ພູເບ້ຍ ມາຍນິງ ສຸມໃສ່ໂຄງການກະສິກຳສະອາດ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ

ພູເບ້ຍ ມາຍນິງ ສຸມໃສ່ໂຄງການກະສິກຳສະອາດ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ
ໂດຍ: ສ.ບຸດປະຊາ
    ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ຮ່ວມກັບລັດຖະບານ ກໍຄືອົງການປົກຄອງແຂວງໄຊສົມບູນ, ເມືອງອານຸວົງພັດທະນາຊຸມຊົນແບບຍືນຍົງ ດ້ວຍໂຄງການກະສິກຳສະອາດໃນເນື້ອທີ່ 26 ເຮັກຕາທີ່ບ້ານນໍ້າຍອນ ຊຶ່ງເປັນພື້ນທີ່ມອບຄືນແກ່ລັດຖະບານໂດຍບໍລິສັດໄດ້ສະໜອງງົບປະມານເຂົ້າໃນວຽກງານນີ້ປະມານ 5-6 ຕື້ກີບໂດຍພາກລັດຈະເປັນຜູ້ຄັດເລືອກເອົາຄອບຄົວທີ່ຈະເຂົ້າຮ່ວມໂຄງການນີ້ ປະມານ 70 ຄອບຄົວ ໂດຍຈະໄດ້ຈັດສັນດິນເພື່ອນໍາໃຊ້ໃນການຜະລິດກະສິກຳ ເພື່ອສ້າງອາຊີບ, ສ້າງລາຍໄດ້ ແນໃສ່ຫຼຸດຜ່ອນຄວາມທຸກຍາກ; ທັງນີ້, ກໍເພື່ອສືບຕໍ່ປະຕິບັດຄໍາໝັ້ນສັນຍາ ທີ່ຈະສ້າງມໍລະດົກທີ່ຍືນຍົງຄົງທີ່ ສ້າງໂອກາດແລະຄວາມຍືນຍົງໃນອະນາຄົດ.
    ຕັ້ງແຕ່ມີການດຳເນີນງານມາຮອດປັດຈຸບັນ, ພູເບ້ຍ ມາຍນິງ ໄດ້ໃຊ້ເງິນ 5,4 ລ້ານໂດລາ ເຂົ້າໃນແຜນງານຕ່າງໆຂອງກອງທຶນພັດທະນາຊຸມຊົນ ເລີ່ມໃນ 2005 ເປັນຕົ້ນມາ ຈົນເຖິງ ປີ 2022 ໄດ້ປະຕິບັດສຳເລັດ 436 ໂຄງການ ແລະ ເມື່ອວັນທີ 15 ທັນວາຜ່ານມາ ກໍໄດ້ມອບໂຄງການທີ່ເຮັດສຳເລັດໃນປີ 2023 ອີກ 10 ໂຄງການ. ສ່ວນໂຄງການໃນເນື້ອທີ່ 26 ເຮັກຕາດັ່ງກ່າວນີ້ ເປັນໂຄງການໜຶ່ງທີ່ບໍລິສັດກຳລັງສຸມໃສ່ ເພື່ອໃຫ້ມີໃບໜ້າໃໝ່ໃນໄຕມາດ 3 ປີ 2024 ຈະມາເຖິງນີ້. ນີ້ເປັນການສືບຕໍ່ເຮັດແທ້ທໍາຈິງ ປະຕິບັດຕາມຫຼັກການກ່ຽວກັບແຮ່ທາດ ໃນກົດໝາຍວ່າດ້ວຍແຮ່ທາດ ໂດຍສະເພາະແມ່ນໃນມາດຕາ 6, ຂໍ້ 3 “ຕິດພັນກັບການພັດທະນາໂຄງລ່າງພື້ນຖານ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ...” ແລະ ຂໍ້ 4 “ມີສ່ວນຮ່ວມຂອງປະຊາຊົນ, ຊຸມຊົນ, ການຈັດຕັ້ງ, ອົງການປົກຄອງທຸກຂັ້ນ ໃນການຈັດຕັ້ງການຜະລິດ, ສະໜອງແຮງງານ, ສະບຽງອາຫານ, ວັດຖຸອຸປະກອນໃນທ້ອງຖິ່ນ, ...”. 
