ໜັງສືພິມ Kyodo News ລາຍງານວ່າ: ຜົນຜະລິດອຸດສາຫະກຳໃນເດືອນກໍລະກົດ ໄດ້ເພີ່ມຂຶ້ນເປັນເດືອນທີສີ່ຕິດຕໍ່ກັນ, ຫຼັງຈາກເພີ່ມຂຶ້ນ 1.9% ໃນເດືອນມິຖຸນາ.
ໃນຂະນະດຽວກັນ, ກະຊວງດັ່ງກ່າວຍັງຄົງຮັກສາການປະເມີນການຜະລິດຂະແໜງອຸດສາຫະກໍາຂອງຕົນບໍ່ປ່ຽນແປງຈາກເດືອນກ່ອນ, ໂດຍກ່າວວ່າຜົນຜະລິດ "ມີການປ່ຽນແປງໂດຍບໍ່ມີທິດທາງທີ່ຊັດເຈນ."
ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ ລະບຸໃນບົດລາຍງານເບື້ອງຕົ້ນວ່າ: ດັດຊະນີການຜະລິດໃນໂຮງງານ ແລະ ການຂຸດຄົ້ນບໍ່ແຮ່ ທີ່ປັບປຸງຕາມລະດູການ ຢູ່ທີ່ 104.7, ເມື່ອທຽບກັບປີພື້ນຖານປີ 2020 ຊຶ່ງຢູ່ທີ່ 100.
ອຸດສາຫະກຳ 10 ພາກສ່ວນມີຜົນຜະລິດເພີ່ມຂຶ້ນ, ນໍາໂດຍເຄື່ອງຈັກການຜະລິດ ຊຶ່ງໄດ້ຮັບຜົນປະໂຫຍດຈາກການສົ່ງອອກອຸປະກອນຜະລິດເຊມິຄອນດັກເຕີທີ່ເພີ່ມສູງຂຶ້ນ. ໃນຂະນະທີ່ 4 ຂະແໜງໄດ້ຫຼຸດລົງ ຊຶ່ງລວມທັງອຸປະກອນການຂົນສົ່ງທີ່ບໍ່ລວມຍານພາຫະນະ. ຂະນະທີ່ຜົນຜະລິດໃນຂະແໜງອຸດສາຫະກຳເຄື່ອງຈັກໄຟຟ້າ ແລະ ອຸປະກອນເອເລັກໂຕຣນິກຂໍ້ມູນຂ່າວສານ ແລະ ການສື່ສານຍັງຄົງບໍ່ປ່ຽນແປງ.
ເມື່ອພິຈາລະນາຈາກຜົນການສຳຫຼວດຄວາມຄິດເຫັນຂອງຜູ້ຜະລິດ, ກະຊວງດັ່ງກ່າວຄາດຄະເນວ່າຜົນຜະລິດຂະແໜງອຸດສາຫະກໍາຈະຂະຫຍາຍຕົວ 6.4% ໃນເດືອນສິງຫາ ກ່ອນທີ່ຈະຫົດຕົວ 4.2% ໃນເດືອນກັນຍາ.
ສໍາລັບເດືອນກໍລະກົດ, ດັດຊະນີການສົ່ງອອກຂະແໜງອຸດສາຫະກໍາເພີ່ມຂຶ້ນ 2.2% ເປັນ 103.5, ໃນຂະນະທີ່ດັດຊະນີສິນຄ້າໃນສາງເພີ່ມຂຶ້ນ 0.5% ເປັນ 98.1.
ຄໍາເຫັນ