ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ສອງນາຍກ ລາວ ແລະ ຫວຽດນາມ ປກສາຫາລຮດແໜນການພວພນຮວມມສອງຝາຍ - image 1
 

 

ໃນການພົບປະ, ສອງສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຕ່າງກໍສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງໜຶ່ງ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ມາເລເຊຍໃນຄັ້ງນີ້ ຊຶ່ງເປັນການສະແດງ ໃຫ້ເຫັນຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ກໍຄືສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້. ພ້ອມກັນນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ຟ້າມ ມິງ ຈິງ ກໍຄືພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ແບ່ງເບົາ ແລະ ສະແດງຄວາມເຫັນໃຈ ຕໍ່ກັບສະພາບການນໍ້າຖ້ວມ ຢູ່ ສປປ ລາວ, ພ້ອມທັງສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ພາຍຸ ທີ່ພັດເຂົ້າຫວຽດນາມໃນໄລຍະຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ຈຳນວນຫຼາຍຫຼວງ.

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພົນຮ່ວມມືຂອງສອງປະເທດ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕີລາຄາສູງຕໍ່ຜົນສຳເລັດໃນການຮ່ວມມື ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວ ແລະ ຫຼາຍໂຄງການຮ່ວມມືທີ່ສຳຄັນ ໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມທັງວາງທິດທາງໃນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະສອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດ ເພື່ອແນໃສ່ການເຊື່ອມໂຍງທາງດ້ານພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານການເຊື່ອມໂຍງທາງດ້ານຄົມມະນາຄົມ, ການເຊື່ອມໂຍງທາງດ້ານພະລັງງານ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ການພົບປະສອງກົມການເມືອງ ທີ່ຈະມີຂຶ້ນໃນໂອກາດທີ່ການນໍາຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ລວມທັງການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ.

ສອງນາຍກ ລາວ ແລະ ຫວຽດນາມ ປກສາຫາລຮດແໜນການພວພນຮວມມສອງຝາຍ - image 2
 

ພິເສດ, ສອງຝ່າຍ ຍັງໄດ້ຕີລາຄາວ່າ ການພົບປະຄັ້ງນີ້ ເຖິງເວລາຈະສັ້ນ ແຕ່ກໍມີເນື້ອໃນອຸດົມສົມບູນ ແລະ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດ ນຳເອົາຜົນການພົບປະຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອເສີມຂະຫຍາຍ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເພີ່ມເຕີມ