ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025
ໃນວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2025 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 15 ແລະ ປິດລົງໃນວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະພາແຫ່ງຊາດອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 
ຜນກອງປະຊມລດຖະບານເປດກວາງ ຄງທ I ປ 2025 - image 1
 

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາບັນດາຫົວຂໍ້ສໍາຄັນດັ່ງນີ້: ວາລະທີ 1. ກອງປະຊຸມໄດ້ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ຄື: 1) ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI; ແຜນການຜັນຂະຫຍາຍບັນດາມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທີ່ພົວ ພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ສະພາແຫ່ງຊາດສັງລວມ; 2) ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ ທັງສະເໜີມາດຕະການຮັບມືຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ (ການສ້າງຕັ້ງ ຫຼືຍົກລະດັບດ່ານຊາຍແດນ); 3) ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ; 4) ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ ແລະ ສະເໜີທິດທາງແກ້ໄຂໃນ 6 ເດືອນທ້າຍປີ.

ຕໍ່ການສະຫຼຸບວຽກງານ 6 ເດືອນຕົ້ນປີ 2025 ຂອງລັດຖະບານ ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະຢູ່ພາຍໃນປະເທດພວກເຮົາກໍເກີດມີໄພທຳມະຊາດນໍ້າຖ້ວມ ແລະ ນໍ້າປ່າໄຫຼຊຸ ເຮັດໃຫ້ມີຜູ້ເສຍຊີວິດຢູ່ບາງແຂວງບວກກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ. ແຕ່ດ້ວຍຄວາມພະຍາຍາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນສາມາດເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະດັບ 4.5% ສາມາດເກັບລາຍຮັບງົບປະມານໄດ້ 37,758 ຕື້ກີບເທົ່າກັບ 55% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 28,223 ຕື້ກີບເທົ່າກັບ 39% ຂອງແຜນການປີ ໂດຍໄດ້ສຸມໃສ່ລາຍຈ່າຍທີ່ເປັນບຸລິມະສິດ ເປັນຕົ້ນການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ທັງປະຕິບັດເງິນອຸດໜູນຕໍ່ຄູອາສາສະໜັກ ແລະ ເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ຕາມສັນຍາ; ອັດຕາເງິນເຟີ້ຫຼຸດລົງເປັນແຕ່ລະເດືອນສະເລ່ຍ 6 ເດືອນຕົ້ນປີຢູ່ໃນລະດັບ 11%, ຄາດວ່າໝົດປີອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ; ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ 4.9 ເດືອນ ຊຶ່ງທ້າຍປີ 2025 ຄາດວ່າຈະສາມາດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ; ໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດເຮັດໃຫ້ລາຄາສິນຄ້າເໜັງຕີງບໍ່ຫຼາຍຊຶ່ງມີທ່າອ່ຽງດີຂຶ້ນ ພ້ອມກັນນັ້ນກໍໄດ້ກະກຽມປະຕິບັດໂຄງການສ້າງ ສາງນໍ້າມັນເຊື້ອໄຟ; ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ ສາມາດປະຕິບັດໄດ້ໃນເນື້ອທີ່ 84,700 ກວ່າເຮັກຕາ, ຜົນຜະລິດໄດ້ 423,800 ກວ່າໂຕນ ເທົ່າກັບ 94% ຂອງແຜນການປີ. ນອກນັ້ນ, ຍັງສົ່ງເສີມການຜະລິດກະສິກໍາ ສົ່ງອອກເປັນສິນຄ້າທົດແທນການນຳເຂົ້າ ເປັນຕົ້ນພືດຜັກ, ໝາກໄມ້, ປາ, ສັດໃຫຍ່ ແລະ ອື່ນໆ ໂດຍສາມາດສົ່ງສິນຄ້າກະສິກຳ-ປ່າໄມ້ບັນລຸ 1,120 ລ້ານກວ່າໂດລາເທົ່າກັບ 75% ຂອງແຜນການປີ; ໄດ້ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງສະບັບເລກທີ 