ຕາມບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງມີເສັ້ນທາງທັງໝົດ 310 ເສັ້ນ, ລວງຍາວ 2,016.04 ກິໂລແມັດ. ໃນນີ້, ທາງຫຼວງແຫ່ງຊາດ 4 ເສັ້ນ ຍາວ 208.23 ກິໂລແມັດ; ທາງຫຼວງແຂວງ 2 ເສັ້ນ ຍາວ 329.7 ກິໂລແມັດ; ທາງຫຼວງເມືອງ 12 ເສັ້ນ ຍາວ 267.41 ກິໂລແມັດ; ທາງຕົວເມືອງ 167 ເສັ້ນ ຍາວ 101.05 ກິໂລແມັດ; ທາງຊົນນະບົດ 89 ເສັ້ນ ຍາວ 859.8 ກິໂລແມັດ ແລະ ທາງສະເພາະ 36 ເສັ້ນ ຍາວ 249.85 ກິໂລແມັດ; ມີຂົວທັງໝົດ 34 ແຫ່ງ, ລວງຍາວ 1,553.04 ແມັດ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງ 201 ບ້ານ ກວມເອົາ 99.01%. ໃນນີ້, ທຽວໄດ້ສອງລະດູ 168 ບ້ານ ກວມເອົາ 82.76%.
ສໍາລັບການຂົນສົ່ງສິນຄ້າ ແລະ ໂດຍສານ ໃນປີ 2025 ມີບໍລິມາດຂົນສົ່ງສິນຄ້າໄດ້ທັງໝົດ 39,924 ໂຕນ ທຽບໃສ່ແຜນເທົ່າກັບ 49.48% (ແຜນ 80,684 ໂຕນ); ບໍລິມາດຈາລະຈອນຂົນສົ່ງສິນຄ້າໄດ້ 3,428,116 ໂຕນ/ກິໂລແມັດ ທຽບໃສ່ແຜນເທົ່າກັບ 52.50% (ແຜນ 6,529,656 ໂຕນ/ກິໂລແມັດ); ມີຈໍານວນລົດຂົນສົ່ງສິນຄ້າ 1,003 ຄັນ ທຽບໃສ່ແຜນເທົ່າກັບ 51.12% (ແຜນ 1,962 ຄັນ); ບໍລິມາດຂົນສົ່ງໂດຍສານ 35,788 ຄົນ ທຽບໃສ່ແຜນເທົ່າກັບ 89.11% (ແຜນ 40,161 ຄົນ); ບໍລິມາດຈາລະຈອນຂົນສົ່ງໂດຍສານ 13,558,061 ຄົນ/ກິໂລແມັດ ທຽບໃສ່ແຜນເທົ່າກັບ 195.54% (ແຜນ 6.933.460 ຄົນ/ກິໂລແມັດ) ແລະ ມີຈໍານວນລົດຂົນສົ່ງໂດຍສານທັງໝົດ 69 ຄັນ.
(ຂ່າວ: ສັນຍາ)
ຄໍາເຫັນ