ ແລະທີ 4 ບ້ານບຶງຂາມ ໄດ້ຮັບເງິນສົດ 2 ລ້ານກີບມອບໂດຍທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ.
ການຈັດງານບຸນຊ່ວງເຮືອຄັ້ງນີ້ກໍເພື່ອເປັນການສືບສານວັດທະນະທຳ, ອະນຸລັກຮັກສາ, ປະເພນີອັນດີງາມຂອງຊາດກໍຄືຂອງທ້ອງຖິ່ນ, ສ່ອງແສງໃຫ້ເຫັນເຖິງພື້ນຖານການສົ່ງເສີມ ແລະ ອະນຸລັກດ້ານວັດທະນະທຳ, ອະລິຍະທຳ, ຮີດຄອງປະເພນີຂອງຄົນລາວມາແຕ່ດຶກດຳບັນ ເວົ້າລວມ, ເວົ້າສະເພາະ ແມ່ນຊາວເມືອງ ແລະແຂວງສາລະວັນ, ທັງເປັນການກະຕຸກຊຸກຍູ້ບັນຍາກາດການຊື້-ຂາຍຈໍລະຈອນສິນຄ້າໃຫ້ມີບັນຍາກາດຟົດຟື້ນ, ດຶງດູດການທ່ອງທ່ຽວພາຍໃນເມືອງ ກໍຄືແຂວງສາລະວັນ ແລະຕ່າງແຂວງ ເພື່ອແກ້ໄຂຄວາມຫຍຸ້ງຍາກສະພາບເສດຖະກິດໃຫ້ດີຂຶ້ນ, ງານບຸນຊ່ວງເຮືອປີນີ້ແມ່ນໄດ້ກຳນົດເອົາ 2 ວັນ ຄື: ວັນທີ 28-29 ກັນຍາ ຜ່ານມາ, ໃຫ້ກຽດເຂົ້າຮ່ວມມີບັນດາທ່ານການນໍາຂອງແຂວງ, ການນໍາຂອງເມືອງພາຍໃນແຂວງ, ບັນດາການນໍາພະແນກການຕ່າງໆຂອງແຂວງ, ນັກທຸລະກິດຜູ້ປະກອບການ ພາກສ່ວນທີ່ກ່ຽວຂ້ອງ, ນັກສີພາຍເຮືອຊ່ວງແຕ່ລະຄະນະ ແລະປະຊາຊົນເຂົ້າຮ່ວມຊົມຮ່ວມເຊຍຢ່າງຫຼວງຫຼາຍ.
ພາບ-ຂ່າວ: ສິດຕາ ເພັດວົງສາ-ລັດຕະນາ ແສງສຸວັນ.

ຄໍາເຫັນ