06/ນຍ ທັງປະຕິບັດມາດຕະການໂຈະການພິຈາລະນາໂຄງການໃໝ່ຕາມແຈ້ງການ 1090/ຫສນຍ ສໍາລັບແຮ່ໂລຫະທາດຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄຳ, ແຮ່ຫາຍາກ ແລະ ແຮ່ທາດອື່ນໆທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດຕໍ່ໂຄງການທີ່ລະເມີດສັນຍາ, ສ້າງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ-ສັງຄົມ ລວມທັງ ໂຄງການທີ່ລາຍງານຂໍ້ມູນຜົນການຜະລິດບໍ່ຖືກກັບຄວາມເປັນຈິງ ຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວນັບມື້ມີຄວາມເຂັ້ມງວດ ແລະ ເດັດຂາດຫຼາຍຂຶ້ນ; ໄດ້ແກ້ໄຂຍານພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ຄຸ້ມຄອງລົດລັດຕາມດຳລັດ 599/ລບ ແລະ ຂໍ້ຕົກລົງ 169/ນຍ ມີຄວາມຄືບໜ້າເປັນກ້າວໆ; ໄດ້ຄົ້ນຄວ້າ ແລະ ສະເໜີທິດທາງປັບປຸງການປະຕິຮູບລັດວິສາຫະກິດຈຳນວນໜຶ່ງ ຊຶ່ງກົມການເມືອງສູນກາງພັກໄດ້ຕົກລົງເຫັນດີດ້ານຫຼັກການແລ້ວ; ໄດ້ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ແລະ ໄດ້ເລັ່ງຊຸກຍູ້ໂຄງການແຫຼ່ງຜະລິດທີ່ຈັດໃນບຸລິມະສິດ; ໄດ້ສຸມໃສ່ປະຕິບັດໂຄງການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ຂົນສົ່ງເພື່ອເຊື່ອມຈອດ-ເຊື່ອມໂຍງຢູ່ພາຍໃນປະເທດກັບພາກພື້ນ ແລະ ສາກົນ ທັງອຳນວຍຄວາມສະດວກ ແລະ ຫຼຸດຕົ້ນທຶນການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ ເປັນຕົ້ນເສັ້ນທາງສີໄຄ-ໂພນໂຮງ, ເສັ້ນທາງເລກທີ 13 ໃຕ້, ຂົວຂ້າມນໍ້າຂອງຫ້ວຍແກ້ວ-ກ້ອນຕືນ ແຂວງບໍ່ແກ້ວສຳເລັດ 98%, ຂົົວຂ້າມນໍ້າຂອງປາກຊັນ-ບຶງການສຳເລັດ 97%, ຂົວ 12 ແຫ່ງຕາມເສັ້ນທາງຈຳປາສັກ-ສາລະວັນສຳເລັດ 61%; ໄດ້ຊຸກຍູ້ໂຄງການກໍ່ສ້າງທາງດ່ວນທີ່ໄດ້ເຊັນ MOU ຜ່ານມາ ເປັນຕົ້ນທາງດ່ວນລາວ-ຈີນ (ຊ່ວງແຕ່ແຂວງອຸດົມໄຊ-ຊາຍແດນບໍ່ເຕ່ນ), ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງລົດໄຟວຽງຈັນ-ທ່າແຂກ-ຫວຸງອ່າງ. ນອກນັ້ນກຳລັງເລັ່ງສ້າງແຜນປັບປຸງ-ກໍ່ສ້າງເສັ້ນທາງ ແລະ ຂົວ ເປັນຕົ້ນເສັ້ນທາງເລກທີ 13 ເໜືອຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ, ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ ແລະ ທາງຫຼວງທ້ອງຖິ່ນອື່ນໆຕື່ມອີກ; ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 76,900 ກວ່າຕອນ ເທົ່າກັບ 26% ຂອງແຜນການປີ; ໄດ້ສືບຕໍ່ສຸມໃສ່ແກ້ໄຂສະພາບຂາດຄູສອນ ໂດຍສຸມໃສ່ປະຕິບັດຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກຳນົດໃນມະຕິ 09/ລບ ເປັນຕົ້ນ ໄດ້ເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ການກຳນົດໂຄຕ້າຄູສອນໃຫ້ສອດຄ່ອງກັບແຜນກໍ່ສ້າງຄູ, ຫັນຄູອາສາສະໝັກເຂົ້າເປັນລັດຖະກອນຄູ ແລະ ການທົດແທນຄູທີ່ສູນເສຍດ້ວຍຮູບການຕ່າງໆ, ທັງປະຕິບັດນະໂຍບາຍເອົາຄູອາສາສະໝັກເຂົ້າບັນຈຸເປັນທະຫານພັນທະແຕ່ປະຕິບັດໜ້າທີ່ຄູສອນ; ໄດ້ສຸມໃສ່ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດທັງຢູ່ສູນກາງ ແລະທ້ອງຖິ່ນ; ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ຊຶ່ງຂັ້ນສູນກາງແມ່ນສໍາເລັດໂດຍພື້ນຖານ ແລະ ກໍາລັງສືບຕໍ່ໃນຂັ້ນທ້ອງຖິ່ນ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຂອບການຮ່ວມມືຕ່າງໆຂອງສາກົນ ຊຶ່ງໄດ້ນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງມາໃຫ້ປະເທດຫຼາຍຂຶ້ນທັງສາມາດເຮັດໃຫ້ບົດບາດ ແລະ ອິດທິພົນຂອງລາວໃນເວທີພາກພື້ນ ແລະ ສາກົນສູງເດັ່ນຂຶ້ນ.

