ກອງປະຊຸມແບບສ້າງສັນຄັ້ງທີ 89 ຂອງ ຄະນະກໍາມະການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປຊ

ຜູ້ແທນສປປ ລາວ ເຂົ້າຮ່ວມກອງປະຊຸມແບບສ້າງສັນຄັ້ງທີ 89 ຂອງ ຄະນະກໍາມະການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປຊ

ຜູ້ແທນສປປ ລາວ ເຂົ້າຮ່ວມກອງປະຊຸມແບບສ້າງສັນຄັ້ງທີ 89 ຂອງ ຄະນະກໍາມະການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປຊ
ເມື່ອບໍ່ດົນມານີ້ທີ່ ນະຄອນ ເຈນິວາ ປະເທດສະວິດ ຄະນະຜູ້ແທນຂອງ ສປປ ລາວ ນໍາພາໂດຍ ທ່ານ ນາງ ຈັນໂສດາ ພອນທິບຮອງປະທານ

ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະຕິດຕາມ ໄດ້ເຂົ້າຮ່ວມກອງປະຊຸມແບບສ້າງສັນຄັ້ງທີ 89 ຂອງ ຄະນະກໍາມະການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປຊ ຊຶ່ງໄດ້ພິຈາລະນາບົດລາຍງານ ຂອງ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປປ ລາວ.ກອງປະຊຸມຄັ້ງນີ້ໄດ້ດໍາເນີນຢູ່ ສໍານັກງານອົງການສະຫະປະຊາຊາດ ປະຈໍານະຄອນເຈນີວາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ Ms. Ana PeláezNarváezປະທານ ຄະນະກໍາມະການຊີດໍ ໂດຍມີຄະນະຜູ້ແທນຂອງ ສປປ ລາວ ແລະ ຄະນະກໍາມະການຊີດໍ ເຂົ້າຮ່ວມ ພ້ອມນັ້ນຍັງມີ ຜູ້ຕາງໜ້າຈາກ ຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດ, ສື່ມວນຊົນຕ່າງປະເທດ ແລະ ອົງການບໍ່ຫວັງຜົນກໍາໄລຈຳນວນໜຶ່ງ ຈາກຕ່າງປະເທດ ແລະ ປະເທດລາວໃນຖານະຜູ້ສັງເກດການ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານຫົວໜ້າຄະນະ ຍັງໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສິດທິຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ ໂດຍຮັບຮູ້, ເຄົາລົບ, ປົກປ້ອງແລະຮັບປະກັນສິດທິມະນຸດແລະສິດທິຂັ້ນພື້ນຖານຂອງພົນລະເມືອງຕາມກົດໝາຍ. ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນດ້ານການເມືອງ, ເສດຖະກິດ, ວັດທະນາທຳສັງຄົມແລະຄອບຄົວໂດຍສອດຄ່ອງກັບສົນທິສັນຍາຊີດໍທີ່ສປປລາວເປັນພາຄີ. ການສ້າງສັງຄົມທີ່ຍຸຕິທໍາ ແລະ ສະເໝີພາບຫຼາຍຂຶ້ນ ຊຶ່ງແມ່ຍິງ ແລະ ເດັກຍິງ ດຳລົງຊີວິດຢ່າງອິດສະຫຼະ ແລະ ມີເສລີ, ມີແຫຼ່ງຊັບພະຍາກອນ ແລະ ໂອກາດທີ່ຈຳເປັນເພື່ອພັດທະນາຄວາມສາມາດຂອງຕົນ;ແມ່ຍິງມີວຽກເຮັດງານທຳ, ເຂົ້າເຖິງຕຳແໜ່ງນຳພາ-ຄຸ້ມຄອງ, ເຂົ້າເຖິງໂອກາດ ແລະ ການມີສ່ວນຮ່ວມທາງດ້ານເສດຖະກິດ, ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ, ເຮັດໃຫ້ບັນດາຄະນະກຳມະການຊີດໍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດດັ່ງກ່າວ.

ໃນໄລຍະສົນທະນາແບບສ້າງສັນລະຫວ່າງຄະນະຜູ້ແທນສປປ ລາວ ແລະ ຄະນະກຳມະການຊີດໍ ນັ້ນຊຶ່ງຄະນະກຳມະການຊີດໍໄດ້ຕັ້ງຄຳຖາມເຈາະຈິ້ມຕໍ່ບັນຫາຕ່າງໆ ໃນການປະຕິບັດສິດທິຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ຊຶ່ງຄະນະຜູ້ແທນ ສປປ ລາວ ໄດ້ສະໜອງຂໍ້ມູນ ແລະ ຊີ້ແຈງອະທິບາຍຢ່າງລະອຽດເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດບັນດາກົດໝາຍທີ່ກ່ຽວພັນເຖິງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ການເຂົ້າເຖິງຂະບວນການຍຸຕິທຳຂອງແມ່ຍິງ, ການຄ້ຳປະກັນສິດທິມະນຸດຂັ້ນພື້ນຖານໂດຍສະເພາະສະຖາບັນສິດທິມະນຸດແຫ່ງຊາດ ແລະ ການປົກປ້ອງນັກເຄື່ອນໄຫວສິດທິມະນຸດແມ່ຍິງທີ່ຖືກລົງໂທດທາງອາຍາ, ມາດຕະການພິເສດຊົ່ວຄາວໃນການບັນລຸຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງຄວາມອັກຄະຕິຕໍ່ແມ່ຍິງ ແລະ ບັນທັດຖານສັງຄົມຕໍ່ກັບແນວຄວາມຄິດດ້ານເພດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ລົງໂທດຜູ້ກະທຳຜິດ, ຕໍາແໜ່ງນຳພາຄຸ້ມຄອງໃນແຕ່ລະຂັ້ນທັງພາຍໃນ ແລະ ຕ່າງປະເທດ, ການມີສັນຊາດຂອງເດັກທີ່ມີພໍ່ແມ່ເປັນແຮງງານເຄື່ອນຍ້າຍ, ການເຂົ້າເຖິງການສຶກສາຂອງເດັກຍິງ, ບັນຫາສຸຂະພາບຂອງແມ່ຍິງ, ການມີວຽກເຮັດງານທຳ, ເຄືອຂ່າຍຕາໜ່າງປະກັນສັງຄົມ ແລະ ສິດໃນການໄດ້ຮັບການເບິ່ງແຍງດູແລ ແບບບໍ່ໄດ້ຮັບຄ່າຕອບແທນ ສໍາລັບແຮງງານທີ່ເປັນແມ່ຍິງໃນການຈ້າງງານແບບນອກລະບົບ ແລະ ແຮງງານເຄື່ອນຍ້າຍເພດຍິງ ແລະ ການແຕ່ງດອງກ່ອນໄວ, ບັນດາກຸ່ມດ້ອຍໂອກາດ ແລະ ກຸ່ມຄົນອ່ອນໄຫວ ເປັນຕົ້ນ ແມ່ຍິງໃນເຂດຊົນນະບົດ, ແມ່ຍິງໃນກຸ່ມຊົນເຜົ່າ, ກຸ່ມຜູ້ທຸກຍາກ, ພິການ ແລະ ກຸ່ມແມ່ລ້ຽງດ່ຽວລວມທັງການຈັດສັນງົບປະມານ, ສະຖິຕິບົດບາດຍິງ-ຊາຍ, ການປ່ຽນແປງດິນຟ້າອາກາດ ຊຶ່ງການອະທິບາຍ ແລະ ຊີ້ແຈງຂອງຄະນະຜູ້ແທນ ສປປ ລາວ ໄດ້ເຮັດໃຫ້ຄະນະກຳມະການຊີດໍ ແລະ ຜູ້ເຂົ້າຮ່ວມອື່ນໆ ມີຄວາມເຂົ້າໃຈເປັນຢ່າງດີກ່ຽວກັບການປະຕິບັດສິດທິມະນຸດຂອງແມ່ຍິງບັນດາເຜົ່າໃນ ສປປ ລາວ. ນອກນັ້ນ ຄະນະຜູ້ແທນ ຂອງ ສປປ ລາວ ໄດ້ສົ່ງຄຳຊີ້ແຈງເປັນລາຍລັກອັກສອນເພີ່ມເຕີມໃຫ້ຄະນະກຳມະການຊີດໍ ກ່ຽວກັບສະຖິຕິໂຣກເອດ ແລະ ບັນດາກົດໝາຍ ແລະ ນິຕິກຳ ກ່ຽວກັບການຄຸກຄາມທາງເພດໃນສະຖານທີ່ເຮັດວຽກ ແລະ ການປົກປ້ອງສິດຂອງຄອບຄົວ.

. ຫຼັງຈາກນີ້ ພາຍໃນເດືອນຕຸລາ 2024 ຄະນະກຳມະການຊີດໍ ກໍຈະມີບົດປະກອບຄໍາເຫັນມ້ວນທ້າຍ ໃນການຈັດຕັ້ງປະຕິບັດສົນທິສັນຍາ ຊີດໍ ເພື່ອໃຫ້ ສປປ ລາວພິຈາລະນາ ແລະ ຈັດຕັ້ງຜັນຂະຫຍາຍ ແລະ ລາຍງານຄະນະກໍາມະການຊີດໍ ໃນຮອບຮຽນຕໍ່ໄປ.

ສົນທິສັນຍາສາກົນວ່າດ້ວຍສິດທິມະນຸດຂອງແມ່ຍິງ ເພື່ອປົກປ້ອງສິດທິມະນຸດຂອງແມ່ຍິງແລະຄວາມຕ້ອງການຂອງບັນດາປະເທດຕ່າງໆໃນການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງທັງໃນພາກລັດ,ພາກເອກະຊົນແລະ ສ່ວນຕົວເປັນຕົ້ນແມ່ນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ. ອົງການສະຫະປະຊາຊາດຮັບຮອງເອົາວັນທີ 18 ທັນວາ 1979 ມີຜົນບັງຄັບໃຊ້ 3 ກັນຍາ 1981, ໃນປັດຈຸບັນມີ 189 ປະເທດເປັນພາຄີ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ) ໃນ ວັນທີ 14 ສິງຫາ 1981 ແລະ ໄດ້ປະຕິບັດພັນທະຂອງຕົນສົ່ງບົດລາຍງານແຫ່ງຊາດ ໃຫ້ ຄະນະກຳມະການຊີດໍ ທັງໝົດ 4 ສະບັບ ແລະ ເຂົ້າຮ່ວມການພິຈາລະນາມາແລ້ວຄື: ສະບັບທີ 1 ແມ່ນກວມເອົາໄລຍະເບື້ອງຕົ້ນ ຮອດໄລຍະທີ 5 ຖືກພິຈາລະນາປີ 2005, ສະບັບທີ 2 ແມ່ນກວມເອົາໄລຍະທີ 6-7 ຖືກພິຈາລະນາປີ 2009 ແລະ ສະບັບທີ 3 ແມ່ນກວມເອົາໄລຍະທີ 8-9ຖືກພິຈາລະນາປີ 2018; ໄລຍະທີ 10 ຖືກພິຈາລະນາໃນປີ 2024.

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