ໃນຂະນະທີ່ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ກໍໄດ້ສະເໜີໃຫ້ສຸມໃສ່ສ້າງເປັນໂຄງການຕົວແບບໃຫ້ແກ່ແຂວງ ເພື່ອໃຫ້ແຂກທີ່ມາຢ້ຽມຢາມແຂວງໄຊສົມບູນ ໄດ້ມີກິດຈະກຳທີ່ໜ້າສົນໃຈ ໃນການສົ່ງເສີມດ້ານກະສິກຳ ຊຶ່ງຈະໃຫ້ຄອບຄົວທຸກຍາກມາເຮັດກະສິກຳຢູ່ໃນພື້ນທີ່ນັ້ນ ໃຫ້ປະກົດໃນໄວໆນີ້.
    ໃນວັນທີ 14 ທັນວາ ຜ່ານມາ, ພູເບ້ຍ ມາຍນິງ ໄດ້ຮ່ວມກັບສື່ມວນຊົນ ລົງຕິດຕາມກ່ຽວກັບຄວາມຄືບໜ້າຂອງໂຄງການ ຊຶ່ງທ່ານ ອິນປອນ ເທບເພັດລືສີ ຮອງຜູ້ຈັດການພະແນກພັດທະນາຊຸມຊົນຂອງບໍລິສັດ ກໍໄດ້ກ່າວໃຫ້ຮູ້ວ່າ: ໂຄງການກະສິກຳສະອາດ ເປັນໂຄງການໃຫຍ່ຂອງແຂວງ, ເມືອງ ແລະ ບໍລິສັດ ທີ່ເຮັດວຽກຮ່ວມກັນ ຊຶ່ງໂຄງການໄດ້ຈັດສັນກິດຈະກໍາໃນການປູກຝັງ-ລ້ຽງສັດ ໂດຍແບ່ງອອກເປັນ 2 ພາກສ່ວນຄື ພາກສ່ວນດ້ານເທິງມີປະມານ 12 ກວ່າເຮັກຕາ ໃຊ້ເປັນພື້ນທີ່ປູກຫຍ້າລ້ຽງງົວ ໃຫ້ແກ່ການທອມງົວ ໂດຍຈະຈັດສັນໃຫ້ 19-20 ຄອບຄົວ ແລະ ພາກສ່ວນດ້ານລຸ່ມ ມີເນື້ອທີປະມານ 13 ກວ່າເຮັກຕາ ຈະນໍາໃຊ້ເຂົ້າໃນການປູກພືດຜັກກະສິກຳສະອາດ ຈະຈັດສັນໃຫ້ປະມານ 50 ຄອບຄົວ. ປັດຈຸບັນ, ໂຄງການໄດ້ເຮັດສຳເລັດວຽກກວດກູ້ລະເບີດໃນພື້ນທີ່ໂຄງການ, ສຳເລັດການບຸກເບີກໜ້າດິນ ກະກຽມແກ່ການຈັດລ໊ອກ ຈັດສັນໃຫ້ປະຊາຊົນ ຄອບຄົວທີ່ຜ່ານການຄັດເລືອກເຂົ້າຮ່ວມໂຄງການ. ພ້ອມນີ້, ກໍກຳລັງສືບຕໍ່ສຸ່ມໃສ່ກໍ່ສ້າງລະບົບຊົນລະປະທານ ປະກອບມີ 8 ແທ່ງນໍ້າ ເຂົ້າມາໃຫ້ສຳເລັດ, ກໍ່ສ້າງລະບົບໄຟຟ້າ ແລະ ສືບຕໍ່ຈັດສັນດິນໃຫ້ຄອບຄົວ ທີ່ຮ່ວມໂຄງການ; ນອກຈາກນີ້, ກໍກຳລັງຄົ້ນຄວ້າ ການສ້າງຄູກັນນໍ້າ ເພື່ອບໍ່ໃຫ້ພື້ນທີ່ໂຄງການຖືກເຊາະເຈື່ອນ ຈາກນໍ້າທີ່ໄຫຼຈາກນ້ຳຫ້ວຍທີ່ໃກ້ຄຽງ; ສ່ວນພື້ນທີ່ໃດໃນໂຄງການ ທີ່ເປັນຫີນກໍຈະປັບປຸງປົວແປງ ໃຫ້ສາມາດເຮັດການຜະລິດໄດ້ ຊຶ່ງຄາດວ່າຮອດໄຕມາດ 3 ຂອງປີ 2024 ຈະມີຄວາມຄືບໜ້າ ທີ່ເປັນໃບໜ້າໃໝ່ເກີດຂຶ້ນ ເນື່ອງຈາກປັດຈຸບັນແຂວງ ແລະ ເມືອງ ກໍໄດ້ຄັດເລືອກສຳເລັດ ຊຶ່ງພື້ນທີ່ປູກຫຍ້າທອມສັດ ມີແລ້ວ 20 ຄອບຄົວ ແລະ ພື້ນທີ່ປູກຜັກປະສິກຳສະອາດ ເປັນສິນຄ້າ ກໍຄັດເລືອກໄດ້ແລ້ວ 30 ກວ່າຄອບຄົວ, ຍັງເຫຼືອປານ 10 ກວ່າຄອບຄົວ.
ທ່ານ ສຸລິ ສີສຸພັນທອງ ຜູ້ຈັດການພະແນກພື້ນຟູຊີວິດການເປັນຢູ່ ໄດ້ໃຫ້ຮູ້ວ່າ: ການຈັດສັນດິນ ເພື່ອໃຫ້ຄອບຄົວທີ່ຜ່ານການຄັດເລືອກເຂົ້າມາເຮັດການຜະລິດກະສິກຳ ແມ່ນໄດ້ມີຄວາມຄືບໜ້າດີສົມຄວນ ຊຶ່ງປັດຈຸບັນ ໃນພື້ນທີ່ສ່ວນເທິງທີ່ຈະປູກຫຍ້າທອມງົວ ແມ່ນໄດ້ສຳເລັດໂດຍພື້ນຖານ ຄົບຈໍານວນ 20 ຄອບຄົວ ໂດຍກຳລັງດຳເນີນການຈັດສັນໃຫ້ຄອບຄົວລະ 4 ໄລ່. ສ່ວນດ້ານລະບົບນໍ້າ ກໍາລັງດຳເນີນຕາມແຜນການ ຊຶ່ງຈະແຈກຜ່ານທໍ່ນໍ້າຮູບແບບລະບົບສະປຣິງເກີ ໃຫ້ແຕ່ລະຄອບຄົວ; ພ້ອມນີ້, ກໍກໍ່ສ້າງຄອກລ້ຽງສັດ ໃຫ້ຄອບຄົວລະ 1 ຄອກ ໃນຂະໜາດປະມານ 4 x 8 ແມັດ. ພ້ອມທັງກຳລັງດຳເນີນການປຸກເຮືອນຮົ່ມຖາວອນ ທີ່ເປັນເສົາຊີມັງ ແລະ ໂຄງເຫຼັກ ມູນຄ່າ 500 ກວ່າລ້ານກີບ ມີທັງໝົດ 15 ຫຼັງ ຊຶ່ງຈະມອບໃຫ້ຄອບຄົວທີ່ຖືກຄັດເລືອກມາເຮັດການຜະລິດ ປູກຜັກສະອາດ ເປັນສິນຄ້າ. ສ່ວນຕະຫຼາດເກັບຊື້ຜົນຜະລິດກະສິກຳຂອງປະຊາຊົນແມ່ນພູເບ້ຍ ມາຍນິງ ຍັງສືບຕໍ່ເປັນຕະຫຼາດຫຼັກ ໂດຍມີສັດສ່ວນເຖິງ 90% ໃນລາຄາກາງ ຕາມທ້ອງຕະຫຼາດ. ນອກນັ້ນ, ປະຊາຊົນກໍສາມາດ ນໍາໄປຂາຍໄດ້ຕາມທ້ອງຕະຫຼາດທົ່ວໄປ; ແຕ່ໃນແຜນການອັນໃກ້ນີ້, ບໍລິສັດ ກໍໄດ້ຊອກຫາຕະຫຼາດ ທີ່ໝັ້ນຄົງໃຫ້ປະຊາຊົນຕື່ມອີກ.