ຜນກອງປະຊມລດຖະບານເປດກວາງ ຄງທ I ປ 2025 - image 2
 

ສຳລັບທິດທາງແຜນວຽກຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2025, ກອງປະຊຸມໄດ້ຊີ້ນໍາຂະແໜງການ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບັນດາວຽກງານສໍາຄັນດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງ; ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພໃຫ້ແກ່ການຈັດງານສຳຄັນຂອງຊາດ ເປັນຕົ້ນໄລຍະສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ງານມະຫາກໍາກິລາແຫ່ງຊາດ, ກອງປະຊຸມໃຫຍ່ 3 ຂັ້ນ ແລະ ອື່ນໆ.

2) ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສໍາເລັດໃຫ້ຖືກຕ້ອງໂປ່ງໃສ ແລະ ຮັບປະກັນຄວາມສະຫງົບ. ໃນນັ້ນ, ໃຫ້ສຸມໃສ່ຮ່າງດຳລັດວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່, ທັງກຳນົດຕຳແໜ່ງງານ ແລະ ຊັບຊ້ອນຈັດວາງພະນັກງານຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນໃຫ້ສຳເລັດຕາມແຜນກຳນົດ. ພ້ອມນີ້, ກໍ່ສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

3) ກະກຽມສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີໃຫ້ບັນລຸໄດ້ຈຸດປະສົງລະດັບຄາດໝາຍ ບົນຈິດໃຈປະຢັດມັດທະຍັດ ທັງໃຫ້ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ, ຖືເອົາໂອກາດນີ້ປຸກລະດົມຈິດໃຈຮັກຊາດ, ຮັກລະບອບໃໝ່ໃຫ້ສູງຂຶ້ນ, ໃນນີ້:ເອົາໃຈໃສ່ການຈັດຕັ້ງປາຖະກະຖາມູນເຊື້ອການປະຕິວັດພາຍໃຕ້ການນຳພາຂອງພັກ; ການຂຽນບົດຕ່າງໆ ທີ່ມີເນື້ອໃນສັນລະເສີນມູນເຊື້ອອັນດີງາມຂອງພັກ ແລະ ລັດຖະບານ; ການສະແດງສິລະປະວັນນະຄະດີ; ການແຂ່ງຂັນກິລາຕ່າງໆ; ຈັດຕັ້ງພົບປະພະນັກງານອາວຸໂສປະຕິວັດ; ຈັດຕັ້ງສວນສະໜາມຂອງກຳລັງປະກອບອາວຸດ, ບັນດາຂະແໜງ ການ, ຂົງເຂດວຽກງານ ແລະ ອື່ນໆ;