ທ່ານ ອິນປອນ ເທບເພັດລືສີ ຍັງກ່າວໃຫ້ຮູ້ຕື່ມວ່າ: ກ່ອນໜ້ານີ້, ພູເບ້ຍ ມາຍນິງ ແລະ ອົງການປົກຄອງແຂວງໄຊສົມບູນ ໄດ້ປຶກສາຫາລືກັບບໍລິສັດລາວຟູ໊ດ ເພື່ອໃຫ້ບໍລິສັດດັ່ງກ່າວມາມີສ່ວນຮ່ວມສົ່ງເສີມການຜະລິດ ແລະ ກາຍເປັນຕະຫຼາດຫຼັກໃນອະນາຄົດຊຶ່ງລາວຟູ໊ດກໍມີເຫັນດີແລະພ້ອມຈະນໍາເອົາແນວພັນ ແລະ ວິຊາການມາຊ່ວຍຕື່ມ ເພື່ອໃນອະນາຄົດເມື່ອ ພູເບ້ຍ ມາຍນິງ ທະຍ່ອຍປິດບໍ່ລົງ, ລາວຟູ໊ດ ຈະເປັນຕະຫຼາດຫຼັກ ເພື່ອໃຫ້ລາຍຮັບຂອງປະຊາຊົນຄົງທີ່ ແລະ ມີຄວາມຍືນຍົງ. ທັງນີ້, ພູເບ້ຍ ມາຍນິງ ກໍເຊື່ອໝັ່ນວ່າ ປະຊາຊົນຜູ້ເຮັດແທ້ທໍາຈິງ ໃນການເຮັດການຜະລິດ ສະໜອງແກ່ຕະຫຼາດນີ້ ກໍຈະສາມາດມີລາຍໄດ້ທີ່ໝັ້ນຄົງ.
ທັງໝົດນັ້ນ, ແມ່ນສິ່ງທີ່ຢາກຍົກໃຫ້ເຫັນວ່າ: ບ້ານນໍ້າຍອນ ມີຫຼາຍໂຄງການທີ່ເປັນປະໂຫຍດແກ່ປະຊາຊົນ ທີ່ໄດ້ຮັບຈາກ ພູເບ້ຍ ມາຍນິງ. ນອກຈາກໂຄງການດັ່ງກ່າວນີ້, ກໍມີໂຄງການປິ່ນອ້ອມ ໂດຍ ພູເບ້ຍ ມາຍນິງ ໄດ້ດຳເນີນໂຄງການພັດທະນາໃນປີ 2023 ໂດຍໄດ້ສຳເລັດໂຄງການກໍ່ສ້າງສະໂມສອນ ຝຶກອົບຮົມດ້ານເຕັກນິກ-ວິຊາການ ໃຊ້ງົບປະມານປະມານ 80.000 ກວ່າໂດລາ ແນໃສ່ເປັນບ່ອນເຕົ້າໂຮມ ແລະ ສ້າງຄວາມຮູ້ແກ່ປະຊາຊົນ ເພີ່ມຕື່ມອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