4) ສືບຕໍ່ສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະສະເພາະກິດ 19/ກມສພ. ໃນນີ້, ສຸມໃສ່ການຊໍາລະໜີ້ສິນຕ່າງປະເທດໃຫ້ທັນຕາມກຳນົດ; ການຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ສົ່ງອອກ; ຄົ້ນຄວ້າມາດຕະການຮັບມືຕໍ່ກັບສະພາບຄວາມສ່ຽງດ້ານນ້ຳມັນເຊື້ອໄຟໃນຕໍ່ໜ້າ.

5) ສຸມໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການປະຈໍາປີ 2025 ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ; ສືບຕໍ່ຮ່າງແຜນ 5 ປີ ຄັ້ງທີ X (2026-2030) ແລະ ແຜນການປະຈໍາປີ 2026 ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.

6) ສືບຕໍ່ຄົ້ນຄວ້າການປະຕິບັດມາດຕະການຕົວຈິງຕາມທິດຊີ້ນຳຂອງກົມການເມືອງ ແລະ ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ເພື່ອແກ້ໄຂບັນດາເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການປັບໂຄງສ້າງລາຄາໄຟຟ້າ ເປັນຕົ້ນ ສຸມໃສ່ການເຈລະຈາລາຄາຊື້-ຂາຍໄຟຟ້າກັບຜູ້ພັດທະນາເຂື່ອນ ແລະ ຮີບຮ້ອນຫັນຮູບແບບການຈົດນັບຕົວເລກນຳໃຊ້ໄຟຟ້າ ແລະ ຈ່າຍຄ່າໄຟຟ້າເປັນທັນສະໄໝ ແລະ ອື່ນໆ. ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກ່ຽວກັບການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາດັ່ງກ່າວໂດຍຫັນປ່ຽນໃໝ່ວິທີການໂຄສະນາເຜີຍແຜ່ໃຫ້ເຂົ້າໃຈງ່າຍ ແລະ ທົ່ວເຖິງ.

7) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດຕ່າງໆດ້ວຍຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນທຸກຂັ້ນ; ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງໃຫ້ຂາດຕົວ; ສະກັດກັ້ນການຄ້ານອກລະບົບ, ການລັກລອບນຳເຂົ້າສິນຄ້າຟູມເຟືອຍ, ສົ່ງເສີມສິນຄ້າທີ່ຜະລິດໄດ້ພາຍໃນ.

8) ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບຸລິມະສິດ, ເສັ້ນທາງເປ່ເພຈາກໄພພິບັດ; ສຸມໃສ່ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ສອດຄ່ອງກັບມະຕິຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ສະບັບເລກທີ 165/ສພຊ.

9) ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງບັນຫາໄພພິບັດທີ່ອາດຈະເກີດຂຶ້ນໃນລະດູຝົນ ລວມເຖິງກະກຽມແຜນຮັບມື-ແຜນຟື້ນຟູຮີບດ່ວນຫຼັງໄພພິບັດ; ບໍລິຫານຈັດການບັນດາອ່າງເກັບນ້ຳຢູ່ແຕ່ລະເຂື່ອນໄຟຟ້າໃຫ້ດີ.

10) ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງສັງຄົມເປັນຕົ້ນການຂາດແຄນຄູສອນໂດຍຮີບຮ້ອນຄົ້ນຄວ້າໂກຕາຄູປີ 2025 ໃຫ້ຫຼາຍຂຶ້ນ; ແກ້ໄຂການປະລະການຮຽນ, ບັນຫາການຄຸ້ມຄອງແຮງງານ, ການຂາດແຄນແຮງງານ, ການແກ້ໄຂບັນຫາທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນພະນັກງານ-ທະຫານ, ຕຳຫຼວດ, ໃນນີ້ໃຫ້ສຸມໃສ່ຄົ້ນຄວ້າປັບປຸງເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອໃຫ້ໄດ້ເລີ່ມປະຕິບັດໃນປີ 2026 ຕາມການຊີ້ນຳຂອງກົມການເມືອງສູນກາງພັກ.

11) ສືບຕໍ່ຕິດຕາມສະພາບການສາກົນ ແລະ ພາກພື້ນຢ່າງໃກ້ຊິດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ທັງຜັນຂະຫຍາຍຜົນການໄປຢ້ຽມຢາມ ແລະ ເຮັດວຽກດັ່ງກ່າວ.

ສຳລັບບົດລາຍງານ: ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ແຜນການຜັນຂະຫຍາຍບັນດາມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ພົວພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ສະພາແຫ່ງຊາດສັງລວມ; ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ ທັງສະເໜີມາດຕະການຮັບມືຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ (ການສ້າງຕັ້ງ ຫຼືຍົກລະດັບດ່ານຊາຍແດນ); ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ ແລະ ສະເໜີທິດທາງແກ້ໄຂໃນ 6 ເດືອນທ້າຍປີ. ກອງປະຊຸມຊີ້ນໍາໃຫ້ຂະແໜງ ການກ່ຽວຂ້ອງປັບປຸງຄືນຕາມການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມ.

ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາການລາຍງານກ່ຽວກັບ: (1) ຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ; (2) ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີຂອງສະຫະລັດອາເມຣິກາຕໍ່ສປປ ລາວ 40%; (3) ສະພາບການຄຸ້ມຄອງລາຄາສິນຄ້າລວມທັງລາຄານໍ້າມັນເຊື້ອໄຟ; ການສົ່ງອອກສິນຄ້າໃນລະດູຝົນ; ການປະຕິບັດກອງທຶນສົ່ງເສີມການຜະລິດສິນຄ້າຢູ່ສປປ ລາວ.

ວາລະທີ 3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາການລາຍງານແຜນ ແລະ ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງທີ່ເປັນບຸລິມະສິດໃນປີ 2026 ແລະ ປີຕໍ່ໆໄປ ລວມທັງກົນໄກການປະຕິບັດກອງທຶນທາງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ບໍລິສັດ ASFC ຈຳກັດ ໃຫ້ການອຸປະຖໍາເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງກຳລັງປ້ອງກັນຊາດ

ບໍລິສັດ ASFC ຈຳກັດ ໃຫ້ການອຸປະຖໍາເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງກຳລັງປ້ອງກັນຊາດ

ໃນຕອນເຊົ້າ ວັນທີ 17 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮ່ວມທຶນດ້ານພະລັງງານສະອາດໃນລາວ ຈຳກັດ (ບໍລິສັດ ASFC ຈຳກັດ) ໄດ້ມອບການອຸປະຖໍາເຄື່ອງສາກໄຟຟ້າດ້ວຍພະລັງງານແສງຕາເວັນແບບພົກພາ ໃຫ້ແກ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ກ່າວມອບໂດຍທ່ານ ນາງ ມິລິນດາ ວິໄລສຸກ, ຜູ້ອຳນວຍການໃຫຍ່ ບໍລິສັດ ASFCຈໍາກັດ ແລະ ກ່າວຮັບໂດຍທ່ານ ພົນຕີ ວັນທອງ ບຸດຕະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ, ມີທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນວັນທີ 13 ພະຈິກນີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.
ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ເພີ່ມເຕີມ